ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ສະເໜີໃຫ້ຈັດ ການເຕົ້າໂຮມ ຄອບຄົວ ຂຶ້ນເປັນ ປະຈຳ (ວີດີໂອ)


ປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye (ກາງ) ພວມຍົກມືຊົມເຊີຍພ້ອມກັບທຸງຊາດໃນລະຫວ່າງພິທີສະຫຼອງ ວັນຂະບວນການເອກກະລາດ ຊຶ່ງເປັນວັນຄົບຮອບ ໃນ ການລຸກຮືຂຶ້ນຕໍ່ຕ້ານການປົກຄອງແບບອານານິຄົມຂອງຍີ່ປຸ່ນ ໃນປີ 1919 ທີ່ກຸງໂຊລ (1 ມີນາ 2014)
ປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye (ກາງ) ພວມຍົກມືຊົມເຊີຍພ້ອມກັບທຸງຊາດໃນລະຫວ່າງພິທີສະຫຼອງ ວັນຂະບວນການເອກກະລາດ ຊຶ່ງເປັນວັນຄົບຮອບ ໃນ ການລຸກຮືຂຶ້ນຕໍ່ຕ້ານການປົກຄອງແບບອານານິຄົມຂອງຍີ່ປຸ່ນ ໃນປີ 1919 ທີ່ກຸງໂຊລ (1 ມີນາ 2014)
ປະ​ທາ​ນາ​ທິບໍດີ​ເກົາຫລີ​ໃຕ້ທ່ານ​ນາງ Park Geun-hye ​ໄດ້​ສະ
​ເໜີ​ຕໍ່​ເກົາຫລີ​ເໜືອວ່າ ປະເທດຄູ່ປໍລະປັກທັງສອງ ຄວນຈັດໃຫ້
ມີ​ການ​ເຕົ້າ​ໂຮມກັນ​ຂອງບັນດາຄອບ​ຄົວທີ່ໄດ້​ພັດພາກຈາກກັນ
​ຍ້ອນສົງຄາມເກົາຫລີນັ້ນ ຂຶ້ນເປັນປະຈຳ.

ຢູ່​ໃນ​ຄຳປາໄສ​ເນື່ອງໃນວັນຄົບ​ຮອບ 95 ປີໃນ​ການ​ເປັນ​ເອກກະ
ລາດຂອງເກົາຫລີ ຈາກການ​ເປັນ​ຫົວ​ເມືອງ​ຂື້ນຂອງຍີ່ປຸ່ນ ທ່ານ
​ນາງ Park ​ໄດ້​ກ່າວ​ວ່າ ການ​ເຕົ້າ​ໂຮມ​ຄອບ​ຄົວ​ເປັນ​ປະ​ຈໍາ ຄວນ
​ຈັດ​ໃຫ້​ມີ​ຂື້ນ ​ເພາະວ່າ​ເວລາ​ກໍາ ລັງ​ຈະ​ໝົດ​ລົງແລ້ວສຳລັບບັນດາ
​ຜູ້​ເຖົ້າທີ່​ໄດ້​ພັດພາກຈາກກັນ ຍ້ອນການເມືອງ​ແລະສົງຄາມ ​ໃນ
​ຕົ້ນຊຸມ​ປີ 1950.

ທັງ​ສອງ​ເກົາຫລີ ​ໄດ້​ສີ້​ນສຸດ​ການ​ເຕົ້າ​ໂຮມຄອບຄົວ ​ເປັນ​ເວລາ 6 ມື້ ​ໃນ​ວັນ​ອັງ ຄານ​ທີ່​ຜ່ານ​
ມາ ຢູ່​ທີ່ບ່ອນ​ຕາກ​ອາກາດ​ ເທິງພູ Kumgang ໃນເກົາຫລີເໜືອ​. ມັນ​ໄດ້​ເປັນ​ການ​ເຕົ້າ​ໂຮມ​
ກັນ​ເທຶ່ອທໍາ​ ອິດ ໃນໄລຍະ​ກວ່າສາມ​ປີທີ່​ຜ່ານ​ມາ.

​ໄດ້​ມີ​ການ​ເຕົ້າ​ໂຮມ​ກັນຫຼາຍໆຄັ້ງມາແລ້ວນັບ​ແຕ່ໄດ້ມີການພົບພໍ້ກັນເທຶ່ອທໍາ​ ອິດໃນ​ປີ1985
ແຕ່​ໄດ້​ຖືກລົບກວນແບບຢຸດໆເຊົາສຸດແລ້ວ​ແຕ່​ສະພາບຄວາມ​ສໍາ ພັນຂອງ​ເກົາຫລີທັງສອງ.

Korea Reunion
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG