ກ່ຳປັ່ນໃຫຍ່ ບັນທຸກແຮ່ທາດ ລຳນຶ່ງຂອງເກົາຫຼີໃຕ້ ທີ່ມີ ລູກເຮືອ 24 ຄົນ ຢູ່ເທິງເຮືອ
ໄດ້ຫາຍສາບສູນໄປ ທາງທິດໃຕ້ ຂອງມະຫາສະໝຸດ Atlantic ຢູ່ຫ່າງປະມານ 2,500
ກິໂລແມັດ ຈາກແຄມຝັ່ງຂອງປະເທດອູຣຸໄກວ ຫຼັງຈາກທີ່ໄດ້ມີການຕິດຕໍ່ກັບເຮືອລຳ
ດັ່ງກ່າວ ເປັນຄັ້ງສຸດທ້າຍ ກັບທາງເຈົ້າໜາທີ່.
ອົງການຂ່າວ Yonhap ຂອງທາງການໂຊລ ກ່າວວ່າ ກ່ຳປັ່ນ Stellar Daisy ນ້ຳໜັກ
266,000 ໂຕນ ໄດ້ຍິນສຽງເປັນຄັ້ງສຸດທ້າຍ ໃນວັນສຸກຜ່ານມາ ໃນເວລາລູກເຮືອຄົນນຶ່ງ
ໄດ້ສົ່ງຂໍ້ຄວາມເປັນເທັກສ ມາໃຫ້ວ່າ ເຮືອກຳລັງ ງ່ຽງໄປທາງຂ້າງຢ່າງໃຫຽ່ ແລະ ຢູ່ໃນ
ທ່າທາງອັນຕະລາຍທີ່ຈະຫລົ້ມຈົມ. ກ່ຳປັ່ນລຳນີ້ ໄດ້ເດີນທາງອອກຈາກປະເທດລຣາຊີລ
ເມື່ອວັນທີ 26 ມີນາ ປີນີ້.
ຂໍ້ຄວາມສັ້ນໆຂອງເທັກສ ອ່ານວ່າ “ມັນແມ່ນເຫດສຸກເສີນ. ນ້ຳກຳລັງຊຶມເຂົ້າທາງຂ້າງ
ເບີ 2.”
ອົງການຂ່າວ Yonhap ໄດ້ລາຍງານລຸນຫຼັງຕໍ່ມາ ວ່າ ໄດ້ພົບເຫັນລູກເຮືອ 2 ຄົນ ລ່ອງ
ລອຍ ຢູ່ໃນທະເລ ແລະ ໄດ້ຊ່ອຍນຳຂຶ້ນມາໄດ້. ແຕ່ມັນໄດ້ກ່າວວ່າ ເຮືອຊູຊີບ ແລະເຮືອ
ແພລຳອື່ນໆ ທີ່ໄດ້ພົບເຫັນ ໃນບໍລິເວນຈຸດເກີດເຫດນັ້ນ ແມ່ນເປົ່າວ່າງ.
ກະຊວງການຕ່າງປະເທດຂອງເກົາຫຼີເໜືອ ກ່າວວ່າ ຕົນໄດ້ຂໍຮ້ອງໄປຍັງປະເທດອູຣຸໄກວ
ແລະ ບຣາຊີລ ໃຫ້ຊ່ອຍເຫຼືອຊອກຄົ້ນຫາ ແລະ ຊ່ອຍໃນພາລະກິດການເກັບກູ້ຊີວິດ ແລະ ໄດ້ກ່າວອີກວ່າ ກ່ຳປັ່ນພານິດລຳອື່ນໆ ທີ່ຢູ່ໃກ້ໆຈຸດເກີດເຫດທີ່ຮູ້ຈັກຄັ້ງສຸດທ້າຍ ໄດ້ເຂົ້າຮ່ວມໃນການຊອກຫານຳດ້ວຍ.
ບັນດາເຈົ້າໜ້າທີ່ ກ່າວວ່າ ກ່ຳປັ່ນ Stellar Daisy ໄດ້ມີເຈົ້າຂອງ ແລະ ດຳເນີນງານ
ໂດຍ ບໍລິສັດຂອງເກົາຫຼີໃຕ້ Polaris Shipping ຊຶ່ງໄດ້ບັນທຸກແຮ່ທາດເຫຼັກ ຈາກ
ປະເທດບຣາຊີລ ໄປຍັງປະເທດຈີນ ໃນເວລາ ມັນໄດ້ສົ່ງສັນຍານ ທີ່ຕົກຢູ່ໃນພາວະ
ອັນຕະລາຍ ເມື່ອວັນສຸກຜ່ານມາ.