ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອຍະການ ເກົາຫຼີໃຕ້ ພວມຊອກຫາຊ່ອງທາງທີ່ຈະຈັບກຸມ ຫົວໜ້າ ບໍລິສັດ Samsung ຢູ່


ສັນຍະລັກ ຂອງບໍລິສັດ ຜະລິດເຄື່ອງອີເລັກໂທຣນິກ ແຊມຊຸງ ຕິດຢູ່ປະຕູແກ້ວ ໜ້າຮ້ານ ໃນນະຄອນຫຼວງ ໂຊລ ປະເທດ
ເກົາຫຼີໃຕ້.
ສັນຍະລັກ ຂອງບໍລິສັດ ຜະລິດເຄື່ອງອີເລັກໂທຣນິກ ແຊມຊຸງ ຕິດຢູ່ປະຕູແກ້ວ ໜ້າຮ້ານ ໃນນະຄອນຫຼວງ ໂຊລ ປະເທດ ເກົາຫຼີໃຕ້.

ບັນດາໄອຍະການ ຂອງເກົາຫຼີໃຕ້ ພວມສືບສວນສອບສວນ ເລື່ອງການສໍ້ລາດ ບັງຫລວງທີ່ນອງນັນ ເຊິ່ງນຳໄປສູ່ການຟ້ອງຮ້ອງປະທານາທິບໍດີຂອງປະເທດ ນັ້ນ ໄດ້ຮ້ອງຂໍໃຫ້ຈັບກຸມ ຫົວໜ້າຊົ່ວຄາວ ຂອງບໍລິສັດ Samsung ທ່ານ Lee Jae-yong ອາຍຸ 48 ປີ ຜູ້ເປັນລູກຊາຍ ຂອງທ່ານ Lee Kun-hee ປະທານ ກຸ່ມບໍລິສັດ Samsung ທີ່ໄດ້ລົ້ມປ່ວຍມາເມື່ອບໍ່ຫຼາຍປີນີ້.

ບັນດາໄອຍະການ ໄດ້ດຳເນີນການສອບສວນ ໃນການໃຫ້ການສະໜັບສະໜູນດ້ານ ການເງິນ ແກ່ທຸລະກິດນຶ່ງ ແລະ ບັນດາມູນນິທິຕ່າງໆ ທີ່ສະໜັບສະໜູນໂດຍ ນາງ
Choi Soon-sil ຜູ້ເປັນເພື່ອນສະນິດ ຂອງປະທານາທິບໍດີ Park Geun-hey ນັ້ນ.

ສານແຫ່ງນຶ່ງໃນນະຄອນໂຊລ ຈະລົງຄວາມເຫັນຕໍ່ຂໍ້ສະເໜີໃຫ້ຈັບກຸມ ຂອງບັນດາ ໄອຍະການ ໃນວັນພຸດມື້ຮືນີ້.

ບໍລິສັດ Samsung ເປັນກຸ່ມບໍລິສັດທີ່ໃຫຍ່ທີ່ສຸດ ແລະ ການຈັບກຸມທ່ານ Lee ອາດມີ ຜົນກະທົບຕໍ່ເສດຖະກິດຂອງປະເທດ. ຢ່າງໃດກໍຕາມ ໂຄສົກຂອງທີມງານ ທີ່ດຳເນີນ ການສືບສວນ ກໍໄດ້ກ່າວວ່າ “ພວກເຮົາເຊື່ອວ່າ ມັນມີຄວາມສຳຄັນຍິ່ງກວ່າ ໃນການ ປະຕິບັດຄວາມຍຸຕິທຳ.”

ທ່ານນາງ Park ໄດ້ຖືກກ່າວຫາ ໃນຖານສົມຮູ້ຮ່ວມຄິດ ກັບເພື່ອນຍິງທີ່ຮູ້ຈັກກັນມາ
ນານແລ້ວ ເພື່ອ​ບັງຄັບ​ໃຫ້​ກຸ່ມບໍລິສັດຍັກ​ໃຫຍ່ ຂອງ​ເກົາຫລີ​ໃຕ້ ບໍລິຈາກ​ເງິນຫຼາຍກວ່າ
​65 ລ້ານ​ໂດ​ລາ ໃຫ້​ແກ່ມູນ​ນິທິ​ທີ່ໜ້າສົງໄສສອງ​ແຫ່ງ ແລະຈະບໍ່ຫຍຸ້ງກ່ຽວນຳ ໃນຂະນະ ທີ່ນາງ Choi ລັກໂອນເງິນບາງສ່ວນ ແລະ ເຮັດສັນຍາທີ່ມີກຳໄລງາມ ກັບພວກບໍລິສັດ ທີ່ນາງ ແລະ ເພື່ອນໆຂອງນາງເປັນເຈົ້າຂອງ.

ບໍລິສັດ Samsung ໄດ້ປະຕິເສດ ຕໍ່ການກະທຳໃດໆ ທີ່ບໍ່ຖືກຕ້ອງ ໂດຍກ່າວວ່າ ຕົນ ບໍ່ເຄີຍບໍລິຈາກເງິນ ເພື່ອໃຫ້ໄດ້ສິ່ງຕອບແທນ. ກຸ່ມບໍລິສັດນີ້ ກ່າວໃນຖະແຫລງການ ສະບັບນຶ່ງວ່າ “ບໍ່ມີການສະໜັບສະໜູນ ອັນທີ່ວ່າ ເປັນການສະແຫວງຫາ ສິ່ງຕອບ ແທນ. ພວກເຮົາເຊື່ອວ່າ ສານຈະຕັດສິນໃນເລື່ອງນີ້ດ້ວຍດີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ


South Korea Politics
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG