ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ເວົ້າວ່າ ການມາຢ້ຽມຢາມ ໂຊລ ໂດຍ ຜູ້ນຳເກົາຫຼີເໜືອ ໃນປີນີ້ຈະ ເປັນໄປບໍ່ໄດ້ເທື່ອ


ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ຊ້າຍ, ແລະ ປະທານາ
ທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຈັບມືກັນ ຢູ່ໃນ ບ້ານສັນ
ຕິພາບ ຫຼື Peace House ຕັ້ງຢູ່ທີ່ບ້ານ ປານມູນຈອມ ໃນເຂດປອດທະຫານ ຂອງເກົາຫຼີໃຕ້, ວັນທີ 27 ເມສາ 2018.
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ຊ້າຍ, ແລະ ປະທານາ ທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຈັບມືກັນ ຢູ່ໃນ ບ້ານສັນ ຕິພາບ ຫຼື Peace House ຕັ້ງຢູ່ທີ່ບ້ານ ປານມູນຈອມ ໃນເຂດປອດທະຫານ ຂອງເກົາຫຼີໃຕ້, ວັນທີ 27 ເມສາ 2018.

ເກົາຫຼີໃຕ້ ກ່າວວ່າ ການເດີນທາງມາຢ້ຽມຢາມໂຊລ ຂອງຜູ້ນຳເກົາຫຼີເໜືອ ທ່ານ ກິມ
ຈົງ ອຶນ ກ່ອນທ້າຍປີນີ້ ນັ້ນ ອາດເປັນໄປບໍ່ໄດ້.

ທ່ານ ກິມ ໄດ້ສັນຍາວ່າ ຈະໄປຢ້ຽມຢາມ ນະຄອນຫຼວງ ຂອງເກົາຫຼີໃຕ້ “ໃນອະນາຄົດ
ອັນໃກ້ໆ”
ໃນເວລາ ທີ່ທ່ານໄດ້ເປັນເຈົ້າພາບຕ້ອນຮັບ ປະທານາທິບໍດີ ມູນ ແຈ-ອິນ
ສຳລັບ ກອງປະຊຸມສຸດຍອດ ຄັ້ງທີ 3 ໃນປີນີ້.

ແຕ່ຖະແຫຼງການທີ່ໄດ້ແຈ້ງອອກມາ ໃນວັນພະຫັດມື້ນີ້ ໂດຍທຳນຽບ ສີຟ້າ ຊຶ່ງເປັນບ້ານ
ພັກປະທານາທິບໍດີ ເກົາຫຼີໃຕ້ ໄດ້ອ້າງເຖິງຄຳເວົ້າຂອງທີ່ປຶກສາອາວຸໂສທ່ານນຶ່ງ ຂອງ
ປະທານາທິບໍດີ ມູນ ທີ່ກ່າວວ່າ ການຢ້ຽມຢາມ ໂດຍ ທ່ານ ກິມ ຈົງ ອຶນ ຈະເປັນໄປໄດ້
“ຍາກ.” ການມາຢ້ຽມຢາມ ເກົາຫຼີໃຕ້ ໂດຍທ່ານກິມ ຈະເປັນເທື່ອທຳອິດ ຂອງຜູ້ນຳ
ເກົາຫຼີເໜືອ ນັບຕັ້ງແຕ່ ແຫຼມເກົາຫຼີ ໄດ້ຖືກແບ່ງແຍກ ຫຼັງຈາກສົງຄາມໂລກຄັ້ງທີສອງ.

ບັນດານັກວິເຄາະ ກ່າວວ່າ ເກົາຫຼີເໜືອ ກຳລັງລະວັງ ກ່ຽວກັບ ການໃຫ້ວັນເວລາທີ່ຕາຍ
ໂຕ ສຳລັບການຢ້ຽມຢາມຂອງທ່ານກິມ ຍ້ອນເລື້ອງຄວາມເປັນຫ່ວງດ້ານຄວາມປອດໄພ
ຢູ່ໃນເກົາຫຼີໃຕ້ ແລະ ການເຈລະຈາກັບສະຫະລັດ ທີ່ໄດ້ຢຸດສະງັກລົງ ກ່ຽວກັບ ໂຄງການ
ອາວຸດນິວເຄລຍຂອງຕົນ.

ຖະແຫຼງການຂອງທຳນຽບສີຟ້າ ກ່າວວ່າ ທ່ານ ກິມ ຈົງ ອຶນ ຍັງອາດຈະໄປຢ້ຽມຢາມ
ໂຊລ ຢູ່ໃນຕົ້ນປີໜ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG