ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຄສະນາຫາສຽງ ແບບໃສ່ຮ້າຍປ້າຍສີກັນ ໃນການເລືອກຕັ້ງຂັ້ນຕົ້ນ ຂອງເກົາຫລີໃຕ້ ໃກ້ຈະສິ້ນສຸດລົງແລ້ວ


ເຈົ້າແຂວງຢອງກີ (Gyeonggi) ທ່ານ ລີ ແຈ-ມອັງ (Lee Jae-myung), ນຶ່ງໃນຜູ້ເຂົ້າຊິງຕໍາແໜ່ງປະທານາທິບໍດີ ຂອງພັກປະຊາທິປະໄຕ ໃນການເລືອກຕັ້ງປະທານາທິບໍດີປີໜ້າ, ກ່າວໃນລະຫວ່າງການຫາສຽງຄັ້ງສຸດທ້າຍ ເພື່ອເລືອກຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີໃນນະຄອນຫລວງໂຊລ, ເກົາຫລີໃຕ້, ວັນທີ 10 ຕຸລາ, ປີ 2021.
ເຈົ້າແຂວງຢອງກີ (Gyeonggi) ທ່ານ ລີ ແຈ-ມອັງ (Lee Jae-myung), ນຶ່ງໃນຜູ້ເຂົ້າຊິງຕໍາແໜ່ງປະທານາທິບໍດີ ຂອງພັກປະຊາທິປະໄຕ ໃນການເລືອກຕັ້ງປະທານາທິບໍດີປີໜ້າ, ກ່າວໃນລະຫວ່າງການຫາສຽງຄັ້ງສຸດທ້າຍ ເພື່ອເລືອກຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີໃນນະຄອນຫລວງໂຊລ, ເກົາຫລີໃຕ້, ວັນທີ 10 ຕຸລາ, ປີ 2021.

ເຖິງແມ່ນຈະເປັນໄປຕາມມາດຕະຖານຂອງການເມືອງ ທີ່ປາດສະຈາກຄວາມປານີຢູ່ເລື້ອຍໆຂອງເກົາຫລີໃຕ້, ການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນຂອງປະເທດ ເຊິ່ງໃກ້ຈະສິ້ນສຸດລົງແລ້ວນັ້ນ, ແມ່ນໄດ້ເຮັດໃຫ້ບັນດານັກຊ່ຽວຊານທາງການເມືອງທັງຫລາຍໃນນະຄອນຫລວງໂຊລ, ຕ່າງກໍພາກັນປະຈົບປະແຈງ.

ການໂຄສະນາຫາສຽງໃນຄັ້ງນີ້, ເຊິ່ງຈະເຖິງຈຸດສຸດທ້າຍໃນການລົງຄະແນນສຽງໃນເດືອນມີນາ, ແມ່ນໄດ້ມີການກ່າວຫາ ກ່ຽວກັບການສໍ້ລາດບັງຫຼວງໃນລະດັບສູງ, ການເສຍມາລະຍາດທີ່ໜ້າອັບອາຍ ແລະຖືກໂຈມຕີທາງສ່ວນໂຕທີ່ໜ້າລັງກຽດ, ບາງສ່ວນລວມມີຊີວິດທາງເພດ ແລະການປະຕິບັດທາງສາດສະໜາຂອງບັນດາຜູ້ສະໝັກທີ່ມີຄະແນນນໍາໜ້າໝູ່.

ເກົາຫລີໃຕ້, ເຊິ່ງຫລຸດພົ້ນອອກມາຈາກລະບອບຜະເດັດການທະຫານໃນຊຸມປີ 1980, ບໍ່ເປັນການແປກຫຍັງສໍາລັບການເມືອງທີ່ປ່າເຖື່ອນ. ມັນມີຄວາມຮູ້ສຶກເໝືອນດັ່ງເກມທີ່ບໍ່ມີຜົນບວກ, ອະດີດປະທານາທິບໍດີຂອງເກົາຫລີໃຕ້ທີ່ມີຊີວິດຢູ່ທັງສີ່ຄົນ ຖືກຕັດສິນວ່າມີຄວາມຜິດໃນຂໍ້ຫາກໍ່ອາດຊະຍາກໍາຕ່າງໆ ຫລັງຈາກທີ່ຄູ່ແຂ່ງທາງການເມືອງ ໄດ້ເຂົ້າກໍາອໍານາດ.

ຢ່າງໃດກໍຕາມ, ມັນເປັນໄລຍະເວລານຶ່ງແລ້ວນັບຕັ້ງແຕ່ວົງຈອນການເລືອກຕັ້ງ ມີຄວາມຮູ້ສຶກທີ່ບໍ່ດີ, ທ່ານ ກິມ ຊູ-ມິນ (Kim Su-min), ນັກສັງເກດການທາງດ້ານການເມືອງອະວຸໂສຂອງເກົາຫລີໃຕ້ ໄດ້ກ່າວແບບເສຍໃຈອອກມາ.

“ຢ່າງນ້ອຍ ບັນດາຜູ້ສະໝັກກໍເຄີຍຮັກສາກຽດຂອງພວກເຂົາ,” ທ່ານໄດ້ກ່າວຕໍ່ VOA. “ປັດຈຸບັນນີ້ ມັນສັບສົນວຸ້ນວາຍໄປຫລາຍແລ້ວ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG