ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຄົນຕິດພະຍາດ MERS ໃໝ່ 3 ຄົນ ຢູ່ເກົາຫຼີໃຕ້


ຜູ້ໂດຍສານໃສ່ໜ້າກາກກັນພະຍາດ ເພື່ອປ້ອງກັນໄວຣັສ MERS ຍ່າງອອກຈາກລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, 18 ມິຖຸນາ 2015
ຜູ້ໂດຍສານໃສ່ໜ້າກາກກັນພະຍາດ ເພື່ອປ້ອງກັນໄວຣັສ MERS ຍ່າງອອກຈາກລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, 18 ມິຖຸນາ 2015

ເກົາຫຼີ​ໃຕ້ ​ປະ​ກາດ​ໃຫ້​ຊາບ ໃນ​ວັນ​ອາທິດ​ມື້​ນີ້​ວ່າ ມີ​ຄົນຕິດພະຍາດ ລະບົບຫາຍ​ໃ​ຈອັກເສບຮ້າຍແຮງ ຈາກພາກຕາເວັນອອກກາງ ຫລື MERS ​ໃໝ່ 3 ຄົນ.

ທ່ານ​ໝໍຄົນໜຶ່ງ ​ແລະ ພະນັກງານ​ຮັກສາ​ສຸ​ຂະ​ພາບ​ຄົນ​ໜຶ່ງ ​ແມ່ນ​ລວມຢູ່​ໃນກໍ​ລະນີ​ໃໝ່​ນັ້ນ, ອີງ​ຕາມແຫຼ່ງ​ຂ່າວຂອງ ​ຝຣັ່ງ.

ການ​ເປີ​ດ​ເຜີຍກໍລະນີການ​ຕິ​ດ​ເຊື້ອ​ໃໝ່​ນີ້ ​ແມ່ນ​ມີ​ຂຶ້ນ ຫລັງ​ຈາກການ ປະກາ​ດ​ໃນ​ວັນ​ເສົາ​ວານ​ນີ້ ວ່າ​ບໍ່ໄດ້ມີ​ກໍ​ລະ​ນີການ​ຕິດ​ເຊື້ອ​ໃໝ່​ໃດ​ໆ, ເຊິ່ງ​ໄດ້ສ້າງຄວາມ​ຫວັງ​ວ່າ​ ປະ​ເທດ​ໄດ້​ເອົາ​ຊະນະ​ການ​ຕໍ່ສູ້​ກັບ​ເຊື້ອ​ໄວຣັສ ຮ້າຍ​ແຮງ​ດັ່ງກ່າວ.

ກະຊວງ​ສາ​ທາ​ລະນະ​ສຸກ ​ຍັງ​ໄດ້​ປະກາດ​ການ​ຕາຍ​ຂອງ​ຜູ້​ປ່ວຍ​ໂຣກ MERS ອີກ​ຄົນ​ໜຶ່ງ, ເຊິ່ງເປັນ​ການເພີ່ມ​ຈຳນວນ​ຜູ້​ເສຍ​ຊີ​ວິດ​ຈາກ​ເຊື້ອ​ໄວຣັສນີ້ ​ ຂຶ້ນ​ເປັນ 25 ຄົນ​.

​ມີ​ເກືອບ 170 ​ຄົນ ໄດ້​ເຈັບ​ປ່ວຍ​ຍ້ອນ​ເຊື້ອ​ໄວຣັສດັ່ງກ່າວ ​ເຊິ່ງບໍ່​ສາມາດ​ຄວບ​ຄຸມ​ໄດ້​ ໂດຍ​ຢາແວັກ​ຊີ​ນ​ໃດໆ ​ທີ່​ຮູ້​ຈັກ​ກັນ.

South Korea reports 3 new MERS cases
please wait

No media source currently available

0:00 0:00:25 0:00

ຢູ່ເຂດ​ອື່ນໃນ​ພາກ​ພື້ນ, ນາຍົກລັດຖະມົນຕີ ​ໄທ ທ່ານ ປຣາຢຸດ ຈັນ​ໂອຊາ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ ​ບໍ່​ໃຫ້​ພາກັນຕົກ​ໃຈ ຫຼັງ​ຈາກ​ທີ່​ທາງ​ການ​ໄທ​ໄດ້​ຢືນຢັນ​ເຖິງ​ກໍ​ລະ​ນີທຳ​ອິ​ດຂອງຜູ້​ປ່ວຍໂຣກ MERS ​ໃນ​ສັບປະດາ​ທີ່​ຜ່ານ​ມາ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະ​ເທດ​ໄທ ​ແມ່ນໄດ້​ກຽມພ້ອມ​ເປັນ​ຢ່າງ​ດີ ​ເພື່ອຮັບ​ມືກັບ​ບັນຫາ​ດ້ານ​ສາທາລະນະ​ສຸກ ທີ່ເກີດ​ຂື້ນ​ຈາກ​ການແຜ່​ລະບາດ​ຂອງ​ໂຣກ MERS. ມີ 59 ຄົນທີ່​ອາດຈະໄດ້ຖືກ​ເຜີ​ຍ​ແບ ໃສ່​ເຊື້ອໄວຣັສດັ່ງກ່າວ ​ເຊິ່ງ​ຕອນ​ນີ້​ແມ່ນ​ກຳລັງຖືກ​ເຝົ້າ​ສັງເກດ
ເບິ່ງອາການ ​ ​ຈະຢູ່​ໂຮງໝໍ ​ຫຼື ຢູ່​ບ້ານ​ຂອງພວກ​ເຂົາ.

ເກົາຫຼີໃຕ້ພະຍາຍາມໃຫ້ ຄວາມໝັ້ນໃຈແກ່ນັກທ່ອງທ່ຽວ ເລື້ອງພະຍາດ MERS:

South Korea to Offer MERS Insurance to Tourists
please wait

No media source currently available

0:00 0:02:03 0:00

XS
SM
MD
LG