ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະກາດປິດ ເຂດອຸດສາຫະກຳ Kaesong ​​ເທົ່າກັບ ການປະກາດ ສົງຄາມ


Koreas Tension
please wait
Embed

No media source currently available

0:00 0:01:31 0:00

ເກົາຫຼີ​ເໜືອ​ກ່າວ​ວ່າ ການ​ຕັດສິນ​ໃຈ​ຂອງ​ເກົາຫຼີ​ໃຕ້ ທີ່​ຈະ​ໂຈະ​
ການ​ປະຕິດ​ບັດ​ງານ​ຂອງ​ຕົນ ຢູ່​ທີ່​ເຂດ​ອຸດສາຫະກຳຮ່ວມນັ້ນ ​
ແມ່ນ​ເທົ່າ​ກັບ “​ເປັນ​ການ​ປະກາດ​ສົງຄາມ.”

ຄະນະກຳມະການທ້ອນ​ໂຮມເກົາຫຼີດ້ວຍ​ຄວາມສັນຕິ​ຂອງ​ເກົາຫຼີ​
ເໜືອ ​ໄດ້ອອກຄຳ​ເຕືອນ​ສະ ບັບ​ນຶ່ງ​ໃນ​ວັນພະຫັດ​ມື້​ນີ້ວ່າ ການ
​ຕອບໂຕ້​ຂອງ​ຕົນ ຕໍ່​ການ​ຕັດສິນ​ໃຈ​ຂອງ​ເກົາຫຼີ​ໃຕ້ ໃນ​ວັນ​ພຸດ
​ວານ​ນີ້ ທີ່​ຈະ​ປິດ​ການ​ປະຕິດ​ບັດ​ງານ​ໃນ​ເຂດອຸດສາຫະກຳຮ່ວມ Kaesong ທີ່​ຕັ້ງ​ຢູ່​ປະມານ 10 ກິ​ໂລ​ແມັດ ຫ່າງຊາຍ​ແດນ​ນັ້ນ. ພວກ​ພະນັກງານເກົາຫຼີ​ໃຕ້ ​ເລີ້ມ​ຂົນ​ຍ້າຍ​ອຸບປະກອນ​ຕ່າງໆ ອອກ​ຈາກ​ເຂດ Kaesong ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ​ກ່ອນ Pyongyang ອອກຄຳ​ເຕືອນ.

ເກົາຫຼີ​ເໜືອ ​ໄດ້​ສັ່ງ​ໃຫ້​ຊາວເກົາຫຼີໃຕ້ທັງ​ໝົດ ອອກ​ໄປຈາ​ກ​ເຂດອຸດສາຫະກຳ Kaesong ໂດຍ​ກ່າວ​ວ່າ ຕົນ​ຈະ​ຍຶດ​ເອົາ​ອຸບປະກອນ ​ແລະເຄື່ອງ​ໃຊ້ຂອງ​ສອຍ​ຕ່າງໆ​ທີ່​ປະ​ຖີ້ມ​ໄວ້ ​ແລະ​ຈະ​ປະກາດ​ໃຫ້​ເຂດ​ດັ່ງກ່າວ​ກາຍ​ເປັນ​ເຂດ​ທະຫານ. ພ້ອມ​ນີ້ ເກົາຫຼີ​ເໜືອ​ຍັງ​ໄດ້​ກ່າວ​ວ່າ ຕົນ​ຈະ​ຕັດ​ການ​ຕິດ​ຕໍ່​ທາງ​ຫະຫານກັບ ​ໂຊ​ລ ຊຶ່ງຮວມທັງສາຍ​ດ່ວນ​ທີ່​ບ້ານ Panmunjom ນຳ.

ການທົດລອງລູກສອນໄຟຂອງເກົາຫຼີເໜືອສູ່ອາກາດ ທີ່ສະຖານີ Sohae, ເກົາຫຼີເໜືອ, ເຜີຍແຜ່ຮູບໂດຍ Kyodo, 7 ກຸມພາ, 2016.
ການທົດລອງລູກສອນໄຟຂອງເກົາຫຼີເໜືອສູ່ອາກາດ ທີ່ສະຖານີ Sohae, ເກົາຫຼີເໜືອ, ເຜີຍແຜ່ຮູບໂດຍ Kyodo, 7 ກຸມພາ, 2016.

​ໂຄສົກ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດເກົາຫຼີ​ໃຕ້ ທ່ານ Sang
Gyun ກ່າວ​ວ່າ “ກອງທັບ​ຂອງ​ພວກ​ເຮົາ​ແມ່ນຕຽມ​ພ້ອມ​
ຕໍ່​ທຸກໆ​ສະຖານ​ນະ​ການ​ທີ່​ອາດ​ເປັນ​ໄປ​ໄດ້​ ໃນ​ເຂດ​ອຸດສາ
ຫະກຳຮ່ວມ Kaesong ​ໃນ​ເວລາ​ນີ້ ໂດຍ​ໃຫ້​ບູລິມະສິດ​ຕໍ່
​ຊີວິດແລະ​ຄວາມ​ປອດ​ໄພຂອງ​ປະຊາ ຊົນ.”

ເກົາຫຼີ​ໃຕ້ ກ່າວ​ວ່າ ການ​ໂຈະ​ການປະ​ຕິ​ບັດ​ທີ່ເຂດອຸດສາຫະກຳ
ຮ່ວມ Kaesong ນັ້ນ​ແມ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ Pyongyang ​
ນຳ​ໃຊ້​ຜົນ​ກຳ​ໄລຈາກການອຸດສາຫະກຳຮ່ວມນີ້ ​ເພື່ອ​ການ​ພັດ
ທະນາໂຄງການນິວ​ເຄລຍ​ແລະ​ໂຄງການ​ລູກ​ສອນ​ໄປ​ຂອງ​ຕົນ.
ເກົາຫຼີເໜືອ ​ໄດ້​ທົດ​ລອງ ຍິງ​ລູກ​ສອນໄຟ​ໄລຍະໄກໃນ​ວັນ​ອາທິດ ​ແລ້ວ​ນີ້ ​ແລະໄດ້​ນຳ​ເອົາ​ໃນ​ອັນ​ທີ່​ເກົາຫລີ​ເໜືອ​ເອີ້ນວ່າ​ “ດາວ​ທຽມ​ສັງ​ເກດ​ການໂລກ​ນັ້ນ” ​ຂຶ້ນສູ່​ວົງ​ໂຄຈອນ ບໍ່​ເທົ່າ​ໃດ​ສັບປະດາຫຼັງ​ຈາກ​ທີ່​ເກົາຫລີ​ເໜືອ​ໄດ້ທົດ​ລອງ​ນິວ​ເຄລຍຄັ້ງ​ທີ 4.

XS
SM
MD
LG