ປະທານາທິບໍດີເກົາຫຼີໃຕ້ ທ່ານ ຢູນ ຊຸກ ຢອລ (Yoon Suk Yeol) ຈະກ່າວຄຳປາໄສຕໍ່ກອງປະຊຸມຄົບຄະນະຂອງລັດຖະສະພາ ໃນວັນພະຫັດມື້ນີ້ ໃນຂະນະທີ່ທ່ານສິ້ນສຸດການຢ້ຽມຢາມສະຫະລັດ ຢ່າງເປັນທາງການ ເຊິ່ງເປັນການຢ້ຽມຢາມເນື່ອງໃນໂອກາດວັນຄົບຮອບ 70 ປີແຫ່ງການພົວພັນ ລະຫວ່າງສະຫະລັດ ແລະ ເກົາຫຼີໃຕ້.
ປະທານາທິບໍດີເກົາຫຼີໃຕ້ 6 ທ່ານກ່ອນໜ້ານີ້ໄດ້ກ່າວປາໄສຕໍ່ລັດຖະສະພາເຊັ່ນກັນ.
ທ່ານ ຢຸນ ໄດ້ພົບປະກັບປະທານາທິບໍດີ ໂຈ ໄບເດັນ ໃນວັນພຸດນີ້ ເພື່ອປຶກສາຫາລື ກ່ຽວກັບໄພຂົ່ມຄູ່ທີ່ເກີດຈາກເກົາຫຼີເໜືອ ທີ່ກ້າແຂງຂື້ນເລື້ອຍໆ, ວິທີການທີ່ທັງສອງປະເທດສາມາດຮ່ວມມືກັນທາງດ້ານເສດຖະກິດ ແລະວິທີຕອບໂຕ້ຈີນທີ່ມີອິດທິພົນຫຼາຍຂຶ້ນ ທ່າມກາງບັນຫາອື່ນໆ.
ອີງຕາມເວັບໄຊຂອງທຳນຽບຂາວ ((https://www.whitehouse.gov/briefing-room/statements-releases/2023/04/26/washington-declaration-2/)), ກ່ອນການເຈລະຈາ, ທັງສອງຝ່າຍໄດ້ອອກຖະແຫຼງການວໍຊິງຕັນ, ເຊິ່ງ ສາທາລະນະລັດເກົາຫຼີຕົກລົງທີ່ຈະບໍ່ດຳເນີນໂຄງການອາວຸດນິວເຄລຍຂອງຕົນ ເພື່ອແລກກັບບົດບາດການຕັດສິນໃຈທີ່ຫຼາຍຂື້ນໃນການວາງແຜນສຸກເສີນຂອງສະຫະລັດ ໃນກໍລະນີເກີດການໂຈມຕີດ້ວຍນິວເຄລຍ ຈາກເກົາຫລີເໜືອ, ແລະວໍຊິງຕັນ ໄດ້ໃຫ້ຄຳໝັ້ນສັນຍາ ການມີໜ້າແບບແຂງແກ່ນຫຼາຍຂື້ນຂອງສະຫະລັດໃນຂົງເຂດນີ້.
ງານລ້ຽງອາຫານຄໍ່າຢ່າງເປັນທາງການ ຢູ່ທີ່ທຳນຽບຂາວໃນຕອນແລງຂອງວັນພຸດວານນີ້ ໄດ້ມີບັນດາບຸກຄົນທີ່ມີຊື່ສຽງຈາກຮອລລີວູດ (Hollywood), ນັກທຸລະກິດ ແລະນັກການເມືອງ ເດີນທາງມາວໍຊິງຕັນ ເພື່ອເຂົ້າຮ່ວມສະເຫຼີມສະຫຼອງ.
ໂອກາດດັ່ງກ່າວແມ່ນເປັນພຽງງານລ້ຽງອາຫານຄໍ່າທາງການ ຄັ້ງທີສອງ ທີ່ເກີດຂື້ນໃນລະຫວ່າງລັດຖະບານຂອງທ່ານ ໄບເດັນ, ເຊິ່ງຄັ້ງທຳອິດ ແມ່ນງານລ້ຽງສຳລັບຕ້ອນຮັບປະທານາທິບໍດີຝຣັ່ງ ທ່ານເອມມານຸຍແອລ ມາກຣົງ .
ໃນວັນອັງຄານທີ່ຜ່ານມານີ້, ທ່ານໄບເດັນ, ພ້ອມດ້ວຍ ທ່ານຢູນ ແລະ ພັນລະຍາຂອງພວກທ່ານ ໄດ້ເດີນທາງໄປຢ້ຽມຢາມອະນຸສອນສະຖານສົງຄາມເກົາຫຼີ ທີ່ ສະໜາມຫຼວງແຫ່ງຊາດ ໃນວໍຊິງຕັນ.