ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິບໍດີ ​​ເກົາຫຼີ​ໃຕ້ ​ຢ້ຽມຢາມ ​ຄອບ​ຄົວ​ຂອງ​ ຜູ້​ໂດຍສານເຮືອຂວ້ຳ (ວີດີໂອ)


ບັນດາຜູ້ຄົນ ຢ່າງຫຼວງຫຼາຍ ລໍຖ້າ ເພື່ອໄວ້ອາໄລ ຕໍ່ຜູ້ເສຍຊີວິດ ທ່າມກາງໂບເຫຼືອງ ທີ່ມີຂໍ້ຄວາມຝາກເຖິງ ຜູ້ທີ່ຍັງຊອກ ບໍ່ເຫັນເທື່ອ.
ບັນດາຜູ້ຄົນ ຢ່າງຫຼວງຫຼາຍ ລໍຖ້າ ເພື່ອໄວ້ອາໄລ ຕໍ່ຜູ້ເສຍຊີວິດ ທ່າມກາງໂບເຫຼືອງ ທີ່ມີຂໍ້ຄວາມຝາກເຖິງ ຜູ້ທີ່ຍັງຊອກ ບໍ່ເຫັນເທື່ອ.
ໃນ​ວັນ​ອາທິດ​ມື້​ນີ້ ປະ​ທາ​ນາ​ທິບໍດີ ​ເກົາຫຼີ​ໃຕ້ ທ່ານ​ນາງ Park
Geun-hye ໄດ້​ໄປ​ຢ້ຽມຢາມ​ຄອບ​ຄົວ​ ຂອງ​ບັນດາຜູ້​ໂດຍສານ
​ທີ່​ຍັງ​ຫາຍ​ສາບ​ສູນ ຫຼັງຈາກ​ເຮືອກຳ​ປັ່ນ​ຂ້າມຟາກຫຼົ້ມ ໃນເດືອນ
​ແລ້ວ​ນີ້. ທ່ານນາງ​ໄດ້ສັນ​ຍາ​ ທີ່ຈະ​ລົງ​ໂທດ ຢ່າງ​ສາຫັດ​ທີ່​ສຸດ
ຕໍ່ພວກ​ທີ່​ຮັບຜິດຊອບ​ກັບ ອຸປະຕິ​ເຫດດັ່ງກ່າວ​.

ຜູ້ນຳ​ເກົາຫຼີ​ໃຕ້ ​ໄດ້ກ່າວ​ຕໍ່​ຄອບຄົວ ​ຂອງ​ຜູ້ໄດ້​ຮັບເຄາະ​ຮ້າຍ
ທີ່ຍັງ​ລໍຖ້າ ​ຢູ່​ທ່າ​ເຮືອ​ເມືອງ Jindo ​ໃກ້​ກັບ​ບ່ອນເຮືອຫຼົ້ມນັ້ນ
ວ່າ “ຫົວ​ໃຈ​ຂອງ ທ່ານ​ນາງ ແຕກ​ສະຫຼາຍ” ​ ເວລາ
​ທ່ານ​ນາງ ຄຳນຶງ​ເຖິງ​ຄວາມຮູ້​ສຶກ ຂອງພວກ​ເຂົາ​ເຈົ້າ.

​ໃນມື້ດຽວ​ກັນນີ້ ​ໄດ້​ມີ​ການ​ຢັ້ງຢືນ​ ໂຕ​ເລກຜູ້​ເສຍ​ຊີວິດວ່າ ມີ​ເຖິງ 244 ຄົນ ​ແລະອີກ 58
ຄົນ​ຍັງຊອກ​ຫາ​ບໍ່ເຫັນ ​ໃນ​ຂະນະ​ທີ່ 174 ຄົນລອດ​ຊີວິດມາ​ໄດ້.

​ເຮື​ອກຳ​ປັ່ນຂ້າມ​ຟາກ Sewol ​ນ້ຳໜັກ 6,800 ​ໂຕນ ​ບັນທຸກ ຜູ້​ໂດຍສານທັງ​ໝົດ 476
ຄົນ​ໃນ​ເວລາ​ເກີດ​ເຫດ ຊຶ່ງ​ໃນນັ້ນ 325 ຄົນ​ ແມ່ນ​ນັກ​ສຶກສາ​ໂຮ​ງຮຽນ​ມັດ​ທະຍົມດຽວ​ກັນ
ທີ່ຂີ່​ເຮືອລຳ​ດັ່ງ​ກາວໄປ​ທັດສະນະ​ສຶກສາ ທີ່​ເກາະ​ Jeju ໃນ​ພາກຕາ​ເວັນ​ຕົກ​ສຽງ​ໃຕ້ ​
ແຕ່​ເຮືອ​ປະສົບ​ອຸປະຕິ​ເຫດພິກຂວ້ຳ ​ແລະ​ຈົມ​ລົງ​ ໃນວັນ​ທີ 16 ເດືອນ​ເມສາ.

ອຸປະຕິ​ເຫດດັ່ງກ່າວໄດ້​ສ້າງ​ ຄວາມ​ຕື່ນ​ຕົກ​ໃຈ​ແລະໂກດ​ແຄ້ນ ​ໄປ​ທົ່ວເກົາຫຼີ​ໃຕ້ ຊຶ່ງໄດ້​ມີ​
ການຕິຕຽນ​ແລະ​ກ່າວ​ໂທດຢ່າງກວ້າງຂວາງ ຕໍ່ກັບຕັນ​ແລະ​ບັນ​ດາ​ລູກ​ເຮືອ​ ​ທີ່​ໄດ້ພາກັນ
ຖິ້ມ​ເຮືອ ທີ່​ບັນຈຸ​ນ້ຳໜັກເກີນອັດຕາ​ນັ້ນໄປ ກ່ອນ​ຈະ​ມີ​ການ​ຍົກຍ້າຍ​ຜູ້ໂດຍສານ​ອອກ​
ຈາກ​ເຮືອ.
SOKOR FERRY VO
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG