ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າສູນກາງຄຸ້ມຄອງວິກິດການຄົນໃໝ່ ຂອງເກົາຫຼີໃຕ້


ແຜນທີ່ ເກົາຫຼີເໜືອແລະເກົາຫຼີໃຕ້
ແຜນທີ່ ເກົາຫຼີເໜືອແລະເກົາຫຼີໃຕ້

ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່ານາຍ
ພົນເບ້ຍບຳນານຄົນນຶ່ງ ທີ່ເປັນ
ນັກຊ່ຽວຊານໃນດ້ານຍຸດທະສາດ
ປ້ອງກັນປະເທດນັ້ນຈະເປັນຫົວໜ້າຄຸ້ມຄອງວິກິດການແຫ່ງຊາດຄົນໃໝ່ທີ່ຮັບຜິດຊອບໃນ
ການແກ້ໄຂບັນຫາການທ້າທາຍເກາະຜິດຂອງເກົາຫຼີເໜືອ.

ທຳນຽບຂອງປະທານາທິບໍດີ Lee Myung-bak ກ່າວໃນວັນສຸກ ມື້ນີ້ວ່າ ທ່ານ Ahn
Kwang Chan ອະດີດນາຍພົນ 2 ດາວ ເຄີຍຮັບໜ້າທີ່ເປັນຫົວໜ້າຫ້ອງການດ້ານນະ
ໂຍບາຍຂອງກະ ຊວງປ້ອງກັນປະເທດເກົາຫຼີໃຕ້ ແລະຮອງຫົວໜ້າຍຸດທະສາດ ທາງທະ
ຫານປະຈຳຄະນະເສນາທິການຮ່ວມ.

ທ່ານ Ahn ຈະມີໜ້າທີ່ຮັບຜິດຊອບໃນການຍົກລະດັບຄວາມສາມາດຂອງເກົາຫຼີໃຕ້ເພື່ອ
ຕອບໂຕ້ຕໍ່ການຂົ່ມຂູ່ ໃນດ້ານຄວາມປອດໄພແຫ່ງຊາດ ຈາກເກົາຫຼີເໜືອ.

XS
SM
MD
LG