ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ກ່າວ​ວ່າ ​ອຸ​ດົມ​ການປະ​ຊາ​ທິ​ປະ​ໄຕ​ ແມ່ນຕົກ​ຢູ່​ໃນ "ຄວາມ​ສ່ຽງ"


ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 27 ເມ​ສາ 2023.
ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 27 ເມ​ສາ 2023.

ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ ໃນ​ວັນ​ພະ​ຫັດ​ວານນີ້ ​ໄດ້​ຊົມ​ເຊີຍ​ມິດ​ຕະ​ພາບ 70 ປີ ແລະ ການ​ຮ່ວມ​ມື​ກັບ ສະ​ຫະ​ລັດ ແຕ່​ໄດ້​ເຕືອນ​ວ່າອຸ​ດົມ​ການ​ປະ​ຊາ​ທິ​ປະ​ໄຕ​ຂອງ​ສອງ​ປະ​ເທດ​ນັ້ນ​ແມ່ນ “ຢູ່​ໃນ​ຄວາມ​ສ່ຽງ” ໃນທົ່ວ​ໂລກ ຍ້ອນ “ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ທີ່​ຜິດ ແລະ ການ​ບິດ​ເບືອນ​ຂໍ້​ມູນ​ແມ່ນ​ກຳ​ລັງຫຼອກ​ລວງ​ຄວາມ​ຈິງ ແລະ ຄວາມ​ຄິດ​ສາ​ທາ​ລະ​ນະ.”

ໃນ​ກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ຮ່ວມ​ນັ້ນ, ທ່ານ ຢູນ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ວ່າ, “ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ທີ່​ຜິດ ແລະ ການ​ບິດ​ເບືອນ​ຂໍ້​ມູນ​ຈະ​ທຳ​ລາຍ​ການ​ຄິດ​ຢ່າງ​ມີ​ເຫດ​ຜົນ. ມັນ​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ຊາ​ທິ​ປະ​ໄຕ ແລະ ລະ​ບຽບ​ກົດ​ໝາຍ.”

ທ່ານ​ໄດ້​ກ່າວ​ວ່າ “ກຳ​ລັງ​ຜະ​ເດັດ​ການ​ແບບ​ນັ້ນ​ອາດ​ປິດ​ບັງ ແລະ ປອມ​ຕົວ​ມັນ​ເອງ ເປັນຜູ້​ປ້ອງ​ກັນ​ປະ​ຊາ​ທິ​ປະ​ໄຕ ຫຼື ສິດ​ທິ​ມະ​ນຸດ, ແຕ່​ໃນ​ຄວາມ​ເປັນ​ຈິງ, ພວກ​ເຂົາ​ປະ​ຕິ​ເສດ​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ.”

ທ່ານ ຢູນ, ເຊິ່ງ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ຄົນ​ທີ 7 ທີ່​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ລັດ​ຖະ​ສະ​ພາ, ໄດ້​ກ່າວ​ວ່າ​ການ​ເປັນ​ພັນ​ທ​ະ​ມິດ​ຂອງ​ປະ​ເທດ​ຂອງ​ທ່ານ​ກັບ ສະ​ຫະ​ລັດ ແມ່ນ​ໄດ້​ເກີດ​ຂຶ້ນ​ເມື່ອ​ເຈັດ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ໃນ​ສົງ​ຄາມ ເກົາຫຼີ, ເຊິ່ງ​ແມ່ນ​ການ​ຕໍ່​ສູ້​ທີ່​ໄດ້​ເຮັດ​ໃຫ້​ທະ​ຫານ ອາ​ເມ​ຣິ​ກັນ ເກືອບ 37,000 ຄົນ​ເສຍ​ຊີ​ວິດ ແລະ ໃນ​ທີ່​ສຸດ​ໄດ້​ນຳ​ໄປ​ສູ່​ການ​ສະ​ຫງົບ​ເສິກ ໂດຍ​ໄດ້ແບ່ງ​ແຍກ​ແຫຼມ​ເກົາຫຼີ​ອອກ​ຈາກ​ກັນ ລະ​ຫວ່າງ​ ເກົາຫຼີ​ໃຕ້​ທີ່​ເສ​ລີ ແລະ ຄອມ​ມູ​ນິ​ສ ເກົາຫຼີ​ເຫຼືອ.

ແຕ່​ທ່ານ​ໄດ້​ຍົກ​ຍ້ອງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ ໃນຫຼາຍ​ທົດ​ສະ​ວັດ​ຕາມ​ມາ ແລະ ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ທຸ​ລະ​ກິດ ລະ​ຫວ່າງ​ ສະ​ຫະ​ລັດ ແລະ ເກົາ​ຫຼີ​ໃຕ້ ນັບ​ຕັ້ງ​ແຕ່​ນັ້ນ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG