ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ກຽມຖອນ ພະນັກງານ ຈາກເຂດ ​ອຸດສາ​ຫະກໍາ​ຮ່ວມ (ສະໄລດ໌/ວີດີໂອ)


ທະຫານເກົາຫລີໃຕ້ ຄົນນຶ່ງ ຢືນຍາມຢູ່ໄກ້ກັບ ເຂດປອດທະຫານ
ທີ່ແບ່ງແຍກ ຊາຍແດນລະຫວ່າງ ເກົາຫລີໃຕ້ ແລະ ເກົາຫລີເໜືອ
ທະຫານເກົາຫລີໃຕ້ ຄົນນຶ່ງ ຢືນຍາມຢູ່ໄກ້ກັບ ເຂດປອດທະຫານ ທີ່ແບ່ງແຍກ ຊາຍແດນລະຫວ່າງ ເກົາຫລີໃຕ້ ແລະ ເກົາຫລີເໜືອ
ລັດຖະມົນຕີ​ເກົາຫລີ​ໃຕ້​ຄົນ​ນຶ່ງ ກ່າວ​ວ່າ ກຸງ​ໂຊ​ລ ອາດ​ຈະ​ຖອນ
​ພະນັກງານ​ອອກຈາກ ເຂດ​ອຸສາ​ຫະກໍາ​ຮ່ວມ ​ໃນ​ເກົາຫລີ​ເໜືອ
ຖ້າ​ຫາກ​ວ່າ​ ສະ ຖານະ​ການ​ ຕົກ​ຢູ່​ໃນ​ອັນຕະລາຍ.

ລັດ​ຖະ​ມົນຕີ​ທ້ອນ​ໂຮມຊາດ​ເກົາຫລີ​ໃຕ້ ທ່ານ Ryoo Kihl-Jae
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ໃນ​ວັນ​ສຸກ​ມື້​ນີ້ວ່າ ​ເກົາຫລີ​ໃຕ້ຍັງບໍ່​ມີ​ແຜນ
ໃນ​ເວລາ​ນີ້​ເທື່ອທີ່ຈະ​ຖອນພະນັກງານອອກ​ຈາກ​ເຂດ​ອຸສາ​ຫະ
ກໍາ​ຮ່ວມ Kaesong ​ເພາະວ່າ ໃນປັດ​ຈຸ​ບັນ​ນີ້ ອັນ​ຕະລາຍຕໍ່ພະ
ນັກງານ​ເກົາຫລີ​ໃຕ້ ຍັງ​ບໍ່​ສູງ​ພໍ. ທ່ານ Ryoo ບໍ່​ໄດ້ໃຫ້​ຮ່ອງຮອຍ
​ໃດໆ​ເລີຍວ່າການ​ຖອນ​ພະນັກງານ ອອກ​ນັ້ນ​ຈະ​ປະຕິບັດກັນ​
ຢ່າງໃດ.

​ເຂດ​ອຸສາ​ຫະກຳ​ຮ່ວມ Kaesong ​ແມ່ນ​ໂຄງການ​ຮ່ວມ​ມື​ອັນ​ສຸດ​ທ້າຍ​ລະຫວ່າງ​ສອງ​ເກົາຫຼີ ​ແລະ​ເປັນ​ແຫຼ່ງນຳ​ເຂົ້າ​ເງິນສົດ​ຕົ້ນຕໍ ສຳລັບ​ພຽງ ຢາງ.

ສະຫະລັດຄາດ​ວ່າ ​ເກົາຫລີ​ເໜືອຈະ​ຍິງນຶ່ງ​ໃນ​ບັນດາລູກ​ສອນ​ໄຟຂອງ ຕົນ ​ໃນ​ໄລຍະບໍ່​ເທົ່າ​ໃດ​ວັນ​ຂ້າງ​ໜ້າ​ນີ້.



ບັນດ​າ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງກັນ​ປະ​ເທດຂອງ​ສະຫະລັດ ​ກ່າວ​ຕໍ່ວີ​ໂອ​ເອ ໃນ​ວັນ​ພະຫັດ​ວາ​ນນີ້ວ່າ ​ເຂົາ​ເຈົ້າ​ໄດ້​ຕຽມ​ການ​ໄວ​ແລ້ວ ເພື່ອ​ຮັບ​ມື​ການຍິງລູກ​ສອນ​ໄຟ​ທີ່​ອາດ​ມີ​ຂຶ້ນຂອງ​ເກົາ​ຫລີ​ເໜືອ ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ​ແລະ​ຖື​ການ​ຂົ່ມຂູ່​ຂອງພຽງ​ຢາງ​ເປັນ​ເລື່ອງ​ຈິງ​ຈັງ.

​ເກົາ​ຫລີ​ເໜືອກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ກອງທັບຂອງ​ຕົນ​ໄດ້​ໃຫ້ການ ອະນຸມັດ​ຂັ້ນ
ສຸດ​ທ້າຍຕໍ່​ການໂຈມ​ຕີສະຫະລັດ​ດ້ວຍອາຍຸ​ດ​ນິວ​ເຄລຍ ຊຶ່ງ ​ເປັນການ​ຂົ່ມຂູ່ ​ທີ່ບັນດາ​ນັກວິ​ເຄາະ​ຄິດ​ວ່າ ພຽງຢາງຈະ​ບໍ່​ສາມາດປະຕິ ບັດ​ໄດ້ນັ້ນ.

​ເກົາຫລີ​ໃຕ້ກ່າວ​ວ່າ ​ຕົນ​ໃຫ້ການ​ຢືນຢັນວ່າ​ເກົາຫລີ​ເໜືອໄດ້ເຄື່ອນຍ້າຍ ນຶ່ງ​ໃນ​ຈໍານວນ
ຂອງລູກ​ສອນ​ໄຟ​ ໄປ​ຍັງ​ເຂດ​ແຄມ​ຝັ່ງ​ທະ​ເລກໍ້າ​ຕາ​ເວັນ​ອອກຂອງປະ​ເທດ ​ແລະລັດ
ຖະມົນ​ຕີປ້ອງ​ກັນ​ປະ​ເທດ ທ່ານ Kim Kwan-jin ກ່າວ​ວ່າ ​ໃນ​ຂະນະ​ທີ່​ລູກ​ສອນ​ໄຟ
ດັ່ງກ່າວ ປະກົດ​ວ່າ​ເປັນ “ລູກ​ສອນ​ໄຟທີ່​ມີ​ລັດສະໝີ​ຍິງ​ໄດ້​ໄກ​ສົມ​ຄວນ​” ແຕ່​ກໍ​ມີ​ທ່າ​ທາງ​ວ່າ ຈະ​ບໍ່​ສາມາດ​ຍິງ​ມາ​ເຖິງແຜ່ນດິນ​ໃຫຍ່​ຂອງສະຫະລັດ​ໄດ້.

Korea 4-5
please wait
Embed

No media source currently available

0:00 0:00:25 0:00
XS
SM
MD
LG