ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີຂອງເກົາຫຼີໃຕ້ ທ່ານຢຸນ ກ່າວຂໍຂະມາໂທດຕໍ່ເຫດການວັນຮາໂລວີນ ໂດຍສັນຍາວ່າຈະໃຫ້ຄວາມຍຸຕິທໍາ


ປະຊາຊົນພາກັນຖືປ້າຍໃນລະຫວ່າງພວກເຂົາເຂົ້າຮ່ວມໄຕ້ທຽນ ເພື່ອລະນຶກເຖິງຜູ້ເຄາະຮ້າຍຈາກຝູງຊົນທີ່ແຫຍ້ແອອັດກັນໃນການສະເຫຼີມສະຫຼອງວັນບຸນຮາໂລວີນ ຢູ່ທີ່ສູນກາງການຄ້ານະຄອນຫຼວງໂຊລ, ໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້. ວັນທີ 5 ພະຈິກ 2022.
ປະຊາຊົນພາກັນຖືປ້າຍໃນລະຫວ່າງພວກເຂົາເຂົ້າຮ່ວມໄຕ້ທຽນ ເພື່ອລະນຶກເຖິງຜູ້ເຄາະຮ້າຍຈາກຝູງຊົນທີ່ແຫຍ້ແອອັດກັນໃນການສະເຫຼີມສະຫຼອງວັນບຸນຮາໂລວີນ ຢູ່ທີ່ສູນກາງການຄ້ານະຄອນຫຼວງໂຊລ, ໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້. ວັນທີ 5 ພະຈິກ 2022.

ປະທານາທິບໍດີຂອງເກົາຫຼີໃຕ້ ທ່ານ ຢຸນ ຊຸກ ຢຽລ ໄດ້ກ່າວຂໍຂະ​ມາໂທດໃນວັນຈັນມື້ນີ້ ກ່ຽວກັບເຫດການວັນຮາໂລວີນທີ່ມີການຢຽບ​ກັນ​ຕາຍ​ຢ່າງ​ຮ້າຍແຮງໃນນະຄອນຫຼວງໂຊລ, ໂດຍໃຫ້ຄໍາໝັ້ນ ທີ່ຈະຮັບຜິດຊອບ ຕໍ່ເຫດການໃດໆກໍຕາມທີ່ພົບວ່າ ເປັນຄວາມຮັບຜິດຊອບທີ່ບໍ່ເອົາໃຈໃສ່, ແລະຈະປັບປຸ ງລະບົບການຄຸ້ມ​ຄອງຄວາມປອດໄພ ພ້ອມທັງການດໍາເນີນງານຂອງຕໍາຫຼວດໃຫ້ດີຂຶ້ນ, ອີງຕາມ​ລາຍ​ງານອົງການຂ່າວ Reuters.

ເຫດການ​ຢຽບ​ກັນຕາຍ ທີ່ເຮັດໃຫ້ມີຜູ້ເສຍຊີວິດຮອດ 156 ຄົນ, ເຊິ່ງສ່ວນຫຼາຍເປັນຄົນທີ່ມີອາຍຸລະຫວ່າງ 20 ປີ ແລະ 30 ປີ ໂດຍມີຜູ້ບາດເຈັບ 197 ຄົນ, ເມື່ອຜູ້ຄົນທີ່ມັກທ່ຽວອອກ​ໄປໂຮມກັນຢູ່ຮ່ອມນ້ອຍໆທີ່ເປັນສະຖານທີ່ນິຍົມສໍາລັບຍາມກາງຄືນຢູ່ໃນຂົງເຂດອີແຕວອນ (Itaewon) ເພື່ອສະເຫຼີມສະຫຼອງບຸນຮາໂລວີນ ທີ່ບໍ່ມີຂໍ້ຈໍາກັດຂອງໂຄວິດ-19 ໃນຮອບ 3 ປີ.

ທ່ານ ຢຸນ ໄດ້ກ່າວຂໍ​ຂະ​ມາໂທດໃນລະຫວ່າງການປະຊຸມເພື່ອກວດກາຄືນກ່ຽວກັບກົດລະບຽບຂອງຄວາມປອດໄພຕ່າງໆ, ໃນຂະນະທີ່ປະເທດດັ່ງກ່າວນີ້ ຍັງຄົງສືບຕໍ່ໄວ້ອາໄລ ໃຫ້ແກ່ຜູ້ເຄາະຮ້າຍທີ່ເສຍຊີວິດຈາກເຫດການທີ່ກ່າວມານັ້ນ. ການສືບສວນກໍາລັງຢູ່ພາຍໃຕ້ການສອບສວນຄວາມຮັບຜິດຊອບຕ່າງໆຂອງເຈົ້າໜ້າທີ່ຕໍ່ອຸບັດຕິເຫດດັ່ງກ່າວນີ້.

ແຟ້ມ-ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ຢຽລ ຍ່າງຢູ່ໃນສະຖານທີ່ເກີດເຫດ ເຊິ່ງມີຜູ້ຄົນຈໍານວນຫຼາຍທີ່ເສຍຊີວິດ ແລະໄດ້ຮັບບາດເຈັບ ໃນເຫດການຢຽບກັນຕາຍ ລະຫວ່າງເທດສະການບຸນຮາໂລວີນໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 30 ຕຸລາ 2022.
ແຟ້ມ-ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ຢຽລ ຍ່າງຢູ່ໃນສະຖານທີ່ເກີດເຫດ ເຊິ່ງມີຜູ້ຄົນຈໍານວນຫຼາຍທີ່ເສຍຊີວິດ ແລະໄດ້ຮັບບາດເຈັບ ໃນເຫດການຢຽບກັນຕາຍ ລະຫວ່າງເທດສະການບຸນຮາໂລວີນໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 30 ຕຸລາ 2022.

ທ່ານກ່າວວ່າ “ຂ້າພະເຈົ້າບໍ່ກ້າທີ່ຈະສົມທຽບຕົນເອງກັບຜູ້ປົກຄອງທີ່ສູນເສຍລູກຊາຍ ແລະລູກສາວຂອງພວກເຂົາເຈົ້າໄປ, ແຕ່ ໃນຖານະປະທານາທິບໍດີ ຜູ້ທີ່ຈະປົກປ້ອງຊີວິດ ແລະຄວາມປອດໄພຂອງປະຊາຊົນ, ຂ້າພະເຈົ້າມີຄວາມເສຍໃຈທີ່ສຸດ,” ເຊິ່ງທ່ານໄດ້ກ່າວເພີ້ມເຕີມວ່າ “ຂ້າພະເຈົ້າຂໍໂທດ ແລະຂໍອະໄພຕໍ່ຄອບຄົວທີ່ສູນເສຍຍາດຕິພີ່ນ້ອງ ທີ່ກໍາລັງເຈັບປວດຈາກໂສກນາຕະກໍາທີ່ບໍ່ສາມາດອະທິບາຍໄດ້, ແລະຕໍ່ທຸກໆຄົນທີ່ແບ່ງປັນຄວາມເຈັບປວດ ແລະໂສກ ເສົ້າທັງຫຼາຍ.”

ເຈົ້າໜ້າທີ່ຕໍາຫຼວດຕ້ອງປະເຊີນກັບການຕ້ອງຕິ ແລະການກວດກາແບບເຂັ້ມງວດກ່ຽວກັບຄວາມຮັບຜິດຊອບຂອງພວກເຂົາເຈົ້າໃນລະຫວ່າງເຫດການຄວາມເສົ້າສະຫຼົດໃຈນີ້, ເຊິ່ງໄດ້ຈັດສົ່ງເຈົ້າໜ້າທີ່ ເຂົ້າໄປໃນຂົງເຂດດັ່ງກ່າວ ພຽງແຕ່ 137 ຄົນ ເຖິງແມ່ນຈະມີການຄາດການລ່ວງໜ້າວ່າ ອາດຈະມີຜູ້ຄົນໄປ ລວມກັນຫຼາຍຮອດ 100,000 ຄົນກໍຕາມ.

ໃນອາທິດແລ້ວນີ້, ໄດ້ມີບັນທຶກການໂທລະສັບສຸກເສີນຫຼາຍສາຍ ເຂົ້າມາ ເປັນເວລາຫຼາຍຊົ່ວໂມງ ເຊິ່ງເປັນການເປີດເຜີຍໃຫ້ເຫັນວ່າປະຊາຊົນໄດ້ມີການເຕືອນ ກ່ຽວກັບຄວາມເປັນໄປໄດ້ ທີ່ຈະເກີດການແອອັດແລະໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ເຂົ້າແຊກແຊງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG