ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ໃຕ້ ຍິງເຕືອນ ເຮືອເກົາຫຼີເໜືອ ທີ່ໄດ້ລ່ວງລ້ຳ ນ່ານນ້ຳ ຂອງຕົນ


ແຜນທີ່ ເກົາຫຼີເໜືອ ແລະເກົາຫຼີໃຕ້
ແຜນທີ່ ເກົາຫຼີເໜືອ ແລະເກົາຫຼີໃຕ້

ເຮືອລຳນຶ່ງຂອງ​ກອງທັບ​ເຮືອ​ເກົາຫຼີ​ໃຕ້ ​ໄດ້​ຍິງ​ປືນ​ເຕືອນ ​ໃນ​ວັນ
​ອັງຄານ​ມື້​ນີ້ ຫຼັງຈາກ​ທີ່ ເຮືອລາດ​ຕາ​ເວນ​ຂອງເກົາຫຼີ​ເໜືອ​ໄດ້​ແລ່ນ
​ຂ້າມເຂົ້າໄປໃນ​ເຂດ​ນ່ານນ້ຳ​ ຂອງເກົາຫລີໃຕ້​ໃນເຂດ​ທະ​ເລ​ເຫຼືອງ
ທີ່ເຄັ່ງຕຶງນັ້ນ ອີງຕາມລາຍງານ​ຂອງເກົາຫຼີ​ໃຕ້.

ກອງທັບ​ເກົາຫຼີ​ໃຕ້ ​ໄດ້​ກ່າວ​ວ່າ ​ເຮືອ​ຂອງເກົາຫຼີເໜືອ ​ໄດ້​ແລ່ນກັບ
ຄືນຢ່າງວ່ອງໄວ ເຂົ້າ ໄປໃນເຂດນ່ານນ້ຳຂອງຕົນ ​ໃນອັນທີ່ເອີ້ນ
ວ່າເສັ້ນແບ່ງຊາຍ​ແດນທາງ​ທະເລກ້ຳ​ຕາ​ເວັນ​ຕົກຂອງ​ປະ​ເທດ ຫລັງຈາກໄດ້ມີການຍິງປືນເຕືອນ.

ຍັງ​ບໍ່​ທັນ​ມີຮ່ອງຮອຍສະແດງໃຫ້ເຫັນເທື່ອວ່າ ​ການລ່ວງລະເມີດ
ດັ່ງກ່າວຊຶ່ງໄດ້​ເກີດ​ຂຶ້ນ​ປະມານ​ເວລາ 10 ໂມງ 20 ຕອນ​ເຊົ້າ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ​ແມ່ນ​ເປັນຄວາມ​ຕັ້ງ​ໃຈຫຼື​ບໍ່. ​ລັດຖະບານເກົາຫຼີ​ເໜືອ ຍັງ​ບໍ່​ທັນ​ໄດ້​ໃຫ້​ຄວາມ​ເຫັນແຕ່​ຢ່າງ​ໃດ ຕໍ່
ເຫດການ​ໃນ​ຄັ້ງ​ນີ້.

ການລ່ວງ​ລ້ຳ​ດັ່ງກ່າວ ບໍ່​ແມ່ນ​ເລື້ອ​ງທີ່ຜິດ​ປົກກະຕິ ນັບ​ຕັ້ງ​ແຕ່​ເກົາຫຼີ​ເໜືອ ບໍ່​ເຄີຍຍອມຮັບ ເສັ້ນແບ່ງເຂດແດນ​ໃນ​ທະ​ເລ​ເຫຼືອງ ທີ່​ໄດ້​ກຳນົດໂດຍອົງການ​ສະຫະ​ປະຊາ​ຊາດ ​ໃນ​ຕອນ​ເສັດ​ສິ້ນລົງ ​ຂອງ​ສົງຄາມເກົາຫຼີ.

​ເຫດການ​ນ້ອຍ​ໆ​ໃນ​ເຂດ​ຊາຍ​ແດນ ບາງ​ຄັ້ງ​ມັນສາມາດພາ​ໃຫ້​ເກີດການ​ປະ​ທະ​ກັນ​ຢ່າງ​ຈິງ​ຈັງ​ໄດ້ ຢ່າງ​ເຊັ່ນ​ໃນ​ປີ 2010 ເວລາເຮືອ​ເກົາຫຼີ​ເໜືອ ​ໄດ້ຍິງໂຈມຕີເກາະ Yeonpyeong ຊຶ່ງ​ໄດ້​ສັງຫານ 4 ຄົນ ນັ້ນ.

ໃນທາງເທັກນິກແລ້ວ ປະ​ເທດທັງ​ສອງຍັງ​ຖືວ່າ​ຢູ່ໃນສະພາບ​ສົງຄາມກັນ​ຢູ່ ນັບ​ຕັ້ງ​ແຕ່ບັນຫາ
ຂັດແຍ້ງໃນຊຸມປີ 1950 ​ໄດ້ສິ້ນ​ລົງດ້ວຍ​ການສະຫງົບເສິກ ​ແທນ​ທີ່​ຈະ​ເປັນຂໍ້ຕົກລົງສັນຕິ
ພາບ.

XS
SM
MD
LG