ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ສະເໜີ ໃຫ້ມີການເຈລະຈາກັນ ທາງທະຫານ ກັບ ເກົາຫຼີເໜືອ


ຜູ້ຊາຍຄົນໜຶ່ງເບິ່ງດິນແດນຟາກ ເກົາຫຼີີເໜືອ ຜ່ານແຜນທີ່ແກ້ວ ຂອງເຂດປອດທະຫານ ລະຫວ່າງ ເກົາຫຼີເໜືອ ກັບ ເກົາຫຼີໃຕ້ ຕັ້ງຢູ່ໃກ້ໆກັບບ້ານສັນຍາສະຫງົບເສິກ Panmunjom, 6 ກໍລະກົດ, 2017.
ຜູ້ຊາຍຄົນໜຶ່ງເບິ່ງດິນແດນຟາກ ເກົາຫຼີີເໜືອ ຜ່ານແຜນທີ່ແກ້ວ ຂອງເຂດປອດທະຫານ ລະຫວ່າງ ເກົາຫຼີເໜືອ ກັບ ເກົາຫຼີໃຕ້ ຕັ້ງຢູ່ໃກ້ໆກັບບ້ານສັນຍາສະຫງົບເສິກ Panmunjom, 6 ກໍລະກົດ, 2017.

ເກົາຫຼີໃຕ້ ໄດ້ສະເໜີໃຫ້ມີການເຈລະຈາທາງທະຫານ ແລະ ການທ້ອນໂຮມວົງສາຄະນາ
ຍາດ ກັບ ເກົາຫຼີເໜືອ ໃນວັນຈັນມື້ນີ້ ເພື່ອຫຼຸດຜ່ອນຄວາມເປັນໄປໄດ້ສຳລັບການຂັດແຍ້ງ
ທີ່ກຳລັງເພີ່ມຂຶ້ນ ກ່ຽວກັບ ການສືບຕໍ່ພັດທະນາອາວຸດນິວເຄລຍ ແລະ ລູກສອນໄຟຂີປະ
ນາວຸດຂອງ ເກົາຫຼີເໜືອ.

ຮອງລັດຖະມົນຕີປ້ອງກັນປະເທດຂອງລັດຖະບານ ໂຊລ ທ່ານ Seo Jeo-Seok ໄດ້
ກ່າວໃນວັນຈັນມື້ນີ້ວ່າ “ກະຊວງປ້ອງກັນປະເທດໄດ້ສະເໜີວ່າ ຈະຈັດການເຈລະຈາທາງທະຫານ ລະຫວ່າງ ສອງປະເທດ ເກົາຫຼີຂຶ້ນ ໃນວັນທີ 21 ກໍລະກົດ ທີ່ຕຶກ Tongilgak
ໃນ ເກົາຫຼີເໜືອ ເພື່ອຢຸດເຊົາທຸກໆການກະທຳທີ່ເປັນອັນຕະລາຍ ເຊິ່ງໄດ້ເຮັດໃຫ້ຄວາມ
ເຄັ່ງຕຶງທາງທະຫານຢູ່ຕາມເຂດຊາຍແດນເພີ່ມສູງຂຶ້ນ.”

ຕຶກ Tongilgak ແມ່ນຕຶກຂອງ ເກົາຫຼີເໜືອ ໃນບ້ານສັນຍາຢຸດຍິງ Panmunjom, ຕັ້ງ
ຢູ່ເຂດຊາຍແດນທີ່ຖືກໃຊ້ໃນການເຈລະຈາລະຫວ່າງ ເກົາຫຼີ ໃນຄັ້ງທີ່ຜ່ານມາ. ກອງປະ
ຊຸມລະດັບລັດຖະບານຄັ້ງສຸດທ້າຍໄດ້ຖືກຈັດຂຶ້ນໃນເດືອນທັນວາ 2015.

ນັບຕັ້ງແຕ່ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ໄດ້ເຂົ້າກຳອຳນາດໃນເດືອນພຶດສະພາທີ່ຜ່ານມາ, ລັດຖະບານຂອງທ່ານໄດ້ພະຍາຍາມທີ່ຈະພົວພັນກັບ ເກົາຫຼີເໜືອ
ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງລົງ, ລວມທັງສະເໜີໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ,
ການແລກປ່ຽນທີ່ບໍ່ກ່ຽວຂ້ອງກັບການເມືອງ ແລະ ຟື້ນຟູສາຍດ່ວນການທະຫານລະຫວ່າງ
ເກົາຫຼີ ທີ່ ພຽງຢາງ ໄດ້ຕັດຂາດໃນຕົ້ນປີ 2016 ທີ່ຜ່ານມາ ຫຼັງຈາກ ໂຊລ ໄດ້ປິດໂຮງງານອຸດສາຫະກຳ Kaesong ທີ່ຖືກຄວບຄຸມຮ່ວມກັນ. ເພື່ອລົງໂທດ ເກົາຫຼີເໜືອ ສຳລັບການທົດລອງລະເບີດ ນິວເຄລຍ ແລະ ຍິງລູກສອນໄຟໄລຍະໄກຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG