ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ໃຕ້ ກ່າວ​ວ່າ ເກົາ​ຫຼີ​ເໜືອ ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 2 ລູກ

ຈໍ​ໂທ​ລະ​ພາບ​ແຫ່ງ​ນຶ່ງ ສະ​ແດງ​ໃຫ້​ເຫັນ​ລາຍ​ງານ​ຂ່າວ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ພ້ອມ​ກັບ​ຮູບ​ພາບ ໃນ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 15 ມິ​ຖຸ​ນາ 2023.

ເກົາ​ຫຼີ​ເໜືອ​ຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດໄລ​ຍະ​ໃກ້ ໒ ລູກ​ໄປ​ສູ່​ທະ​ເລ​ທາງ​ກ້ຳ​ຕາ​ເວັນ​ອອກ ໃນ​ວັນ​ພະ​ຫັດ​ວານນີ້ ອີງ​ຕາມ​ຄຳ​ເວົ້າ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້ ໃນ​ອັນ​ທີ່​ພຽງ​ຢາງ​ເຕືອນ​ວ່າ ອາດ​ເປັນການ​ຕອບ​ໂຕ້ “ທີ່​ຫຼີກ​ລ່ຽງ​ບໍ່​ໄດ້” ຕໍ່​ການ​ຊ້ອມ​ລົບ​ໃຊ້​ລູກ​ປືນ​ແທ້ ທີ່​ກຳ​ລັງ​ຂອງ​ເກົາ​ຫຼີ​ໃຕ້​ໄດ້​ມີ​ຂຶ້ນ​ຮ່ວມ​ກັນ​ກັບ​ສະ​ຫະ​ລັດ​ກ່ອນ​ໜ້ານີ້.

ການ​ຍິງ​ລູກ​ສອນ​ໄຟຂອງ​ເກົາ​ຫຼີ​ເໜືອດັ່ງ​ກ່າວ​ແມ່ນ​ເທື່ອ​ຫຼ້າ​ສຸດທີ່​ມີ​ມາ​ເປັນ​ລຳ​ດັບ​ພາຍ​ໃນ​ປີນີ້. ໃນ​ເດືອນ​ແລ້ວ ເກົາ​ຫຼີ​ເໜືອ​ໄດ້​ພະ​ຍາ​ຍາມແຕ່​ບໍ່​ປະ​ສົບ​ຜົນ​ສຳ​ເລັດ ເພື່ອ​ສົ່ງ​ດາວ​ທຽມ​ສອດ​ແນມ​ຂຶ້ນ​ສູ່​ວົງ​ໂຄ​ຈອນ.

ການ​ຍິງ​ລູກ​ສອນ​ໄຟ​ເທື່ອ​ຫຼ້າ​ສຸດ ​ຂອງ​ເກົາ​ຫຼີ​ເໜືອ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ ທ່ານ​ເຈກ ຊູ​ລ​ລີ​ວານ ທີ່​ປຶ​ກ​ສາ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດພວມ​ຢູ່​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ໂຕ​ກຽວ ເພື່ອ​ພົບ​ປ​ະ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ຍີ່​ປຸ່ນ ແລະ​ເກົາ​ຫຼີ​ໃຕ້.

ລົດ​ຖັງ K-2 ຂອງ​ເກົາ​ຫຼີ​ໃຕ້ ຍິງ​ຖະ​ຫຼົ່ມ​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົມ​ຮ່ວມ​ກັບ​ກອງ​ກຳ​ລັງ​ສະ​ຫະ​ລັດ ທີ່​ສະ​ໜາມ​ຝຶກຍິງ ​ເຊິນ​ຈິນ (Seungjin) ໃນ​ເມືອງ​ໂພ​ເຊິນ ເມື່ອ​ວັນ​ທີ 15 ມິ​ຖຸ​ນາ 2023.
ລົດ​ຖັງ K-2 ຂອງ​ເກົາ​ຫຼີ​ໃຕ້ ຍິງ​ຖະ​ຫຼົ່ມ​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົມ​ຮ່ວມ​ກັບ​ກອງ​ກຳ​ລັງ​ສະ​ຫະ​ລັດ ທີ່​ສະ​ໜາມ​ຝຶກຍິງ ​ເຊິນ​ຈິນ (Seungjin) ໃນ​ເມືອງ​ໂພ​ເຊິນ ເມື່ອ​ວັນ​ທີ 15 ມິ​ຖຸ​ນາ 2023.

ທ່ານ​ຊູ​ລ​ລີ​ວານ ໄດ້​ພົບ​ປະ​ກັບ​ທ່ານ​ໂຈ ແຕ ຢອງ ຈາກ​ເກົາ​ຫຼີ​ໃຕ້ ແລະ​ທ່ານ​ຕາ​ເກ​ໂອະ ອາ​ກີ​ບະ ຈາກ​ຍີ່​ປຸ່ນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ແລະ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເປັນ​ເວ​ລາ​ຫຼາຍໆ​ປີ​ແຕ່​ບໍ່​ມີ​ປະ​ໂຫຍດ​ເພື່ອ​ໃຫ້​ເກົາ​ຫຼີ​ເໜືອ​ປະ​ຖິ້ມ​ໂຄງ​ການ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ຕົນ.

ໃນ​ຂະ​ນະ​ດຽວ​ກັນ​ທີ່​ວໍ​ຊິງ​ຕັນ ສະ​ຫະ​ລັດ​ໄດ້​ທຳ​ການ​ລົງ​ໂທດ ​ຕໍ່​ຊາວ​ເກົາ​ຫຼີ​ເໜືອ 2 ຄົນ​ຢູ່​ທີ່​ປັກ​ກິ່ງ ທ້າວ​ໂຈ ໂຈ​ລ ມິນ ແລະ​ເມຍ​ຂອງ​ລາວນາງ​ໂຈ ອຸນ ຈຸງ ທີ່​ກ່າວ​ກັນ​ວ່າ ມີ​ສ່ວນ​ພົວ​ພັນ​ໃນ​ການ​ຈັດຫາອາ​ວຸດ​ທີ່​ມີ​ອະ​ນຸ​ພ​າບ​ຮ້າຍ​ແຮງ. ສະ​ຫະ​ລັດ​ກ່າວ​ວ່າ ສອງ​ຜົວ​ເມຍ​ຄູ່ນີ້​ເຮັດ​ວຽກ​ຮ່ວມ​ກັບ​ຄົນ​ຈີນໃນ​ການ​ຈັດ​ຊື້​ວັດ​ຖຸ​ອຸບ​ປະ​ກອນ​ເພື່ອ​ຊ່ວຍ​ສ້າງ​ໂຄງ​ການ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ​ແລະ​ຊ່ວ​ຍົກ​ຍ້າຍ​ພວກ​ຄົນ​ງານ​ເກົາ​ຫຼີ​ເໜືອ​ຫຼາຍກວ່າ​ນຶ່ງ​ພັນ​ຄົນ​ໄປ​ເຮັດ​ວຽກ​ຢູ່​ຈີນ​ເພື່ອ​ຫາ​ລາຍ​ໄດ້​ໃຫ້​ແກ່​ອຳ​ນາດ​ການ​ປົກ​ຄອງ​ພຽງ​ຢາງ.

ອ່ານ​ຂ່າວນ​ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG