ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ເກົາຫຼີໃຕ້ ພົບສົບ ເຈົ້າຂອງ ເຮືອໂດຍສານ Sewol ແລ້ວ (ວີດີໂອ)


ຜູ້ຊາຍຄົນນຶ່ງກຳລັງ ເບິ່ງຂ່າວກ່ຽວກັບ ນັກທຸລະກິດ Yoo Byung-eun ເຈົ້າຂອງເຮືອໂດຍສານຂ້າມຟາກທີ່ຫຼົ້ມ ຢູ່ສະຖານີລົດໄຟ ໃນນະຄອນຫລວງໂຊລ ປະເທດເກົາຫຼີໃຕ້.
ຜູ້ຊາຍຄົນນຶ່ງກຳລັງ ເບິ່ງຂ່າວກ່ຽວກັບ ນັກທຸລະກິດ Yoo Byung-eun ເຈົ້າຂອງເຮືອໂດຍສານຂ້າມຟາກທີ່ຫຼົ້ມ ຢູ່ສະຖານີລົດໄຟ ໃນນະຄອນຫລວງໂຊລ ປະເທດເກົາຫຼີໃຕ້.

ເຈົ້າໜ້າ​ທີ່​ຕຳຫລວດ​ເກົາຫຼີ​ໃຕ້ ກ່າວ​ວ່າ ​ຕົນ​ໄດ້​ພົບ​ສົບຂອງ​
ນັກ​ທຸລະ​ກິດ ​ທີ່ຫລົບລີ້ໜີກົດໝາຍຂອງເກົາຫຼີ​ໃຕ້ ທີ່​ມີ​ສ່ວນ​
ກ່ຽວ​ພັນ​ກັບ​ເຮືອ​ໂດຍສານຂ້າມ​ຟາກ​ ທີ່​ໄດ້​ປະສົບ​ໄພພິບັດ
ທີ່​ເຮັດ​ໃຫ້​ປະ​ມານ 300 ຄົນ​ເສຍຊີວິດ ​ໃນ​ເດືອນ​ເມສາ ​ທີ່
​ຜ່ານ​ມາ.

​ເຈົ້າໜ້າ​ທີ່​ຕຳຫລວດ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ວ່າ ສົບ​ທີ່​ເນົ່າ
​ເປື່ອຍແລ້ວ ຂອງນັກທຸລະກິດ Yoo Byung-eun ​ໄວ 73 ປີ
ໄດ້ພົບນອນ ຢູ່ໃນສວນ​ໝາກພລຳ ​ທີ່​ເມືອງ Suncheon
ໃນພາກໃຕ້ຂອງປະເທດ ເມື່ອວັນ​ທີ 12 ມິຖຸນາຜ່ານມານີ້.

ຊາກ​ສົບດັ່ງກ່າວ ​ເກືອບບໍ່​ສາມາດ​ເບິ່ງ​ອອກ​ໄດ້ ​ແຕ່​ຕຳຫລວດກ່າວ​ວ່າ ການກວດ​ສອບ​
ດ້ວຍ DNA ຊຶ່ງ​ໃຊ້​ເວລາຫລາຍໆອາທິດ ​ໄດ້​ຢັ້ງຢືນ​ວ່າ ​ສົບ​ນັ້ນ​ແມ່ນຂອງທ່ານ Yoo.
ລາຍ​ມື​ ກໍ​ໃຫ້ການຢັ້ງຢືນເຊັ່ນດຽວກັນວ່າ ສົບນັ້ນແມ່ນຂອງຜູ້ກ່ຽວແທ້.

ຄະນະ​ສືບສວນ​ສອບ​ສວນ​ປະຕິ​ເສດ​ທີ່​ຈະໃຫ້ຢັ້ງຢືນ​ວ່າ​ຜູ້ກ່ຽວໄດ້​ຕາຍ​ຍ້ອນການຄາດ​
ຕະກຳ ຫຼືການຂ້າ​ຕົວ​ຕາຍ. ​ແລະ​ໄດ້ພົບ​ເຫັນ​ແກ້ວ​ເຫຼົ້າ​ເປົ່າຫຼາຍໆ​ແກ້ວ ​ໃກ້​ກັບ​ສົບ​ຂອງ
​ມະຫາ​ເສດ​ຖີດັ່ງກ່າວ​ ຊຶ່ງ​ແຕ່​ງກາຍ ດ້ວຍ​ເກີບ ​ແລະ ​ເສື້ອ​ຄຸມ​ ​ລາຄາ​ແພງ​ຈາກອີ​ຕາ​ລີ.

ທ່ານ Yoo ​ໄວ 73 ປີ ​ເປັນ​ເຈົ້າຂອງ ບໍລິສັດ ຂົນ​ສົ່ງ​ທາງ​ທະ​ເລ Chonghaejin ທີ່ຄວບຄຸມ
ເຮືອໂດຍສານຂ້າມ​ຟາກ Sewol ຊຶ່ງໄດ້ປະສົບອຸບັດເຫດຫຼົ້ມ​ໃນ​ເດືອນ​ເມສາ​ຜ່ານ​ມາ​ນີ້.
ບັນດາ​ໄອ​ຍາກ​ານສົງໄສ​ວ່າ ການ​ສໍ້​ໂກງ​ຂອງ​ບໍລິສັດ ​ແລະການຂາດມາດ​ຕະຖານ ​ດ້ານ
ຄວາມ​ປອດ​ໄພ ​ເຮັດໃຫ້ເຮືອໂດຍສານຂ້າມຟາກດັ່ງກ່າວຫຼົ້ມ.

SOUTH KOREAN FUGITIVE VO
please wait

No media source currently available

0:00 0:01:29 0:00

XS
SM
MD
LG