ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີໃຕ້ ຍົກຍ້ອງ ບົດບາດຂອງຈີນ ທີ່ ພາໃຫ້ເກົາຫຼີເໜືອ ເຂົ້າມາເຈລະຈາ ດ້ານນິວເຄລຍ


ປະທານປະເທດ ຈີນ ທ່ານ ສີ ຈິນຜິງ (Xi Jinping) (ຂວາ) ພົບປະກັບ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງເກົາ
ຫຼີໃຕ້ ທ່ານ ຈັງ ອຸຍ-ຢົງ (Chung Eui-Yong) ແລະ ເອກ
ອັກຄະລັດຖະທູດ ຂອງເກົາຫຼີໃຕ້ ປະຈຳ ຈີນ ທ່ານ ໂນ ຢັງ-ມິນ (Noh Young-min) ຢູ່ທີ່ຫໍປະຊຸມໃຫຍ່ຂອງປະຊາຊົນໃນນະ
ຄອນຫຼວງປັກກິ່ງ, ວັນທີ 12 ມີນາ 2018.
ປະທານປະເທດ ຈີນ ທ່ານ ສີ ຈິນຜິງ (Xi Jinping) (ຂວາ) ພົບປະກັບ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງເກົາ ຫຼີໃຕ້ ທ່ານ ຈັງ ອຸຍ-ຢົງ (Chung Eui-Yong) ແລະ ເອກ ອັກຄະລັດຖະທູດ ຂອງເກົາຫຼີໃຕ້ ປະຈຳ ຈີນ ທ່ານ ໂນ ຢັງ-ມິນ (Noh Young-min) ຢູ່ທີ່ຫໍປະຊຸມໃຫຍ່ຂອງປະຊາຊົນໃນນະ ຄອນຫຼວງປັກກິ່ງ, ວັນທີ 12 ມີນາ 2018.

ໃນວັນຈັນມື້ນີ້ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງເກົາຫຼີໃຕ້ ໄດ້ຍົກຍ້ອງຈີນ ວ່າ
ໄດ້ມີບົດບາດໃນການຊ່ອຍຊຸກຍູ້ໃຫ້ ເກົາຫຼີເໜືອ ໄປໃນທິດທາງໃໝ່ ໃນການເຈລະຈາ
ເຮັດໃຫ້ແຫຼມເກົາຫຼີ ປອດຈາກນິວເຄລຍ.

ການພົບປະ ຂອງທ່ານ ຈັງ ອຸຍ-ຍົງ ກັບທ່ານ ຢາງ ຈີຊີ ທີ່ປຶກສາລະດັບສູງ ດ້ານນະໂຍ
ບາຍການຕ່າງປະເທດຂອງຈີນ ໄດ້ຕິດຕາມມາດ້ວຍ ການປະກາດຂອງແຜນການທີ່ຈະ
ພົບປະກັນ ລະຫວ່າງ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ຜູ້ນຳຂອງ
ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ເມື່ອສັບປະດາແລ້ວນີ້.

ທ່ານ ຈັງ ໄດ້ກ່າວວ່າ “ປະທານາທິບໍດີ ຂອງພວກເຮົາ ທ່ານ ມູນ ແຈ-ອິນ ແລະ ລັດ
ຖະບານ ເຊື່ອວ່າ ຄວາມກ້າວໜ້າໃນຫຼາຍຢ່າງ ຈະກ້າວໄປໃນທາງທີ່ຈະບັນລຸເປົ້າ
ໝາຍຂອງສັນຕິພາບ ແລະການກເຮັດໃຫ້ແຫຼມເກົາຫຼີ ເປັນເຂດປອດຈາກນິວເຄລຍ
ແມ່ນໄດ້ມີຂຶ້ນແລ້ວ ດ້ວຍການສະໜັບສະໜູນຢ່າງຕໍ່ເນື່ອງ ແລະ ການປະກອບສ່ວນ
ຈາກ ປະທານປະເທດ ສີ ຈິນຜິງ ແລະ ລັດຖະບານຂອງຈີນ.”

ສ່ວນທ່ານຢາງ ໄດ້ກ່າວຢ້ຳ ເຖິງຈຸດຢືນຂອງຈີນ ທີ່ວ່າ ຕົນຢາກຈະເຫັນແຫຼມເກົາຫຼີ ເປັນ
ເຂດທີ່ປອດຈາກນິວເຄລຍ ແລະຢາກຈະແກ້ໄຂບັນຫາຕ່າງໆ ໂດຍຜ່ານການເຈລະຈາ.

ທ່ານ ໄມ້ ພອມເປໂອ (Mike Pompeo) ຜູ້ອຳນວຍການ ອົງການສືບລັບ (CIA) ໃຫ້ປາກຄຳ ໃນລະຫວ່າງ ການຮັບຟັງ ຂອງຄະນະກຳມະການ ສືບລັບ ຂອງສະພາສູງ ກ່ຽວກັບ "ໄພຂົ່ມຂູ່ໃນທົ່ວໂລກ" ຢູ່ທີ່ລັດຖະສະພາ ຫຼື Capitol Hill iໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2018.
ທ່ານ ໄມ້ ພອມເປໂອ (Mike Pompeo) ຜູ້ອຳນວຍການ ອົງການສືບລັບ (CIA) ໃຫ້ປາກຄຳ ໃນລະຫວ່າງ ການຮັບຟັງ ຂອງຄະນະກຳມະການ ສືບລັບ ຂອງສະພາສູງ ກ່ຽວກັບ "ໄພຂົ່ມຂູ່ໃນທົ່ວໂລກ" ຢູ່ທີ່ລັດຖະສະພາ ຫຼື Capitol Hill iໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2018.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ປະຕິຍານ ໃນວັນອາທິດວານນີ້ ວ່າ ພວກເພິ່ນ ຈະບໍ່ໃຫ້
ການຍິນຍອມໃດໆ ຕໍ່ເກົາຫຼີເໜືອ ກ່ອນໜ້າການປະຊຸມສຸດຍອດ ແລະ ຈະສືບຕໍ່ກົດດັນ
ເກົາຫຼີເໜືອ ຕໍ່ໄປ.

“ຢ່າຄິດຜິດ ກ່ຽວກັບເລື່ອງນີ້ ໃນຂະນະທີ່ ການເຈລະຈາເຫຼົ່ານີ້ ກຳລັງດຳເນີນໄປຢູ່ ຈະບໍ່ມີການຍິນຍອມເລີຍ” ນັ້ນແມ່ນຄຳເວົ້າຂອງ ຜູ້ອຳນວຍການ ອົງການສືບລັບ
CIA ທ່ານ ໄມ້ ພອມເປໂອ ທີ່ໄດ້ກ່າວບອກ “ລາຍການໂທລະພາບ Fox News
Sunday.”

ທ່ານພອມເປໂອ ໄດ້ກ່າວວ່າ ຜູ້ປົກຄອງ ເກົາຫຼີເໜືອ ຕ້ອງ “ສືບຕໍ່ອະນຸຍາດ ໃຫ້ພວກ
ເຮົາ ທຳການຊ້ອມລົບ ທາງດ້ານທະຫານຂອງພວກເຮົາ”
ກັບເກົາຫຼີໃຕ້ “ແລະຕໍ່ຈາກ
ນັ້ນ ລາວຈະຕ້ອງຮັບປະກັນວ່າ ລາວຈະນຳເອົາເລື່ອງຂອງການເຮັດໃຫ້ແຫຼມເກົາຫຼີ
ປອດຈາກນິວເຄລຍ ຂຶ້ນມາປຶກສາຫາລືກັນ”
ຈາກກອງທັບຂອງລາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG