ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ສະເໜີ ເຈລະຈາ ກັບເກົາຫຼີເໜືອ (ວີດີໂອ)


ແຜນທີ່ເກົາຫຼີ
ແຜນທີ່ເກົາຫຼີ

ເກົາຫຼີ​ໃຕ້​ໄດ້​ສົ່ງ​ສານ​ສະບັບ​ນຶ່ງ​ໄປ​ຍັງ​ເກົາຫຼີ​ເໜືອ ສະ​ເໜີ​ໃຫ້​ມີ​
ການ​ພົບປະກັນ​ໃນ​ລະດັບ​ສູງ ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ
ຕ່າງໆ​ທີ່ມີຜົນ​ປະ​ໂຫຍ​ດຮ່ວມ​ກັນ ຮວມທັງ​ການ​ທ້ອນ​ໂຮມ​ພວກ
​ຄອບຄົວ ທີ່​ໄດ້​ພັດ​ພາກ​ຈາກ​ກັນ​ຍ້ອນ​ສົງຄາມ​ເກົາຫຼີ​ນັ້ນ​ນຳ.

ສານ​ສະບັບ​ທີ່​ສົ່ງ​ໄປ​ໃນ​ວັນ​ຈັນ​ມື້​ນີ້ ສະ​ເໜີ​ໃຫ້​ມີ​ການ​ພົບ​ປະກັນ
​ໃນ​ວັນ​ທີ 19 ສິງຫາ​ເດືອນ​ນີ້ ທີ່​ໝູ່​ບ້ານ​ຢຸດ​ຍິງ​ ປັນ​ມູນ​ຈອມ.

ການ​ພົບ​ປະກັນ​ຄືນລະ​ຫວ່າງ​ຄອບຄົວຂອງ​ສອງ​ເກົາຫຼີ​ຄັ້ງ​ຫຼ້າ​ສຸດ
​ແມ່ນມີ​ຂຶ້ນ​ໃນ​ເດືອນ​ກຸມພາ​ຕົ້ນ​ປີ​ນີ້ ຊຶ່ງ​ເປັນ​ຄັ້ງທຳ​ອິດ​ໃນ​ຮອບ ​3 ປີ​ປາຍ​ຜ່ານ​ມາ.

ປະທານາທິບໍດີ Park Geun-hye ​ແຫ່ງ​ເກົາຫຼີ​ໃຕ້ ​ໄດ້​ສະ​ເໜີ​ໃຫ້ສອງ​ຝ່າຍ​ທີ່​ເປັນ​ຄູ່​
ປໍລະ​ປັກ​ກັນ ຈັດການ​ພົບ​ປະ​ລະຫວ່າງ​ພວກ​ຄອບຄົວຢ່າງ​ສະ​ໝ່ຳສະເໝີ ​ເພາະວ່າ
​ເວລາ​ຍັງ​ເຫຼືອໜ້ອຍ​ຫຼາຍ​ສຳລັບ​ພວກ​ປະຊາຊົນ​ສູງ​ອາຍຸ ທີ່​ໄດ້​ຖືກ​ພັດ​ພາກ​ຈາກ​ກັນ
ຍ້ອນ​ການ​ເມືອງແລະ​ສົງຄາມ​ທີ່​ເກີດ​ຂຶ້ນໃນ​ຕົ້ນ​ຊຸມ​ປີ 1950 ນັ້ນ.

​ໄດ້​ມີ​ການ​ພົບ​ປະລະ​ຫວ່າງ​ຄອບຄົວ​ຫຼາຍ​ຄັ້ງ ນັບ​ແຕ່ໂຄງ​ການ​ນີ້ໄດ້​ເລີ້ມຂຶ້ນທຳ​ອິດ​ໃນ​
ປີ 1985 ​ແຕ່​ຄວາມ​ຖີ່​ຂອງ​ການ​ພົບ​ປະກັນ​ນັ້ນ​ ແມ່ນ​ປ່ຽນ​ແປງ ​ໄປຕາມ​ສະພາບ​ການ​
ຂອງ​ສາຍ​ພົວພັນລະຫວ່າງ​ສອງ​ເກົາຫຼີ​.

ວີດີໂອ ກ່ຽວກັບການເຕົ້າໂຮມກັນຄືນ ລະຫວ່າງຄອບຄົວຊາວເກົາຫຼີເມື່ອຕົ້ນປີນີ້:

UN Report Helps Cross-Border Korean Reunions
please wait

No media source currently available

0:00 0:02:14 0:00
ລິງໂດຍກົງ

XS
SM
MD
LG