ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ເກົາຫຼີ ໃຕ້ ຢາກດັດແກ້ ລັດຖະທຳມະນູນ ວ່າດ້ວຍ ກຳນົດສະໄໝ ຂອງປະທານາທິບໍດີ


ປະທານາທິບໍດີ ເກົາຫຼີ ໃຕ້ ທ່ານນາງ Park Geun-hye ກ່າວຄຳປາໄສ ໃນລະຫວ່າງ ພິທີວັນຂີດໝາຍ ຄົບຮອບ 97 ປີຂອງຂະບວນການຕໍ່ສູ້ເພື່ອເອກະລາດ ຈາກການປົກຄອງ
ຂອງຍີ່ປຸ່ນ ໃນແຫຼມເກົາຫຼີ ເມື່ອປີ 1919, ຢູ່ໃນນະຄອນຫຼວງ Seoul, ວັນທີ 1 ມີນາ 2016.
ປະທານາທິບໍດີ ເກົາຫຼີ ໃຕ້ ທ່ານນາງ Park Geun-hye ກ່າວຄຳປາໄສ ໃນລະຫວ່າງ ພິທີວັນຂີດໝາຍ ຄົບຮອບ 97 ປີຂອງຂະບວນການຕໍ່ສູ້ເພື່ອເອກະລາດ ຈາກການປົກຄອງ ຂອງຍີ່ປຸ່ນ ໃນແຫຼມເກົາຫຼີ ເມື່ອປີ 1919, ຢູ່ໃນນະຄອນຫຼວງ Seoul, ວັນທີ 1 ມີນາ 2016.

ປະທານາທິບໍດີ ຂອງເກົາຫຼີໃຕ້ ກ່າວວ່າ ການດຳລົງຕຳແໜ່ງເປັນປະທານາທິບໍດີ ໜຶ່ງສະໄໝ ນັ້ນ ບໍ່ເປັນການດີ ສຳລັບປະເທດຂອງທ່ານນາງອີກຕໍ່ໄປ.

ທ່ານນາງ Park Geun-hye ໄດ້ກ່າວຕໍ່ສະພາ ເມື່ອວັນຈັນມື້ນີ້ ວ່າ ທ່ານນາງ ຂໍໃຫ້ ຈັດຕັ້ງຄະນະກຳມະການພິເສດໜຶ່ງ ຂຶ້ນມາ ເພື່ອເລີ່ມການປຶກສາຫາລື ກ່ຽວກັບການ
ດັດແກ້ລັດຖະທຳມະນູນ ເພື່ອປ່ຽນແປງກຳນົດສະໄໝ ການດຳລົງຕຳແໜ່ງ ຂອງ ປະທານາທິບໍດີ ໃນປັດຈຸບັນ.

ທ່ານນາງ ພາກ ໄດ້ກ່າວວ່າ ສະໄໝໜຶ່ງ ໄລຍະ 5 ປີ ນັ້ນ ເຮັດໃຫ້ “ມັນຍາກ ທີ່ຈະຮັກ ສາໄວ້ ນະໂຍບາຍ ອັນຕໍ່ເນື່ອງໄປໄດ້ ເພື່ອຈະໃຫ້ນະໂຍບາຍນັ້ນໄດ້ເຫັນຜົນຕ່າງໆ ພ້ອມທັງ ການພົວພັນແບບຄົບວົງຈອນຂອງນະໂຍບາຍການຕ່າງປະເທດນຳ.”

ປະທານາທິບໍດີ ຜູ້ທີ່ກ່ອນໜ້ານີ້ ເຄີຍໄດ້ສະໜັບສະໜູນ ການດຳລົງຕຳແໜ່ງສະໄໝດຽວ ບັດນີ້ ກ່າວວ່າ ມັນ “ອາດເປັນທີ່ເໝາະສົມ ສຳລັບຊ່ວງເວລາ ຂອງການຫັນປ່ຽນເປັນ ປະຊາທິປະໄຕ ທີ່ຜ່ານມາ ແຕ່ດຽວນີ້ ມັນກາຍເປັນເສື້ອຜ້າ ທີ່ບໍ່ພໍດີ ສຳລັບຮ່າງກາຍ ຂອງພວກເຮົາ ອີກຕໍ່ໄປແລ້ວ.”

ບັນດານັກສັງເກດການກ່າວວ່າ ທ່ານນາງ ພາກ ຕ້ອງການດັດແກ້ ລັດຖະທຳມະນູນ ທີ່ສ້າງຕັ້ງຂຶ້ນມາແລ້ວນັ້ນ ກ່ອນທີ່ສະໄໝຂອງທ່ານນາງ ຈະໝົດລົງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

South Korea Constitution
please wait

No media source currently available

0:00 0:00:57 0:00

XS
SM
MD
LG