ເກົາຫຼີໃຕ້ ໄດ້ປະກາດໃນວັນອາທິດມື້ນີ້ວ່າ ເຂົາເຈົ້າໄດ້ຍຶດກຳປັ່ນອີກລຳນຶ່ງທີ່ເຂົາເຈົ້າ
ສົງໄສວ່າ ໄດ້ຂົນສົ່ງນໍ້າມັນໃຫ້ ເກົາຫຼີເໜືອ ໃນການລ່ວງລະເມີດມາດຕະການລົງໂທດ
ອົງການສະຫະປະຊາຊາດ.
ກຳປັ່ນ KOTO ທີ່ຕິດທຸງປະເທດ ປານາມາ ໄດ້ຖືກກັກເມື່ອສອງສັບປະດາທີ່ຜ່ານມາ
ຢູ່ທ່າເຮືອ ພຽງແຕັກ-ດາງຈິນ (Pyeongtaek-Dangjin), ອີງຕາມລາຍງານຂອງອົງ
ການຂ່າວ AFP.
ມັນແມ່ນກຳປັ່ນລຳທີສອງທີ່ລັດຖະບານ ເກົາຫຼີໃຕ້ ໄດ້ຮັບຮູ້ໃນການສືບສວນສອບສວນ
ໃນສອງສາມວັນທີ່ຜ່ານມາ. ເມື່ອວັນສຸກທີ່ຜ່ານມາ ເຂົາເຈົ້າໄດ້ປະກາດວ່າ ເຂົາເຈົ້າໄດ້
ຍຶດ ແລະ ກວດສອບກຳປັ່ນ ໄລຮາວສ໌ ວິນມໍຣ (Lighthouse Winmore) ທີ່ຕິດທຸງ
ເກາະ ຮົງກົງ ໃນເດືອນພະຈິກທີ່ຜ່ານມາ ຍ້ອນ ເກົາຫຼີໃຕ້ ເຊື່ອວ່າກຳປັ່ນບັນທຸກນໍ້າມັນ
ໄດ້ສົ່ງນໍ້າມັນໃຫ້ເຮືອ ເກົາຫຼີເໜືອ ຢູ່ກາງມະຫາສະໝຸດ.
ໃນເດືອນພະຈິກແລ້ວນີ້ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ວາງມາດ
ຕະການລົງໂທດໃໝ່ ເພື່ອລະງັບການເຂົ້າເຖິງນໍ້າມັນສຳເລັດຮູບ ແລະ ນໍ້າມັນດິບຂອງ
ເກົາຫຼີເໜືອ. ເຂົາເຈົ້າແມ່ນອົງການສາກົນຫຼ້າສຸດທີ່ໄດ້ພະຍາຍາມຢຸດໂຄງການນິວ
ເຄລຍ ແລະ ລູກສອນໄຟຂີປະນາວຸດຂອງ ເກົາຫຼີເໜືອ.