ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ປ. ເກົາຫຼີໃຕ້ ໃຫ້ຄຳໝັ້ນສັນຍາ ທີ່ຈະກູ້ເຮືອຂ້າມຟາກ Sewol ຂຶ້ນມາ ຈາກທ້ອງທະເລ


ແມ່ຍິງຄົນນຶ່ງກຳລັງເບິ່ງຮູບພາບ ຂອງພວກເຄາະຮ້າຍ ຈຳນວນນຶ່ງທີເສຍຊີວິດ ຈາກເຮືອຂ້າມຟາກ Sewol ຢູ່ນອກ ບ່ອນໄວ້ອາໄລທີ່ເມືອງ Ansan, ເກົາຫຼີໃຕ້ ວັນທີ 16 ເມສາ 2015.

ປະທານາທິບໍດີ Park Geun-hye ​ແຫ່ງ​ເກົາຫຼີ​ໃຕ້​ໄດ້​ໃຫ້
​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ກູ້​ເຮືອ​ຂ້າມ​ຟາກ Sewol ຂຶ້ນ​ມາ ​ໂດຍ
​ຕົກລົງ​ເຫັນ​ດີ​ນຳ ຄຳ​ຂໍຮ້ອງ​ທີ່​ສຳຄັນຂອງ​ພວກ​ຄອບຄົວ​
ຂອງ​ພວກ​ທີ່​ເສຍ​ຊີວິດ​ໄປ 304 ຄົນ​ເວລາ​ເຮືອ​ລຳ​ດັ່ງກ່າວ​
ຫຼົ້ມ​ໃນ​ປີ​ແລ້ວ​ນີ້.

ຖ້ອຍ​ຄຳ​ເຫຼົ່າ​ນີ້​ຂອງ​ປະທານາທິບໍດີ ມີ​ຂຶ້ນ​ຢູ່​ໃນ​ຄຳ​ປາ​ໄສ​
ໃນ​ວັນ​ພະຫັດ ມື້​ນີ້ ​ເພື່ອເປັນ​ຂີດ​ໝາຍ​ວັນ​ຄົບຮອບ​ໜຶ່ງ​ປີ​
ທີ່​ເຮືອ​ຂ້າມ​ຟາກ​ Sewol ທີ່​ບັນຈຸ​ຄົນ​ໂດຍສານ​ເກີນ​ກຳໜົດ​
ຫຼົ້ມລົງ​ໃນ​ທະ​ເລ ລະຫວ່າງ​ການອວ່າຍ​ຫົວ​ເຮືອ​ຕາມ​ປົກກະ
ຕິ ຢູ່​ນອກ​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະເທດ
ນັ້ນ.

​ເຮືອ​ລຳ​ນີ້ ທີ່​ບັນຈຸ​ຄົນ​ໂດຍສານ ຊຶ່ງ​ສ່ວນ​ຫຼາຍ​ເປັນ​ພວກ​ນັກຮຽນມັດທະຍົມ ຍັງ​ຈົມ​ປີ້ນ​
ຂວ້ຳ​ຢູ່ພື້ນ​ທະ​ເລ​ໃນ​ບ່ອນ​ດຽວ​ກັນ​ກັບ​ບ່ອນ​ທີ່​ມັນ​ຂວ້ຳ​ລົງ​ນັ້ນ ອັນ​ເປັນຄວາມ​ຊົງ​ຈຳ​ອັນ
​ໜຶ່ງ​ຂອງ​ໄພ​ຫາ​ຍະ​ນະ​ທາງ​ທະ​ເລ​ຄັ້ງ​ຮ້າຍ ແຮງ​ທີ່​ສຸດ​ຂອງ​ປະ​ເທດ.

ປະທານາທິບໍດີ​ກ່າວ​ວ່າ “ຂ້າພະ​ເຈົ້າ​ຄຶດ​ວ່າ ​ໃນ​ປັດຈຸບັນ​ນີ້ ມັນ​ສົມຄວນ​ແກ່​ເວລາ
ແລ້ວທີ່​ພວກ​ເຮົາ​ຈະກະກຽມ​ກູ້​ເຮືອ​ລຳ​ນີ້​ຂຶ້ນ​ມາ”
ພວກ​ເຮົາຈະ​ ດຳ​ເນີນ​ທຸກໆ​ວິ
ທີ​ການ​ທີ່​ຈຳ​ເປັນ​ໃນ​ທັນທີ ທີ່​ວ່າ​ເຮືອ​ລຳ​ນີ້​ສາມາດ​ຍົກຂຶ້ນ ​ມາ​ໄດ້​ ໃນ​ເວລາ​ອັນ​
ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້
.”

ປະທານາທິບໍດີ Park ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ເຊັ່ນ​ກັນ​ວ່າ ຈະ​ຊອກ​ຫາ​ສົບ​ຂອງ​ພວກ​ຄົນ​ໂດຍສານ 9 ຄົນ​ທີ່​ຍັງ​ຫາຍ​ສາບ​ສູນ​ຢູ່​ໃນ​ເວລາ​ນີ້​ເຊັ່ນ​ກັນ. ​

​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ສະຖານ​ທີ່​ໄວ້ອາ​ໄລ ນັ້ນສະມາຊິກ
ຫຼາຍໆຄົນ​ຂອງ​ຄອບຄົວພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ​ບໍ່​ຍອມ​ພົບ​ປະ​ກັບ​ປະທານາທິບໍດີຈົນ​
ກວ່າ​ທ່ານ​ນາງ​ໄດ້​ຮັບປາກ​ທີ່​ຈະກູ້ເອົາ​ເຮືອລຳ​ນີ້​ຂຶ້ນ​ມາ.

ລັດຖະບານ​ໄດ້​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ຢ່າງ​ສະໝ່ຳສະ​ເໝີ​ມາ ​ເພື່ອໃຫ້​ກູ້ເຮືອ​ຂ້າມ​ຟາກ ​ທີ່ໜັກ 6825 ​ໂຕນ​ຂຶ້ນ​ມາ​ຈາກ​ທ້ອງ​ທະ​ເລ​ເພື່ອ​ຊ່່ອຍ ປິດ​ເລື້ອງ​ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ທີ່ໄດ້​ຮັບ​ເຄາະ​ຮ້າຍ ແລະ​ສາມາດ ລະບຸໄດ້​ຢ່າງ​ແນ່ນອນ​ກ່ຽວ​ກັບ​ສາຍ​ເຫດ​ແທ້ໆ​ຂອງ​ອຸບັດ​ເຫດ​ເຮືອ​ລຳ​ນີ້.

SOKOR Ferry Anniversary
please wait

No media source currently available

0:00 0:02:57 0:00

XS
SM
MD
LG