ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ແລະ ເກົາຫຼີເໜືອ ພວມກະກຽມ ກອງປະຊຸມ ສຸດຍອດ ຄັ້ງທີ 3


ໂທລະພາບ ທີ່ອອກຂ່າວ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ ພົບປະ ກັບຜູ້ນຳ ເກົາຫຼີເໜືອ ທ່ານກິມ ຈົງ ອືນ ທີ່ບ້ານ ປັນມຸນຈອມ.
ໂທລະພາບ ທີ່ອອກຂ່າວ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ ພົບປະ ກັບຜູ້ນຳ ເກົາຫຼີເໜືອ ທ່ານກິມ ຈົງ ອືນ ທີ່ບ້ານ ປັນມຸນຈອມ.

ເກົາຫຼີໃຕ້ຈະສົ່ງທູດພິເສດ ໄປຍັງເກົາຫຼີເໜືອໃນອາທິດໜ້າ ເພື່ອຫາລືກ່ຽວກັບການຈັດ
ແຈງ ໃນການພົບປະສຸດຍອດຄັ້ງທີ 3 ລະຫວ່າງຜູ້ນຳຂອງປະເທດທັງສອງ.

ໂຄສົກຂອງທຳນຽບປະທານາທິບໍດີເກົາຫຼີໃຕ້ ກ່າວໃນວັນສຸກມື້ນີ້ວ່າ ທູດພິເສດທີ່ບໍ່ໄດ້
ລະບຸຊື່ ຈະເດີນທາງໄປນະຄອນຫຼວງພຽງຢາງ ໃນວັນພຸດອາທິດໜ້າ.

ໂຄສົກຂອງທຳນຽບປະທານາທິບໍດີກ່າວວ່າ “ທູດພິເສດຈະຫາລືກ່ຽວກັບບັນຫາຕ່າງໆ
ໃນຂອບເຂດທີ່ກວ້າງຂວາງຮວມທັງວັນເວລາທີ່ແນ່ນອນກ່ຽວກັບການພົບປະສຸດຍອດ ລະຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້ ການເຄື່ອນໄຫວກ່ຽວກັບຄວາມສຳພັນ ລະຫວ່າງ
ເກົາຫຼີເໜືອກັບເກົາຫຼີໃຕ້ ການປົດອາວຸດນິວເຄລຍຢູ່ໃນແຫຼມເກົາຫຼີ ແລະການສ້າງຕັ້ງ
ຂັ້ນຕອນສັນຕິພາບ ໃນແຫຼມເກົາຫຼີ.”

ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ ອິນ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້
ຕົກລົງໃນການພົບປະຄັ້ງປະຫວັດສາດ ທີ່ບ້ານປັນມຸນຈອມ ໃນເດືອນເມສາຜ່ານມານັ້ນ
ວ່າ ທ່ານມູນ ຈະເດີນທາງໄປຢ້ຽມຢາມນະຄອນຫຼວງພຽງຢາງໃນທ້າຍປີນີ້.

ອົງການຂ່າວຢອນຮັບລາຍງານວ່າ ເກົາຫຼີໃຕ້ໄດ້ສະເໜີທີ່ຈະສົ່ງທູດພິເສດໄປຕອນເຊົ້າ
ວັນສຸກມື້ນີ້ ໂດຍທີ່ເກົາຫຼີເໜືອ ກໍໄດ້ຮັບເອົາການສະເໜີດັ່ງກ່າວໂດຍທາງໂທລະເລກ ໃນຕອນບ່າຍຂອງມື້ວັນສຸກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG