ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄອຍະການ ເກົາຫຼີໃຕ້ ຢາກລົງໂທດ ຫົວໜ້າ ບໍລິສັດ Samsung ໃຫ້ຈຳຄຸກ 12 ປີ


ທ່ານ Lee Jae-yong, ຄົນທີສອງຈາກຂວາ, ຮອງປະທານ ບໍລິສັດ Samsung Electronics, ໄປຮອດ ສານນະຄອນ ໂໍຊລ ໃນການດຳເນີນຄະດີ ສໍ້ລາດບັງຫລວງ ທີ່ນະຄອນ
ຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 7 ສິງຫາ 2017.
ທ່ານ Lee Jae-yong, ຄົນທີສອງຈາກຂວາ, ຮອງປະທານ ບໍລິສັດ Samsung Electronics, ໄປຮອດ ສານນະຄອນ ໂໍຊລ ໃນການດຳເນີນຄະດີ ສໍ້ລາດບັງຫລວງ ທີ່ນະຄອນ ຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 7 ສິງຫາ 2017.

ບັນດາໄອຍະການຂອງເກົາຫຼີໃຕ້ ໄດ້ກ່າວໃນຄຳຖະແຫລງມ້ວນທ້າຍຄະດີ ຂອງ
ພວກເພິ່ນ ໃນວັນຈັນມື້ນີ້ ວ່າ ພວກເພິ່ນ ຢາກລົງໂທດ ຫົວໜ້າບໍລິສັດ Samsung
ທ່ານ Lee Jae-yong ໃຫ້ຈຳຄຸກ 12 ປີ ໃນຂໍ້ຫາສໍ້ລາດບັງຫຼວງ ຊຶ່ງກ່ຽວຂ້ອງກັບ
ເລື່ອງນອງນັນທາງດ້ານການເມືອງ ທີ່ນຳໄປສູ່ການຟ້ອງຮ້ອງ ແລະ ໃຫ້ປົດ ອະດີດ
ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ອອກຈາກຕຳແໜ່ງ.

ບັນດາໄອຍະການເຫຼົ່ານັ້ນ ກ່າວວ່າ ທ່ານ Lee ມອບເງິນຫຼາຍລ້ານໂດລາ ໃຫ້ແກ່
ສອງມູນນິທິ ທີ່ບໍ່ຫວັງຜົນກຳໄລ ທີ່ເຊື່ອຖືບໍ່ໄດ້ ຊຶ່ງດຳເນີນການໂດຍ ນາງ Choi
Soon-sil ຜູ້ທີ່ເປັນເພື່ອນໃກ້ຊິດ ຂອງປະທານາທິບໍດີ Park ໃນການແລກປ່ຽນກັບ
ການຕັດສິນໃຈ ໂດຍກະຊວງບໍລິການດ້ານບຳນານແຫ່ງຊາດ ທີ່ຈະອຳນວຍປະໂຫຍດ
ໃຫ້ແກ່ບໍລິສັດ ກ່ຽວກັບ ການຮວມຕົວຂອງສອງບໍລິສັດ ທີ່ເປັນສາຂາ ຂອງ Samsung
ເຖິງແມ່ນວ່າ ອາດຈະສູນເສຍກຳໄລ ຫຼາຍກວ່າ 100 ລ້ານໂດລາ ກໍຕາມ. ການຮ່ວມ
ຕົວກັນນັ້ນ ຈະເຮັດໃຫ້ເສັ້ນທາງ ຂອງການເຂົ້າຄວບຄຸມ ບໍລິສັດຍັກໃຫຍ່ທັງມວນ ຈາກ
ພໍ່ຂອງທ່ານ Lee ຜູ້ທີ່ປ່ວຍໂຊຢູ່ນັ້ນ ງ່າຍຂຶ້ນ.

ທ່ານ Lee ໄດ້ປະຕິເສດວ່າ ບໍ່ໄດ້ກະທຳຜິດໃດໆ.

ຄາດກັນວ່າ ຄຳຕັດສິນດັງກ່າວ ແມ່ນຈະອອກມາໃນທ້າຍເດືອນນີ້.

SOKOR Samsung
please wait
Embed

No media source currently available

0:00 0:01:00 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG