ມີປະຊາຊົນຢ່າງໜ້ອຍ 2,000 ຄົນ ໄດ້ໄປເຕົ້າໂຮມກັນຢູ່ທີ່ເມືອງຫລວງ ຂອງເກົາຫລີໃຕ້
ໃນຄໍ່າວັນເສົາວານນີ້ ເພື່ອປະທ້ວງການໃຫ້ສັດຕະຍາບັນຂອງສະພາແຫ່ງຊາດ ຕໍ່ຂໍ້ຕົກ
ລົງການຄ້າເສລີກັບສະຫະລັດ.
ພວກປະທ້ວງຢູ່ໃນນະຄອນຫລວງໂຊລຂອງເກົາຫລີໃຕ້ ໄດ້ຖືແລະໄຕ້ທຽນໄຂແລະພ້ອມ
ກັບຮ້ອງໂຮຄໍາຂວັນຕ່າງໆທີ່ຕໍ່ຕ້ານຂໍ້ຕົກລົງດັ່ງກ່າວ ທີ່ພວກ ເຂົາເຈົ້າຮູ້ສຶກວ່າ ມັນຈະກະ
ທົບກະເທືອນຕໍ່ຊາວເກົາຫລີໃຕ້ທັງຫລາຍ ໂດຍສະເພາະພວກຊາວນາຊາວສວນແລະພວກ
ພໍ່ຄ້າປີກຍ່ອຍ. ພວກປະທ້ວງໄດ້ປະທະກັບຕໍາຫລວດ ຢູ່ທີ່ຈະຕຸລັດໃຫຍ່ຂອງເມືອງຫລວງ
ໂຊລ.
ພວກສະມາຊິກສະພາຝ່າຍຄ້ານໄດ້ເຂົ້າຮ່ວມກັບການໂຮມຊຸມນຸມປະທ້ວງ ໂດຍໄດ້ກ່າວປະ
ນາມລັດຖະບານຂອງປະທານາທິບໍດີ ລີ ມຽງບັກ ແລະ ພັກປົກຄອງປະເທດ Grand
National Party ທີ່ໄດ້ຜັກດັນຂໍ້ຕົກລົງດັ່ງກ່າວຜ່ານສະພາແຫ່ງຊາດ. ພວກປະທ້ວງ
ບາງຄົນໄດ້ທວງໃຫ້ປະທາ ນາທິບໍດີລາອອກ ໂດຍກ່າວຫາທ່ານວ່າ ໄດ້ເຊັນຂໍ້ຕົກລົງທີ່ໃຫ້
ປະໂຫຍດແກ່ສະຫະລັດ ຫລາຍກ່ວາເກົາຫລີໃຕ້.
ພວກຄັດຄ້ານໄດ້ອອກມາປະທ້ວງຕາມຖະໜົນຫົນທາງ ນັບຕັ້ງແຕ່ສະພາ ໄດ້ໃຫ້ສັດຕະຍາ
ບັນແກ່ສັນຍາການຄ້າເສລີກັບສະຫະລັດ ເມື່ອວັນອັງຄານຜ່ານມານີ້.
ທາງພວກສະໜັບສະໜຸນກ່າວວ່າ ຂໍ້ຕົກລົງການຄ້າເສລີນີ້ ແມ່ນຈະເພີ່ມສິນຄ້າສົ່ງອອກ
ແລະສ້າງໜ້າວຽກໃຫ້ແກ່ເກົາຫລີໃຕ້.
ສະຫະລັດໄດ້ຮັບຮອງເອົາຂໍ້ຕົກລົງດັ່ງກ່າວທີ່ໄດ້ມີການຊັກຊ້າມາເປັນເວລາດົນນານນັ້ນ
ເມື່ອເດືອນຜ່ານມາ ຫລັງຈາກຢຸດຊະງັກບໍ່ໄປບໍ່ມາໄດ້ສີ່ປີ.