ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ພາບ​ທີ່​ກືນ​ບໍ່​ເຂົ້າ ຄາຍ​ບໍ່​ອອກ​ຂອງ​ເກົາ​ຫຼີ​ໃຕ້: ມີ​ແຕ່​ເກົາ​ຫຼີ​ເໜືອ​ທໍ່​ນັ້ນ​ບໍ ທີ່​ເປັນ​ໄພ​ຂົ່ມ​ຂູ່?

ແຟ້ມ - ຮູບທີ່​ສະ​ໜອງ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້ ເຮືອ​ພິ​ຄາດ​ເກົາ​ຫຼີ​ໃຕ້, ລຸ່ມ​ສຸດ, ຂອງ​ສະ​ຫະ​ລັດ, ກາງ, ແລະ​ຂອງ​ຍີ່​ປຸ່ນ ພວມ​ແລ່ນ​ພາບ​ໜ້າ​ກັນ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ຮ່ວມ ປ້ອງ​ກັນ​ລູກ​ສອນ​ໄຟ ໃນ​ເຂດ​ນ່ານ​ນ້ຳ​ສາ​ກົນ ຢູ່ນອກ​ແຄມ​ຝັ່ງ​ແຫຼມ​ເກົາ​ຫຼີ ວັນ​ທີ 17 ເມ​ສາ 2023.

ໂຊ​ລ​ຄວນ​ພ້ອມ​ແລ້ວ ທີ່​ຈະ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່ ນອກ​ເໜືອ​ໄປ​ຈາກ​ເກົາ​ຫຼີ​ເໜືອ​ໃນ​ຂະ​ນະ​ທີ່​ຄວາມ​ເປັນ​ປໍ​ລະ​ປັກ​ຂອງ​ປັກ​ກິ່ງ​ຕໍ່​ໄຕ້​ຫວັນ ແລະ​ໄພ​ຂົ່ມ​ຂູ່​ຂອງ​ພຽງ​ຢາງ​ຕໍ່​ເກົາ​ຫຼີ​ໃຕ້ ພວມ​ສືບ​ຕໍ່​ເພີ້ມ​ທະ​ວີ​ຂຶ້ນ ພວກ​ນັກ​ວິ​ເຄາະ​ກ່າວ.

ການ​ກຽມ​ພ້ອມ​ທາງ​ທະ​ຫານ​ຂອງ​ເກົາ​ຫຼີ​ໃຕ້ ແຕ່​ດົນ​ນານ​ມາ​ແລ້ວ​ແມ່ນ​ແນ​ໃສ່​ເກົາ​ຫຼີ​ເໜືອ ດັ່ງ​ທີ່​ໄດ້​ມີ​ການ​ນຳ​ເອົາອາ​ວຸດ​ຍຸດ​ທະ​ພັນ​ສະ​ໄໝ​ໃໝ່​ທາງ​ທະ​ຫານ ອອກ​ມາ​ສະ​ແດງ ​ໃນ​ພິ​ທີສວນ​ສະ​ໜາມ ຢູ່​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ອັງ​ຄານ​ແລ້ວ ເພື່ອ​ສະ​ຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ຂອງ​ປະ​ເທດ​ຄົບ​ຮອບ 75 ປີ.

ເສັ້ນ​ທາງ​ໃນ​ການ​ສວນ​ສະ​ໜາມ​ແມ່ນ​ຜ່ານ​ຍ່ານ​ການ​ຄ້າ​ແລະ​ທຸ​ລະ​ກິດ ແລະ​ກໍ​ໄປ​ສິ້ນ​ສຸດ​ລົງ​ ທີ່​ເຂດກວາງວາ​ມຸນ ຊຶ່ງ​ເປັນ​ປະ​ຕູ​ເຂົ້າ​ສູ່ ​ນະ​ຄອນ​ຫຼວງ​ໂຊ​ລ. ເກົາ​ຫຼີ​ເໜືອໄດ້​ຈັດ​ໃຫ້​ມີ​ການ​ສວນ​ສະ​ໜາມ​ທາງ​ທະ​ຫານ​ຫຼາຍໆ​ຄັ້ງ​ຕໍ່​ປີ ແຕ່ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ເກົາ​ຫຼີ​ໃຕ້​ໄດ້​ຈັດ​ຂຶ້ນ ນັບ​ແຕ່​ປີ 2013 ເປັນ​ຕົ້ນ​ມາ.

ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ຢູນ ຊຸກ ໂຢ​ລ ຄຳ​ນັບ ທີ່​ຖານ​ທັບ​ອາ​ກາດ​ຊອງ​ນາມ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2023.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ຢູນ ຊຸກ ໂຢ​ລ ຄຳ​ນັບ ທີ່​ຖານ​ທັບ​ອາ​ກາດ​ຊອງ​ນາມ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ 2023.

ໃນ​ຄຳ​ປາ​ໄສ​ຂອງ​ທ່ານ ທີ່​ຖານ​ທັບ​ອາ​ກາດ​ຊອງ​ນາມ ກ່ອນ​ໄປ​ຮ່ວມ​ພິ​ທີ​ສວນ​ສະ​ໜາມນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ຢູນ ຊຸກ ໂຢ​ລ ກ່າວ​ວ່າ ເກົາ​ຫຼີ​ໃຕ້​ຈະ​ເສີມ​ຂະ​ຫຍາຍ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ປະ​ເທດ ແລະ​ເຕືອນ​ເກົາ​ຫຼີ​ເໜືອວ່າ ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ເທດ​ດັ່ງ​ກ່າວຈະ “ຖືກ​ທັບ​ມ້າງ ​ໃຫ້​ສິ້ນ​ສຸດ​ລົງໃນ​ການ​ຕອບ​ໂຕ້​ຢ່າງ​ຖ້ວມ​ລົ້ນ” ຖ້າ​ປະ​ພຽງ​ຢາງ​ຫາກ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ.

ອາ​ວຸດ​ຊະ​ນິດ​ຕ່າງໆທີ່​ຜະ​ລິດ​ໂດຍເກົາ​ຫຼີ​ໃຕ້ເຊັ່ນ​ລົດ​ຖັງ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບແລະ ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດໄດ້​ຖືກ​ນຳ​ມາ​ສະ​ແດງ​ຢູ່​ໃນ​ພິ​ທີ​ສວນ​ສະ​ໜາມ ເພື່ອ​ປ້ອງ​ກັນ​ສັດ​ຕູ​ໂຕ​ສຳ​ຄັນ ຄື​ເກົາ​ຫຼີ​ເໜືອ.

ເກົາ​ຫຼີ​ເໜືອ​ໄດ້​ທຳ​ການ​ຍິງທົດ​ລອງ​ລູກ​ສອນ​ໄຟເປັນ​ລຳ​ດັບ​ມາໃນ​ປີນີ້ ຮວມ​ທັງ​ລູກ​ສອນ​ໄຟ​ຂ້າມ​ທະ​ວີບ​ຫຼາຍໆ​ຄັ້ງ ລູກ​ສອນ​ໄຟ​ເຫວີ່ນ ແລະ​ຈະ​ຫຼວດ​ສົ່ງ​ດາວ​ທຽມ​ທີ່​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG