ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີໃຕ້ ຈະບໍ່ຈ່າຍຄ່າລະ​ບົບລູກ​ສອນໄຟ​ THAAD ໃຫ້ແກ່ສະຫະລັດ


ຖານຍິງລະ​ບົບລູກ​ສອນ​ໄຟ​ຕໍ່ຕ້ານການ​ຍິງ​ມາ​ໃນ​ລະດັບ​ສູງ THAAD ທີ່ເມືອງ Seongju, ເກົາຫລີໃຕ້ ຖ່າຍໃນວັນທີ26 ເມສາ, 2017.
ຖານຍິງລະ​ບົບລູກ​ສອນ​ໄຟ​ຕໍ່ຕ້ານການ​ຍິງ​ມາ​ໃນ​ລະດັບ​ສູງ THAAD ທີ່ເມືອງ Seongju, ເກົາຫລີໃຕ້ ຖ່າຍໃນວັນທີ26 ເມສາ, 2017.

ລັດຖະບານ​ເກົາຫລີ​ໃຕ້​ໄດ້ໂຕ້​ຕອບ​ຄືນ​ຢ່າງ​ວອງ​ໄວຕໍ່ຄໍາຮຽກ​ຮ້ອງຂອງປະທາ​ນາ​ທິ​ບໍ
ດີ ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ທີ່​ເວົ້າວ່າ​ໃຫ້ລັດຖະບານ​ນະຄອນຫລວງ​ໂຊ​ລ ຈ່າຍ
​ເງິນ 1 ຕື້ໂດ​ລາ ສໍາລັບ​ລະ​ບົບລູກ​ສອນ​ໄຟ​ຕໍ່ຕ້ານການ​ຍິງ​ມາ​ໃນ​ລະດັບ​ສູງ ທີ່​ເອີ້ນ​ວ່າ
THAAD​ ນັ້ນ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້​ໄດ້​ອອກ​ຖະ​ແຫລ​ງການ​ໃນ​ວັນ​ສຸກ​ມື້​ນີ້​ວ່າ “ບໍ່​ມີ​
ຫຍັງ​ປ່ຽນ​ແປງຢູ່​ໃນ​ເກົາຫລີ​ໃຕ້ ​ແລະທ່າ​ທີ​ຂອງ​ສະຫະລັດ​ກໍ​ຄື ​ລັດຖະບານ​ພວກ​ເຮົາ
ສະໜອງທີ່​ດິນ ​ແລະ​ສະຖານ​ທີ່ ທີ່​ໃຊ້​ເປັນ​ການ​ສະໜັບສະ​ໜູນ ​ແລ້ວ​ສະຫະລັດ​ຮັບ
​ຜິດຊອບ​ຕໍ່ຄ່າ​ຕິດ​ຕັ້ງ ຄ່າ​ດໍາປະຕິບັດງານ ​ແລະຄ່າ​ບໍາລົງຮັກສາ ​ລະ​ບົບລູກ​ສອນ​ໄຟ
​ຕໍ່ຕ້ານການ​ຍິງ​ມາ​ໃນ​ລະດັບ​ສູງ THAAD​.”

ການ​ຕິດ​ຕັ້ງ ​ລະ​ບົບລູກ​ສອນ​ໄຟ​ຕໍ່ຕ້ານການ​ຍິງ​ມາ​ໃນ​ລະດັບ​ສູງ ຫລື THAAD ຊຶ່ງ​
ເປັນອາວຸດ​ຍຸດທະ​ພັນ​ໃຊ້ຕ້ານ​ລູກ​ສອນ​ໄຟຂໍ​ປະ​ນາ​ວຸດ ​ແມ່ນ​ໄດ້​ເຊັນ​ຂໍ້​ຕົກລົງ​ກັນ
ເມື່ອປີ​ກາຍ​ນີ້ ​ລະ​ຫວ້າງ ​ຊຶ່ງເວລາ​ນັ້ນ​ແມ່ນລັດຖະບານຂອງປະທານາທິບໍດີ Barac
k Obama ​ແລະ​ລັດຖະບານ​ຂອງປະທານາທິບໍດີ Park Geun-hye​. ທ່ານ​ນາງ
Park ​ໄດ້​ມີຄວາມ​ສາມາດ​ຫລົບ​ຫລີກການ​ຮຽກຮ້ອງ ທີ່​ກໍານົດ​ວ່າ ທ່າ​ນນາງຕ້ອງ​ໄດ້
​ຂໍ​ຄໍາ​ອະນຸມັດ​ຈາກ​ສະພາ ​ແຫ່ງ​ຊາດ ສໍາລັບ​ຂໍ້​ຕົກ​ລົງດັ່ງກ່າວ ​ໂດ​ຍອ້າງ​ວ່າຈະບໍ່​ຕ້ອງ
ການ​ທຶນ​ໃນ​ການ​ຕິດ​ຕັ້ງລະບົບ THAAD ນີ້.

​ແຕ່​ວ່າ​ລະຫວ່າງ​ການ​ສຳພາດ​ໃນ​ວັນ​ພະຫັດ​ວານ​ນີ້ ກັບ​ອົງການ​ຂ່າວ​ຣອຍ​ເຕີ​ໃນ​ນະ
ຄອນຫລວງ ວໍ​ຊິງ​ຕັນ ປະທານາທິບໍດີ​ທຣໍາ ກ່າວ​ວ່າ ທ່ານ​ຕ້ອງການ​ໃຫ້​ເກົາຫລີ​ໃຕ້
ຈ່າຍ​ຄ່າ​ລະ​ບົບ ດັ່ງກ່າວ.

ທ່ານ Moon Jae-in ຜູ້ສະໝັກປະທານາທິບໍດີ ພັກປະຊາທິປະໄຕເກົາຫລີ ກ່າວລະຫວ່າງການໂຕ້ວາທີ່ຜ່ານທມາງໂທລະພາບ.
ທ່ານ Moon Jae-in ຜູ້ສະໝັກປະທານາທິບໍດີ ພັກປະຊາທິປະໄຕເກົາຫລີ ກ່າວລະຫວ່າງການໂຕ້ວາທີ່ຜ່ານທມາງໂທລະພາບ.

ອ​ະດີດ​ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ຄົນ​ນື່ງ ຄາດ​ຄະ​ເນວ່າ ລາຄາ​ຂອງ​
ລະບົບ ດັ່ງກ່າວ​ຈະ​ຕົກ​ຢູ່​ປະມານ 1 ພັນ 2 ຮ້ອຍ​ລ້ານ​ໂດ​ລາ ​ແຕ່ກໍ​ກ່າວ​ວ່າ ສະຫະລັດ
ບໍ່​ຢາກ​ຂາຍ​ THAAD ໃຫ້​ແກ່່​ນະ​ຄອນໂຊ​ລ.

ທ່ານ​ທຣໍາ ຍັງ​ກ່າວ​ຢູ່​ໃນ​ການ​ສຳພາດ​ທີ່ທຳນຽບຂາວ​ວ່າ ທ່ານ​ຕ້ອງການ​ຢາກ​ແກ້​ໄຂ​ວິ
​ກິດ​ການ​ຢ່າງ​ສັນຕິ ຊຶ່ງອາດ​ຈະ​ຜ່ານໃຊ້​ການ​ລົງ​ໂທດ​ທາງ​ເສດຖະກິດ ​ແຕ່​ກ່າວເວົ້າຄື
​ກັນວ່າ “ມີ​ໂອກາດ​ທີ່​ພວກ​ເຮົາຕ້ອງ​ມີການ​ຄັດ​ແຍ້​ງທີ່ຍິ່ງ​ໃຫຍ່ກັບ​ເກົາຫລີ​ເໜືອ ​
ໃນ​ທີ່​ສຸດ.”

ລະ​ບົບລູກ​ສອນ​ໄຟ​ຕໍ່ຕ້ານການ​ຍິງ​ມາ​ໃນ​ລະດັບ​ສູງ ທີ່​ເອີ້ນ​ວ່າ THAAD​.
ລະ​ບົບລູກ​ສອນ​ໄຟ​ຕໍ່ຕ້ານການ​ຍິງ​ມາ​ໃນ​ລະດັບ​ສູງ ທີ່​ເອີ້ນ​ວ່າ THAAD​.

ເກົາຫລີ​ໃຕ້​ກຳລັງ​ຢູ່​ທ່າມກາງ​ການ​ເລືອກ​ຕັ້ງປະທານາທິບໍດີ ທີ່ຈະ​ພາ​ໃຫ້​ມີ​ການ​ປົດ​
ອະດີດ​ປະທານາທິບໍດີ Park Geun-hye ​ອອກ​ຈາກ​ຕໍາ​ແໜ່ງ ຍ້ອນ​ຂໍ້​ກ່າວ​ຫາທ່ານ
ນາງ ​ວ່າ​ພົວພັນ​ກັບ​ການ​ສໍ້​ລາດ​ຍັງ​ຫລວງຫລາຍ​ລ້ານ​ໂດ​ລາ.



ຜູ້ນຳ​ໜ້າ​ສະໝັກ​ເປັນ​ປະທານາທິບໍດີ ທ່ານ Moon Jae-in ທີ່​ອຽງ​ໄປ​ທາງ​ເສລີ
ປະຊາທິປະ​ໄຕ​ພັກ​ຂອງ​ເກົາຫລີ ​ໄດ້​ກ່າວ​ວ່າ ທ່ານ​ຕ້ອງການ​ລ້າ​ຊ້າ​ການ​ຕິດ​ຕັ້ງ
ລະ​ບົບລູກ​ສອນ​ໄຟ​ຕໍ່ຕ້ານ​ຍິງ​ມາ​ລະດັບ​ສູງ (THAAD) ຈົນກວ່າ​ປະທານາທິບໍດີ​ຄົນ​
ໃໝ່​ເຂົ້າ​ຮັບ​ຕຳ​ແໜ່​ງ ​ແລະ​ສາມາດ​ຊັງ​ຊາ​ຜົນ​ປະ​ໂຫຍດ ​ແລະ​ການ​ເສຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US South Korea THAAD
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG