ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ທົດລອງ ລູກສອນໄຟຂີປະນາວຸດ ທີ່ສາມາດຍິງ ເຖິງທຸກເປົ້າໝາຍ ໃນ ເກົາຫຼີເໜືອ.


ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye.
ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye.

ເກົາ​ຫລີ​ໃຕ້ ກ່າວ​ວ່າ ຕົນ​ໄດ້​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ
ທີ່​ສາມາດ​ໂຈມຕີ ເປົ້າ​ໝາຍ​ໃດໆກໍໄດ້ ​ຢູ່​ໃນ​ເກົາຫລີ​ເໜືອ ໃນ
ອັນ​ທີ່​ເບິ່ງກັນ​ວ່າ​ເປັນ​ການຕອບ​ໂຕ້ຕໍ່ ການທ້າທາຍ​ທາງ​ທະ
ຫານໂດຍ​ພຽງຢາງ ເມື່ອໄວໆມານີ້.

ບັນດາ​ເຈົ້າ​ໜ້າ​ທີ່ປ້ອງກັນປະເທດຂອງເກົາຫຼີໃຕ້ກ່າວ​ວ່າ ປະ
ທານ​າທິບໍດີ Park Geun-hye ​ໄດ້ໄປ​ເບິ່ງ​ດ້ວຍ​ຕົນ​ເອງ​
ການຍິງທີ່ປະສົບຜົນສຳເລັດ​ໃນ​ວັນ​ພຸດ​ມື້​ນີ້ ຢູ່​ທີ່​ບ່ອນຍິງແຫ່ງ
ນຶ່ງ ທາງ​ພາກ​ໃຕ້ ຂອງ​ເກົາຫລີ​ໃຕ້.

ລູກ​ສອນ​ໄຟນີ້ ມີ​ລັດສະໝີຍິງໄດ້ 500 ກິ​ໂລ​ແມັດ ​ແລະ​ສາມາດ
​ຍິງ​ ໃສ່​ເປົ້າ​ໝາຍ​ໃດໆກໍໄດ້ຢູ່​ໃນ​ເກົາຫລີ​ເໜືອ ​ອີງ​ຕາມ​ເຈົ້າ​ໜ້າ​ທີ່ ຜູ້​ທີ່​ກ່າວເພີ້ມ​ເຕີມ​ວ່າ ​
ເທັກ​ໂນ​ໂລ​ຈີ ດັ່ງ​ກ່າວຈະ​ນຳເຂົ້າປະຈຳການ ​ໃນ​ທ້າຍ​ປີ​ນີ້.

ອາ​ວຸດ​ຊະນິດນີ້ ​ໄດ້​ຖືກ​ພັດທະນາ​ໂດຍ ໂຊ​ລ ຫລັງ​ຈາກ​ໄດ້ມີການຕົກລົງກັບ ສະຫະລັດ
​ໃນປີ 2012 ທີ່​ໄດ້ເພີ້ມລັດສະໝີຂອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ ເກົາຫລີໃຕ້ຂຶ້ນເປັນ
ເກືອບສາມເທົ່າ.

​ເກົາຫລີ​ໃຕ້​ໄດ້​ຂະຫຍາຍ ຄັງ​ລູກ​ສອນ​ໄຟຂີ​ປະ​ນາວຸດ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຂົ່ມ
ຂູ່ທີ່ເພີ້ມທະວີຂຶ້ນ ​ໂດຍໂຄງກາ​ນນິວ​ເຄລຍ ​ແລະ​ລູກ​ສອນ​ໄຟ​ຂອງ ​ເກົາ ຫລີ​ເໜືອ.

ຫວ່າງ​ມໍໆ​ມາ​ນີ້ ​ເກົາຫລີ​ເໜືອ ກ່າວ​ວ່າ ຕົນໄດ້​ປະສົບຄວາມ​ສຳ​ເລັດ ໃນການທົດ​ລອງລູກ
​ສອນ​ໄຟຂີ​ປະ​ນາ​ວຸດ ຍິງ​ຈາກ​ເຮືອ​ດຳ​ນໍ້າ ທີ່ຈະເພີ້ມລັດສະໝີຂອງ ​ ລູກ​ສອ​ນ​ໄຟ​ຂີ​ປະ​ນາ
​ວຸດ​ເກົາ​ຫລີເໜືອ ອອກໄປຢ່າງຫຼວງຫຼາຍນັ້ນ.

ພຽງ​ຢາງຍັງ​ກ່າວ​ໃນ​ເດືອນ​ແລ້ວ​ນີ້ວ່າ ​ຕົນ​ໄດ້​ປະສົບ​ຜົນ​ສຳ​ເລດ​ດ້ານ​ເທັກ​ໂນ​ໂລ​ຈີທີ່​ຈຳ
ເປັນ ເພື່ອຕິດຕັ້ງ​ຫົວ​ລະ​ເບີດນິ​ວ​ເຄລຍຂະ​ນາດ​ນ້ອຍ ໃສ່​ລູກ​ສອນ​ໄຟ ຂີ​ປະ​ນາ​ວຸດ​ ທີ່ສາ
ມາດຍິງໄດ້ໃນໄລຍະໄກ.

ບັນດາ​ນັກວິ​ເຄາະຕ່າງປະ​ເທດ ​ແລະນັກວິເຄາະທງາ​ທະຫານ​ຈຳນວນ​ຫລວງ ຫລາຍ ພາ
ກັນ​ກ່າວ​ວ່າ ການກ່າວ​ອ້າງເອົາ​ດັ່ງກ່າວ ​ມີທ່າທາງວ່າເປັນ​ການ​ເວົ້າ​ໂຍກເກີນ​ຄວາມຈິງ
​ແຕ່ກໍ​ເຕືອນວ່າ ​ພຽງ​ຢາງ​ກຳລັງ​ທຳ​ຄວາມ​ຄືບ​ໜ້າ​ຢູ່ໃນ​ທັງ​ສອງ​ດ້ານ.

Sokor Missile
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG