ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ສະເໜີ ໃຫ້ຄອບຄົວ ​ທີ່​ພັດພາກ ສາມາດ ຕິດຕໍ່ ກັນໄດ້ (ວີດີໂອ)


ຍາດຕິພີ່ນ້ອງ ຈາກເກົາຫລີໃຕ້ ຈັບມືຍາດຕິພີ່ນ້ອງ ຈາກເກົາຫລີເໜືອ ເພື່ອສັ່ງລາ ຫລັງຈາກໄດ້ພົນພໍ້ກັນ.
ຍາດຕິພີ່ນ້ອງ ຈາກເກົາຫລີໃຕ້ ຈັບມືຍາດຕິພີ່ນ້ອງ ຈາກເກົາຫລີເໜືອ ເພື່ອສັ່ງລາ ຫລັງຈາກໄດ້ພົນພໍ້ກັນ.
ປະ​ທາ​ນາ​ທິບໍດີເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye
ຮຽກຮ້ອງ​ໃຫ້ບັນດາ​ຄອບຄົວ ​ທີ່​ໄດ້ພັດພາກຈາກກັນຍ້ອນ
ສົງຄາມ​ເກົາຫລີນັ້ນ ສາ​ມາດຕິດຕໍ່​ກັນ​ໄດ້​ໂດຍ​ຜ່ານທາງ​
ຈົດໝາຍ ​ແລະ​ການ​ສົ່ງ​ຂ່າ​ວທາງວີ​ດີ​ໂອ.

ທ່ານ​ນາງ Park ​ໄດ້ສັ່ງໃຫ້ລັດຖະບານຂອງທ່ານນາງໃນ​
ວັນ​ອັງຄານ​ມື້​ນີ້ ​ເລີ້ມ​ສົນທະນາ​ຫາລືກັບ​ເກົາຫຼີເໜືອກ່ຽວ
ກັບ​ເລື້ອງ​ດັ່ງກ່າວ. ການໃຫ້ຄວາມເຫັນຂອງ ທ່ານນາງມີ​
ຂຶ້ນ ​ຫລັງ​ຈາກ ທັງ​ສອງເກົາຫລີ ​ໄດ້ຈັດໃຫ້ມີການ​ພົບ​ປະ
​ເຕົ້າ​ໂຮມ​ຄອບຄົວ ແບບໜ້າ​ຕໍ່ໜ້າ ໃນອາທິດແລ້ວ​ນີ້ ຊຶ່ງ
​ເປັນການພົບພໍ້​ເທື່ອ​ທໍາ​ ອິດ ນັບ​ແຕ່​ປີ 2010 ເປັນຕົ້ນມາ.

​ເກົາຫລີ​ໃຕ້ ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ພົບ​ປະກັນ​ເປັນ​ປະ​ຈໍາ. ​ແຕ່​ວ່າ ​ເກົາຫລີ​ເໜືອທີ່​ມັກ​ຈະ​
ພະຍາຍາມ​ໃຊ້ການພົບປະ​ດັ່ງກ່າວ ​ເປັນ​ເຄື່ອງມືຕໍ່ລອງ​ດ້ານ​ການ​ທູດນັ້ນ ​ ​ຍັງ​ບໍ່​ທັນ​
ໄດ້​ຕອບ​ຂໍ້​ສະ​ເໜີດັ່ງກ່າວຄືນເທື່ອ.

ຊາວ​ເກົາຫລີ​ໃຕ້ຫຼາຍ​ສິບ​ພັນ​ຄົນ ​ໄດ້​ພາກັນ​ຈົດຊື່​ເຂົ້າ​ຮ່ວ​ມໃນໂຄງການ​ເຕົ້າ​ໂຮມ
ຄອບຄົວທີ່ພັດພາກ. ຫລາຍ​ຄົນ​ມີ​ອາຍຸ​ ລະຫວ່າງ 70 ຫາ 80 ປີ ​ແລະຫວັງ​ທີ່​ຈະ​ໄດ້​
ພົບ​ພໍ້​ກັບຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ ​ເປັນ​ເທຶ່ອທໍາ​ ອິດ​ໃນ​ຮອບຫລາຍໆທົດ ສະວັດ​
ທີ່​ຜ່ານ​ມາ. ໃນປີ​ກາຍ​ນີ້ ມີຊາວ​ເກົາຫລີ​ໃຕ້ ຫລາຍ​ກວ່າ 3000 ຄົນ ໄດ້​ເສຍ​ຊີວິດ​ໄປ
​ໃນ​ຂະນະ​ທີ່​ພາກັນ​ລໍຖ້າເພື່ອພົບພໍ້ກັບຍາດພີ່ນ້ອງຢູ່.

ທ່ານ​ນາງ Park ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ເພື່ອ​ຈະສາມາດສະໜອງຕອບຕໍ່ຜູ້ ທີ່​
ປາດ​ຖະໜາຢາກ​ເຂົ້າ​ຮ່ວມນັ້ນ ຢ່າງ​ໜ້ອຍ 6,000 ຄົນ ຄວນຈະໄດ້ຮັບອະນຸຍາດ​
ໃຫ້​ພົບ​ພໍ້​ກັບ​ຍາ​ດຕິ​ພີ່ນ້ອງ ຢູ່​ໃນອີກຟາກ​ນຶ່ງ​ຂອງເຂດ​ຊາຍ​ແດນທຸກໆປີ.

​ຊາວເກົາຫລີ​ເໜືອ ​ແລະຊາວເກົາຫລີ​ໃຕ້ ​ໄດ້ຖືກຫ້າມໂດຍລັດຖະບານຂອງ​ເຂົາ​
ເຈົ້າ ບໍ່ໃຫ້​ມີການ​ຕິດ​ຕໍ່​ຫາກັນແລ​ະກັນ. ປະເທດທັງ​ສອງຍັງ​ຢູ່ໃນພາວະ​ສົງຄາມ
ຫລັງຈາກໄດ້ເກີດບັນຫາ​ຂັດ​ແຍ້​ງ​ໃນຊຸມ​ປີ 1950 ທີ່​ຍຸດຕິລົງ​ດ້ວຍ​ການ​ສະຫງົບ
ເສິກຊົ່ວຄາວ ບໍ່​ແມ່ນ​ການ​ເຊັນ​ສັນຍາສັນຕິພາບ.​

Korea Reunion
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG