ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໄອ​ຍະ​ການ ເກົາຫຼີໃຕ້ ຕ້ອງການ ທີ່ຈະຈັບກຸມ ຫົວໜ້າ ກຸ່ມບໍລິສັດ Samsung


ສັນຍາລັກ ຂອງບໍລິສັດ ​​​ອີ​ເລັກ​ໂທຣນິກ Samsung ທີ່ເຫັນໃນຫ້າງສັບພະສິນຄ້າ ໃນນະຄອນໂຊລ, ເກົາຫຼີໃຕ້.
ສັນຍາລັກ ຂອງບໍລິສັດ ​​​ອີ​ເລັກ​ໂທຣນິກ Samsung ທີ່ເຫັນໃນຫ້າງສັບພະສິນຄ້າ ໃນນະຄອນໂຊລ, ເກົາຫຼີໃຕ້.

ໃນ​ວັນ​ພະຫັດ​ມື້​ນີ້ ສານ​ຂອງ​ເກົາຫຼີ​ໃຕ້ ​ໄດ້​ຍົກ​ເລີກ​ໝາຍ​ຈັບ ​ຫົວໜ້າ​ຂອງ​ກຸ່ມບໍລິສັດ Samsung ​ໃນ​ຄະດີ ​ທີ່​ອາດຈະ​ມີ​ຜົນກະທົບ ​ຕໍ່​ການ​ຟ້ອງ​ຮ້ອງ ​ປະທານາທິບໍ​ດີ Park Geun-hye.

ທ່ານ Jay Y. Lee ຮອງ​ປະທານ​ຂອງບໍລິສັດ​ອີ​ເລັກ​ໂທຣນິກ Samsung ໄດ້ ​ຖືກ​ຄວບ​ຄຸມ​ຕົວ​ໄວ້ເປັນ​ເວລາ 14 ຊົ່ວ​ໂມງ ​ໃນ​ສະຖານ​ທີ່​ກັກ​ຂັງ​ແຫ່ງ​ນຶ່ງ ກ່ອນ​ຈະ​ນຳ​ຕົວ ກ່ອນ​ທີ່ສານ
ໃນ​ນະຄອນ​ຫຼວງໂຊລ ຕັດສິນວ່າ ​ຍັງ​ບໍ່​ມີ​ຫຼັກ​ຖານ​ພຽງພໍ​ໃນ​ເວລາ​ນີ້ ​ທີ່ຈະ​ເຫັນ​ພ້ອມ​ກັບ​
ຂໍ້​ຫາ​ຂອງ​ໄອ​ຍະ​ການ ກ່ຽວ​ກັບ​ການ​ຮັບ​ເງິນ​ສິນ​ບົນ ການ​ສໍ້​ໂກງ ​ແລະ​ການ​ໃຫ້ການ​ເທັດ.

ຜູ້​ພິພາກສາ​ທີ່​ກຳກັບ​ນຳຄະດີ​ດັ່ງກ່າວ ໄດ້ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໂດຍ​ກ່າວ​ວ່າ “ຫຼັງ​ຈາກ​ທີ່​ໄດ້​ກວດ​ສອບ​ເບິ່ງ​ຫຼັກຖານຕ່າງໆ ​ແລະ​ຂັ້ນ​ຕອນ​ການສືບສວນ​ສອບ​ສວນ​ແລ້ວ​ນັ້ນ ມາຈົນ​ເຖິງ​ປະຈຸ​ບັນ​ນີ້ ຍັງ​ເປັນ​ການ​ຍາກ​ຢູ່ ​ທີ່​ຈະ​ຮັບຮູ້ເຖິງ​ຄວາມ​ຈຳ​ເປັນ ​ແລະ​ຂໍ້​
ເທັດ​ຈິງໃນ​ການ​ຈັບ​ກຸມ​ ​ໃນສະຖານະ​ປະຈຸ​ບັນ​ນີ້​.”

ທ່ານ Lee Kyu-chul ໂຄສົກ​ຂອງ​ຫ້ອງການ​ໄອ​ຍະ​ການໄດ້​ກ່າວ​ວ່າ “ການ​ຕັດສິນ​
ຂອງ​ສານ ທີ່​ໄດ້​ປະຕິ​ເສດ​ຕໍ່​ໝາຍ​ຈັບ​ນັ້ນ ​ແມ່ນ​ເປັນ​ເລື່ອງ​ທີ່ໜ້າ​ເສຍ​ໃຈ ​ແຕ່​ວ່າ​
ພວກ​ເຮົາຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ການສືບສວນ​ສອບ​ສວນ ຕໍ່​ໄປ ​ໂດຍ​ທີ່​ຈະ​ເອົາ​ທຸກ​ມາດ​ຕະການ​ທີ່​ຈຳ​ເປັນ”

ທ່ານ Lee ​ແມ່ນ​ຖືກ​ສົງ​ໄສ​ວ່າ ​ໄດ້​ຈ່າຍ​ເງິນ​ໃຫ້ທ່ານ​ນາງ Choi Soon-sil ​ເພື່ອນ​ທີ່​ມີ
​ອິດ​ທິພົນຂອງ​ປະທານາທິບໍ​ດີ Park ໃນຈຳນວນ 36 ລ້ານ​ໂດ​ລ່າເພື່ອ​ເປັນ​ການ​ຕອບ​ແທນ
​ໃນ​ການ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ ຂອງ​ປະທານາທິບໍດີ​ໃນການ​ອະນຸມັດກອງ​ທຶນເບ້ຍ​ບຳ
ນານ​ທີ່​ດຳ​ເນີນ​ງານ​ໂດຍ​ລັດຖະບານ ປີ 2015 ​ໃນການ​ຮວມເຂົ້າ​ກັນ 2 ບໍລິສັດ​ເຄືອ​ຄ່າ​ຍ ຂອງບໍລິສັດ Samsung. ການ​ຈ່າຍ​ເງິນທີ່​ສົງ​ໄສ​ນີ້ ​ແມ່ນ​ຈ່າຍໃນ​ຮູບ​ຂອງ​ການ​ບໍລິຈາກ​
ເພື່ອ​ສະໜັບສະໜຸນການ​ຝຶກ​ແອບ ຂອງ​ນາງ Chung Yoo-ra ຜູ້​ຊຶ່ງ​ເປັນ​ລູກ​ສາວ​ຂອງ
ທ່ານ​ນາງ Choi ​ແລະ​ສອງ​ມູນ​ນິທິ​ບໍ່ຫວັງ​ຜົນ​ກຳ​ໄລ ທີ່​ຄວບ​ຄຸມ​ໂດຍທ່ານ​ນາງ Choi.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG