ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ ລາຍງານ ກໍລະນີ ຕິດເຊື້ອໃໝ່ ຂອງ MERS


ສະມາຊິກກຳມະບານພະນັກງານຮັກສາສຸຂະພາບ ແລະການແພດ ເກົາຫຼີໃຕ້ ປະທ້ວງສູນກາງການແພດ
Samsung ຍ້ອນບໍ່ສາມາດຄວບຄຸມການລະບາດ ຂອງພະຍາດ MERS (19 ມິຖຸນາ 2015)
ສະມາຊິກກຳມະບານພະນັກງານຮັກສາສຸຂະພາບ ແລະການແພດ ເກົາຫຼີໃຕ້ ປະທ້ວງສູນກາງການແພດ Samsung ຍ້ອນບໍ່ສາມາດຄວບຄຸມການລະບາດ ຂອງພະຍາດ MERS (19 ມິຖຸນາ 2015)

ເກົາຫລີໃຕ້ລາຍງານ ກໍລະນີໃໝ່ ຂອງໂຣກລະບົບຫາຍໃຈອັກ
ເສບຮ້າຍແຮງຈາກ ພາກຕາເວັນອອກກາງ ຫຼື MERS ໃນວັນ
ເສົາມື້ນີ້ ເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດຢູ່ໃນເກົາຫຼີໃຕ້ເພີ້ມ
ຂຶ້ນເປັນ 182 ກໍລະນີ ຊຶ່ງເປັນຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ ຢູ່
ນອກຊາອຸດີ ອາຣາເບຍ.

ກະຊວງສາທາລະນະສຸກ ກ່າວວ່າ ບໍ່ມີລາຍງານກ່ຽວກັບການ
ເສຍຊີວິດຕື່ມອີກເຮັດຈຳນວນຜູ້ຕາຍທັງໝົດຍ້ອນເຊື້ອໄວຣັສ
ນີ້ຍັງຄົງໂຕຢູ່ທີ່ 31 ຄົນ.

ໃນສັບປະດາແລ້ວນີ້ ອົງການອະນາໄມໂລກ ໄດ້ຖິ້ມໂທດໃສ່
ການຂະຫຍາຍຂອບເຂດໃນການລະບາດຢູ່ເກົາຫຼີໃຕ້ ໃສ່ຄວາມລົ້ມແຫຼວ ຂອງພວກເຈົ້າ ໜ້າທີ່ ໃນປະເທດດັ່ງກ່າວ ທີ່ບໍ່ໄດ້ຈັດຕັ້ງປະຕິບັດມາດຕະການຄວບຄຸມຢ່າງພຽງພໍ.

ອົງການອະນາໄມໂລກກ່າວວ່າ ບໍ່ໄດ້ມີການສ້າງຄວາມຕື່ນຕົວກ່ຽວກັບຄວາມສ່ຽງໃນການ ຕິດເຊື້ອໄວຣັສ MERS ໃນໝູ່ບັນດາເຈົ້າໜ້າທີ່ການແພດ ຕະຫຼອດທັງມາດຕະການປ້ອງ ກັນແລະການຄວບຄຸມການລະບາດຢູ່ຕາມໂຮງໝໍຕ່າງໆແມ່ນບໍ່ພຽງພໍ. ແຕ່ແນວໃດກໍຕາມ
ພະແນກການດັ່ງກ່າວຂອງສະຫະປະຊາຊາດເວົ້າວ່າ ການລະບາດໃນຄັ້ງນີ້ຍັງບໍ່ຖືວ່າເປັນ ເຫດການສຸກເສີນທາງດ້ານສາທາລະນະສຸກ ທີ່ສ້າງຄວາມກັງວົນ ໃຫ້ແກ່ນາໆຊາດເທື່ອ.

ອາການຂອງພະຍາດ MERS ແມ່ນຮວມທັງເປັນໄຂ້ ໄອແລະຫອບ ຊຶ່ງທັງໝົດນີ້ໂດຍທົ່ວ ໄປແລ້ວກໍແມ່ນພົວພັນກັບການເຈັບປ່ວຍທີ່ບໍ່ຮ້າຍແຮງຕ່າງໆ ເຊັ່ນໄຂ້ຫວັດເປັນຕົ້ນ.

Sokor MERS
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG