ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ກ່າວວ່າ ເຮືອບິນລົບ ຍີ່ປຸ່ນ ບິນຜ່ານ ກຳປັ່ນລົບ ຂອງຕົນ ແບບເກາະຜິດ


ຝູງຊົນພາກັນເບິ່ງ ທີວີ ເຫັນເຮືອບິນລາດຕະເວນຂອງຍີ່ປຸ່ນ ໃນ
ລາຍການຂ່າວ ທີ່ສະຖານລົດໄຟ ໃນກຸງໂຊລ ເກົາຫຼີໃຕ້ ວັນທີ
23 ມັງກອນ 2019.
ຝູງຊົນພາກັນເບິ່ງ ທີວີ ເຫັນເຮືອບິນລາດຕະເວນຂອງຍີ່ປຸ່ນ ໃນ ລາຍການຂ່າວ ທີ່ສະຖານລົດໄຟ ໃນກຸງໂຊລ ເກົາຫຼີໃຕ້ ວັນທີ 23 ມັງກອນ 2019.

ເກົາຫຼີໃຕ້ກ່າວວ່າ ເຮືອບິນທະຫານລຳນຶ່ງຂອງຍີ່ປຸ່ນ ໄດ້ບິນລົງສູ່ລະດັບຕໍ່າ ທີ່ ເປັນ
ການຂົ່ມຂູ່ຕໍ່ຝູງກໍາປັ່ນກອງທັບເຮືອຂອງຕົນ ໃນວັນພຸດວານນີ້ ໂດຍບັນລະ ຍາວ່າ “ເປັນພຶດຕິກໍາເກາະຜິດ.”

ນາຍພົນ ຊື ວຸກ ຜູ້ອຳນວຍການ ຂອງພາລະກິດເສນາທິການຮ່ວມ ເກົາຫຼີໃຕ້ ໄດ້ບອກ
ພວກນັກຂ່າວ ທີ່ກຸງໂຊລ ວ່າ ເຮືອບິນລາດຕະເວນຂອງຍີ່ປຸ່ນ ໄດ້ບິນ ຜ່ານເຮືອພິຄາດ
ຂອງຕົນ ສູງໃນລະດັບ 60 ຫາ 70 ແມັດ ໃນນ່ານນໍ້າສາກົນ ນອກຝັ່ງ ເກາະ ເຈ​ຈູ ຂອງ
ເກົາຫຼີໃຕ້.

ນາຍພົນ ຊື ເວົ້າວ່າ ເທື່ອນີ້ ເປັນເທື່ອທີສາມ ທີ່ມີການກະທະທຳເຊັ່ນນັ້ນ ໃນ ເດືອນນີ້ ທີ່ພົວພັນກັບການບິນຂອງເຮືອບິນທະຫານຍີ່ປຸ່ນທີ່ບິນໄປໃກ້ໆກຳປັ່ນ ລົບຂອງເກົາຫຼີ
ໃຕ້. ທ່ານໄດ້ເຕືອນວ່າ ເກົາຫຼີໃຕ້ ຈະຕອບໂຕ້ຕາມກົດລະບຽບ ການຄວາມປະພຶດທາງ
ທະຫານ.

ກະຊວງປ້ອງກັນປະເທດເກົາຫຼີໃຕ້ ໄດ້ຮຽກໂຕອຸບປະທູດທະຫານຍີ່ປຸ່ນ ຈາກສະ ຖານ
ທູດຍີ່ປຸ່ນ ຢູ່ໃນກຸງໂຊລ ເຂົ້າພົບ ເພື່ອທຳການປະທ້ວງຢ່າງເປັນທາງການ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG