ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ເກົາຫລີໃຕ້ ສັບປ່ຽນ ຄະນະລັດຖະບານ 7 ຄົນ


ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye
ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hye
ປະ​ທາ​ນາ​ທິບໍດີ ​ເກົາຫລີໃຕ້ ທ່ານ​ນາງ Park Geun-hye
ສັບ​ປ່ຽນ​ສະມາຊິກ​ໃນຄະນະລັດຖະບານ 7 ຄົນ ​ເພື່ອ​ເປັນ
ການສະໜອງຕອບ ຕໍ່ຄວາມ​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈຂອງສາທາ
ລະນະ ຫລັງ​ຈາກ​ເຮືອ​ຂ້າມ​ຟາກ Sewol ໄດ້ຫຼົ້ມ​ ໃນເດືອນ
ເມສາຜ່ານມາ ທີ່​ເປັນ​ເຫດ​ໃຫ້​ 304 ຄົນ ​ເສ​ຍຊີວິດ ​ຫລືບໍ່ກໍ
​ຫາຍ​ສາບ​ສູນໄປ.

ການ​ສັບປ່ຽນຄະນະ​ລັດຖະບານຄັ້ງໃຫຍ່ນີ້ ແມ່ນເປັນ​ເທື່ອ
ທຳ​ອິດ​ນັບຕັ້ງ​ແຕ່ທ່ານ​ນາງ Park ​ໄດ້​ເຂົ້າກຳ​ຕະ​ແໜ່​ງ​ໃນ
​ເດືອນ​ກຸມພາປີ​ກາຍ​ນີ້ໃນ​ນາມ​ເປັນ​ປະ​ທາ​ນາ​ ທິບໍດີຜູ້ຍິງ
ຄົນທຳອິດຂອງ​ປະ​ເທດ.

ບັນດາ​ເຈົ້າ​ໜ້າ​ທີ່ ຢູ່ທຳນຽບສີຟ້າ ຂອງປະທານາທິບໍດີ ກ່າວ​ວ່າ ການ​ປ່ຽນ​ແປງ​ໃນຄັ້ງ
ນີ້ແມ່ນຮວມ​ທັງລັດຖະມົນ​ຕີ​ກະຊວງການ​ເງິນ ກະຊວງຄວາມ​ປອດ​ໄພ ກະຊວງ​ສຶກສາ
ກະຊວງ​ແຮງ​ງານ ກະຊວງວັດທະນາ​ທຳ ​ກະຊວງສະ​ເໝີ​ພາບ ຍິງ-ຊາຍ ​ແລະລັດຖະ
ມົນຕີກະຊວງ​ວິທະຍາສາດ.

ປະທານາທິບໍດີ Park ​ໄດ້​ສະເໜີແຕ່ງຕັ້ງນາຍົກລັດຖະມົນຕີຄົນ​ໃໝ່​ແລ້ວ ​ແລະ​ສັບ​ປ່ຽນ
ລັດ​ຖະ​ມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ ພ້ອມທັງ​ຫົວໜ້າ​ສືບ​ລັບ.

​ໃນ​ຕົ້ນ​ອາທິດ​ນີ້ ຕຳຫລວດ​ເກົາ​ຫລີ​ໃຕ້ ຫລາຍ​ພັນ​ຄົນ​ ໄດ້​ບຸກ​ເຂົ້າ​ໄປ​ໃນ​ໂບດແຫ່ງ​ນຶ່ງ
ເພື່ອຊອກ​ຫາ​ນັກທຸລະກິດ​ ທີ່ທາງການ​ຕ້ອງການຕົວ ໃນຖານ​ພົວພັນ​ກັບເຮືອ​ຂ້າມ​ຟາກ
​ຫລົ້ມ ​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ.

ທ່ານ Yoo Byung-un ​ເປັນ​ຫົວໜ້າ​ຄອບຄົວທີ່ບໍລິຫານງານ​ບໍລິສັດເດີນເຮືອ Chong
haejin ທີ່​ເປັນ​ເຈົ້າ​ຂອງ ​ແລະ​ບໍລິຫານງານ ເຮືອ​ຂ້າມ​ຟາກ Sewol​. ທ່ານ Yoo ອາຍຸ
72 ປີ ໄດ້​ຫລົບໜີຈາກ​ການຕາມລ່າໃນທົ່ວ​ປະ​ເທດມາ​ເປັນ​ເວລາ ເກືອບນຶ່ງ​ເດືອນ​ແລ້ວ
​ຊຶ່ງທາງການ​ຕ້ອງການໂຕ ​ໃນ​ຂໍ້ຫາຍັກຍອກເງິນ ປ່ອຍປະ​ລະ​ເລີຍໜ້າທີ່ ​ແລະ​ຫລົບ​ລີ້
ໜີ​ພາສີ.
XS
SM
MD
LG