ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ຢູນ ຊຸກ ໂຢ​ລ ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ໄດ້​ເຕືອນ ກ່ຽວ​ກັບ ການ​ຮ່ວມ​ມື​ທາງ​ດ້ານ​ທະ​ຫານ ລະ​ຫວ່າງ​ຣັດ​ເຊຍ ແລະ​ເກົາ​ຫຼີ​ເໜືອ


ແຟ້ມ - ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພວມ​ເບິ່ງ​ບ່ອນ​ຄົນ​ຂັບ​ເຮືອ​ບິນ​ລົບ​ອາຍ​ພົ່ນ​ທະ​ຫານ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 15 ກັນ​ຍາ 2023 ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ໂຮງ​ງານ​ເຮັດ​ເຮືອ​ບິນ​ຣັດ​ເຊຍ ທີ່​ເມືອງ​ອາ​ເມີ.
ແຟ້ມ - ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພວມ​ເບິ່ງ​ບ່ອນ​ຄົນ​ຂັບ​ເຮືອ​ບິນ​ລົບ​ອາຍ​ພົ່ນ​ທະ​ຫານ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 15 ກັນ​ຍາ 2023 ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ໂຮງ​ງານ​ເຮັດ​ເຮືອ​ບິນ​ຣັດ​ເຊຍ ທີ່​ເມືອງ​ອາ​ເມີ.

ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ກ່າວ​ວ່າ ປະ​ຊາ​ຄົມ​ນາໆ​ຊາດ “ຈະ​ມີ​ຄວາມ​ເປັນ​ເອກ​ກະ​ພາບ​ຫຼາຍ​ຂຶ້ນ” ເພື່ອ​ຮັບ​ມື​ກັບ​ການ​ຮ່ວມ​ມື​ທີ່​ເລິກ​ເຊິ່ງກວ່າ​ເກົ່າ ລະ​ຫວ່າງ​ຣັດ​ເຊຍ ແລະ​ເກົາ​ຫຼີ​ເໜືອ ໃນ​ຂະ​ນະ​ທີ່​ທ່ານ​ມີ​ແຜນ​ການ​ທີ່​ຈະ​ຍົກ​ເອົາ​ບັນ​ຫານີ້​ ຂຶ້ນ​ມາ​ໂອ້​ລົມກັບ​ບັນ​ດາຜູ້​ນຳ​ຂອງ​ໂລກ ຢູ່​ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ອາ​ທິດນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ປະ​ທາ​ນາ​ທິ​ບໍ​ດີຢູນ ຊຸກ ໂຢ​ລ ໄດ້​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ອົງ​ການ​ຂ່າວ​ເອ​ພີຢ່າງ​ເປັນ​ລາຍ​ລັກ​ອັກ​ສອນ ກ່ອນ​ໜ້າ​ທ່ານ​ອອກ​ເດີນ​ທາງ​ມາ​ຍັງ​ນະ​ຄອນ​ນິວຢອກ.

ຄວາມເປັນ​ຫ່ວງ​ກັງ​ວົນ ກ່ຽວ​ກັບ​ຄວາມ​ສຳ​ພັນ​ລະ​ຫວ່າງ​ຣັດ​ເຊຍແລະ​ເກົາ​ຫຼີ​ເໜືອ ໄດ້​ມີ​ຂຶ້ນ​ຫຼັງ​ຈາກ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໄດ້​ເດີນ​ທາງ​ໄປ​ຣັດ​ເຊຍ​ໃນ​ອາ​ທິດ​ແລ້ວ ເພື່ອ​ທຳ​ການ​ພົບ​ປະ​ສຸດຍອດ ກັບ​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ ແລະ​ໄດ້​ເດີນ​ທາງ​ໃນ​ລະ​ດັບ​ສູງໄປ​ທ່ຽວ​ຊົມ​ສະ​ຖານ​ທີ່​ທາງ​ດ້ານ​ທະ​ຫານ​ແລະ​ເທັກ​ໂນ​ໂລ​ຈີ​ຕ່າງໆ.

For radio: SEOUL, South Korea (AP) — South Korea's president says the international community "will unite more tightly" to cope with deepening military cooperation between Russia and North Korea, as he plans to raise the issue with world leaders at the U.N. General Assembly this week. President Yoon Suk Yeol made the comments in written responses to questions from The Associated Press ahead of his departure to New York. Worries about Russian-North Korean ties have flared since North Korean leader Kim Jong Un traveled to Russia last week for a summit with President Vladimir Putin and to tour a slew of high-profile military and technology sites.

XS
SM
MD
LG