ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຄົນໃໝ່ຂອງເກົາຫຼີໃຕ້ ໄດ້ຍື່ນຂໍ້ສະເໜີທີ່ມີຜົນດີຕໍ່ ເກົາຫຼີເໜືອ  


ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ຢຽລ ໄດ້ກ່າວສາບານຕົນ ໃນລະຫວ່າງພິທີເຂົ້າຮັບຕໍາແໜ່ງ ຢູ່ໜ້າຫໍສະພາແຫ່ງຊາດ, ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້.
ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ຢຽລ ໄດ້ກ່າວສາບານຕົນ ໃນລະຫວ່າງພິທີເຂົ້າຮັບຕໍາແໜ່ງ ຢູ່ໜ້າຫໍສະພາແຫ່ງຊາດ, ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້.

ພາຍໃຕ້ທ້ອງຟ້າຂອງຍາມລະດູໃບໄມ້ປົ່ງ ແລະກ່ອນທີ່ຄົນຫຼາຍໝື່ນຄົນຈະໄປ​ເຕົ້າໂຮມກັນຢູ່ທີ່ເດີ່ນຫຍ້າທາງດ້ານໜ້າຂອງລັດຖະສະພາ, ທ່ານຢຸນ ຊຸກ-ຢຽ​ລ ໄດ້ທໍາການສາບານຕົນເຂົ້າຮັບຕໍາແໜ່ງ ເປັນປະທານາທິບໍດີຄົນທີ 13 ຂອງເກົາຫຼີໃຕ້ໃນມື້ວັນອັງຄານວານນີ້.

ທ່ານຢຸນ, ທີ່ໃສ່ເນັກໄທສີຟ້າອ່ອນ ໄດ້ກ່າວສັນຍາວ່າ ຈະເຮັດວຽກຢ່າງເຕັມທີ່ເພື່ອຍົກລະດັບຄຸນນະພາບຂອງປະເທດ, ແລະເປັນທີ່ເຄົາລົບ ຢູ່ໃນທົ່ວໂລກ, ອີງຕາມພື້ນຖານແຫ່ງຫຼັກເສລີພາບ, ສິດທິມະນຸດ, ຄວາມຍຸຕິທໍາ ແລະຄວາມ ມີຈິດນຶ່ງໃຈດຽວກັນ. ຜູ້ນໍາທີ່ຫາກໍຈັດພິທີເຂົ້າຮັບຕໍາແໜ່ງໃໝ່ ຍັງໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະບູລະນະສ້າງສາ “ປະເທດໃຫ້ຍິ່ງໃຫຍ່ຂຶ້ນກວ່າເກົ່າ ເຊິ່ງເປັນຂອງປະຊາຊົນຢ່າງແທ້ຈິງ.”

ຈາກລາຄາຂອງເຮືອນທີ່ເພີ້ມຂຶ້ນ, ອາຫານ ແລະເຄື່ອງໃຊ້ປະຈໍາວັນ ໄປຈົນເຖິງການລະບາດໃຫຍ່ ຂອງພະຍາດໂຄວິດ-19 ທີ່ຍັງມີຢ່າງຕໍ່ເນື່ອງ, ພາວະໂລກຮ້ອນ ແລະການປ່ຽນແປງຕໍາແໜ່ງທາງດ້ານພູມສາດການເມືອງ, ຄວາມທ້າທາຍຕ່າງໆຢ່າງຫຼວງຫຼາຍທັງພາຍໃນ ແລະຕ່າງປະເທດ ແມ່ນບໍ່ໄດ້ໝົດໄປໃນສະໄໝຂອງທ່ານ ຢຸນ, ເຊິ່ງດໍາເນີນງານ ກ່ຽວກັບອາຊີບໄອຍະການ ແລະທະ ນາຍຄວາມຈົນເຖິງຊ່ວງຕົ້ນຂອງລະດູໃບໄມ້ປົ່ງ ໃນປີທີ່ຜ່ານມາ.

“ມັນຄືສິ່ງທີ່ບໍ່ມີປະໂຫຍດໄປຫາສິ່ງທິ່ແຕກຕ່າງລະຫວ່າງບັນຫາພາຍໃນປະເທດ ແລະບັນຫາລະຫວ່າງຊາດ,” ທ່ານກ່າວຕໍ່ປະຊາຊົນທີ່ມາຊຸມນຸມ. “ເມື່ອພວກເຮົາຫາກມີບົດບາດທາງສາກົນທີ່ຍິ່ງໃຫຍ່ຂຶ້ນ, ພວກເຮົາກໍສາມາດຫາທາງອອກທີ່ຖືກຕ້ອງສໍາລັບຄວາມທ້າທາຍຫຼາຍຢ່າງໃຫ້ແກ່ປະເທດຂອງພວກເຮົາ.”

ທ່ານຢຸນ ທີ່ມີອາຍຸ 61 ປີ, ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍ ດີຄົນໃໝ່ຂອງເກົາຫຼີໃຕ້ໃນເດືອນມີນາແລ້ວນີ້ ດ້ວຍຄະແນນທີ່ໜ້ອຍກວ່ານຶ່ງເປີ ເຊັນ, ໂດຍການເລີ້ມຕົ້ນ 5 ປີ ໃນນຶ່ງສະໄໝຂອງການດໍາລົງຕໍາແໜ່ງ ດ້ວຍຄວາມຄາດຫວັງທີ່ມີລັກສະນະຕໍ່າຂອງປະຊາຊົນ. ທ່ານຢຸນ ຍັງໄດ້ຮັບຜິດຊອບລະບົບເສດຖະກິດທີ່ໃຫຍ່ເປັນອັນດັບ 10 ຂອງໂລກ ໃນຂະນະທີ່ຕ້ອງປະເຊີນກັບການທົດລອງອາວຸດອີກຄັ້ງ ຂອງປະເທດເພື່ອນບ້ານເກົາຫຼີເໜືອຂອງທ່ານ.

ໃນພິທີສາບານຕົນເຂົ້າຮັບຕໍາແໜ່ງ, ປະທານາທິບໍດີຢຸນ ໄດ້ຮ້ອງໂຄງການອາ ວຸດນິວເຄລຍຂອງເກົາຫຼີເໜືອວ່າ ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງທີ່ບໍ່ແມ່ນແຕ່ເກົາຫຼີໃຕ້ ແຕ່ຍັງລວມເຖິງທົ່ວທັງຂົງເຂດເອເຊຍຕາເວັນອອກນໍາອີກດ້ວຍ.

ຢ່າງໃດກໍຕາມ, ລັດ​ຖະບຸລຸດໃໝ່ທ່ານນີ້ ໄດ້ມີການເຊີນລັດຖະບານພຽງຢາງໃຫ້ເຂົ້າມາຮ່ວມການເຈລະຈາ, ແລະເກົາຫຼີເໜືອຈະຕ້ອງດໍາເນີນງານຮວ່ມກັນຢ່າງຈິງຈັງ ເພື່ອ​ປົດອາວຸດນິວເຄລຍ ຢ່າງສົມບູນແບບ, ທ່ານຢຸນ ກ່າວວ່າ ລັດຖະ ບານຂອງທ່ານ ຈະດໍາເນີນງານຮ່ວມກັບປະຊາຄົມໂລກກ່ຽວກັບ “ແຜນການທີ່ກ້າຫານ ໃນການເສີມສ້າງເສດຖະກິດຂອງເກົາຫຼີເໜືອຢ່າງຫຼວງຫຼາຍ ແລະຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນພວກເຂົາເຈົ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG