ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອຫາປາ ເກົາຫລີໃຕ້ ໃນທີ່ສຸດ ບໍ່ໄດ້ຖືກຈີ້


ໂຈນທະເລ Hassan ໂຊມາເລຍ ຕິດອາວຸດ ປິດໜ້າ ຢືນຢູ່ໃກ້ເຮືອຫາປາ ໃຕ້ຫວັນ.
ໂຈນທະເລ Hassan ໂຊມາເລຍ ຕິດອາວຸດ ປິດໜ້າ ຢືນຢູ່ໃກ້ເຮືອຫາປາ ໃຕ້ຫວັນ.

ເກົາຫລີ​ໃຕ້​ກ່າວໃນ​ວັນ​ເສົາ​ມື້​ນີ້​ວ່າ ​ເຮືອຫາ​ປາ​ລຳ​ນຶ່ງ ທີ່​ຕົນ​ເຊື່ອ​ວ່າ​ໄດ້​ຖືກ​ຈີ້​ໂດຍ​ພວກ​
ໂຈ​ນທະ​ເລ ຢູ່​ມະຫາ​ສະ​ມຸດ​ອິນ​ເດຍນັ້ນ ​ໃນ​ທີ່ສຸດ​ແມ່ນ​ບໍ່​ໄດ້ຖືກ​ຈີ້.

ກະຊວງ​ຕ່າງປະ​ເທດ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ "ພວກ​ເຮົາ​ໄດ້​ຕິດ​ຕໍ່​ຫາ​ກັບ​ຕັນ​ເຮືອ
​ຊຶ່ງ​ກ່ອນ​ໜ້ານີ້ ພວກ​ເຮົາສູນ​ເສຍ​ການ​ຕິດ​ຕໍ່​. ຖະ​ແຫລ​ງການ​ກ່າວຕື່ມ​ວ່າ​ກະຊວງ​ຕ່າງ
ປະ​ເທດ ​ກຳລັງ​ຢູ່​ໃນ​ຂັ້ນຕອນ ທີ່​ຈະ​ໄດ້​ຮັບ "ລາຍ​ລະອຽດ​ ທີ່​ຖືກ ຕ້ອງ​ວ່າ ມີ​ຫຍັງ​ເກີດ
​ຂຶ້ນ​ແທ້."

​ໃນ​ຕອນ​ເຊົ້າ​ວັນ​ເສົາມື້ນີ້ ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ ​ເຮືອ​ຫາ​ປາໝຶກ
ທີ່​ມີຂະໜາດ​ຂັບ​ນ້ຳ 234 ​ໂຕນ ປັກ​ທຸງ Mongolian ​ໄດ້ "ສົ່ງ​ຂ່າ​ວວ່າ ​ພວກເຮືອ​ຈຳ
ນວນ​ນຶ່ງ ທີ່​ບໍ່​ສາມາດ​ລະບຸ​ຝ່າຍ ກຳລັງ​ຫຍັບ​ໃກ້ເຂົ້າ​ມາ" ​ແລະ​ຫຼັງ ຈາກ​ນັ້ນ ​ການ​ຕິດ​ຕໍ່​
ກັບ​ເຮືອ ກໍ​ໄດ້​ຫາຍ​ສາບ​ສູນ​ໄປ ​ໃນ​ເຂດ​ນ່ານນໍ້າ​ ນອກ​ຝັ່ງ​ໂຊມາເລຍ.

ໜ່ວຍ​ຕໍ່ຕ້ານໂຈນ​ທະ​ເລຂອ​ງ​ເກົາຫລີ​ໃຕ້ ແມ່ນ​ຢູ່​ໃກ້ໆ​ກັບ​ນ່ານນໍ້າດັ່ງກ່າວ ​ແລະ​ໄດ້​ຖືກ
​ສົ່ງ​ໄປ ​ເພື່ອ​ຮັບ​ມື​ກັບກາ​ນຮ້ອງຂໍ​ສຸກ​ເສີນດັ່ງກ່າວ.

ກະຊວງ​ປ້ອງ​ກັນ​ປະ​ເທດ ​ກ່າວ​ວ່າ ລູກ​ເຮືອຂອງ​ເຮືອ​ຫາ​ປາ​ດັ່ງກ່າວ ​ແມ່ນຮວມ ທັງ​ຊາວ
​ເກົາຫລີີ​ໃຕ້​ສາມ​ຄົນ ​ແລະ​ອິນໂດ​ເນ​ເຊຍ 18 ຄົນ.

​ໂຈນ​ທະ​ເລໄດ້ເລີ້ມຂຶ້ນອີກຫວ່າງ​ມໍ່ໆ​ມາ​ນີ້ ຢູ່​ໃນ​ເຂດ​ນ່ານນໍ້າ​ນອກ​ຝັ່ງ​ໂຊ​ມາ​ເລຍ ຫລັງ​
ຈາກໄດ້​ມິດ​ງຽບ​ໄປ​ເປັນ​ເວລາ​ຫຼາຍປີ.

​ໃນ​ຈຸດ​ສຸດ​ຍອດ​ຂອງ​ວິກິດການ​ໂຈນທະ​ເລ​ໃນ​ປີ 2011 ນັ້ນ ມີເຮືອ​ຫລາຍ​ສິບ​ລຳ​ໄດ້​ຖືກ​
ຈີ້​ໄປ ​ແລະ​ຫລາຍ​ຮ້ອຍຄົນ​ ໄດ້ຖືກ​ຈັບເປັນ​ໂຕ​ປະກັນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG