ທຳນຽບປະທານາທິບໍດີ ປັກເກິນເຮ ແຫ່ງເກົາຫຼີໃຕ້ ກ່າວວ່າ
ທ່ານນາງຈະຮັບເອົາການລາອອກຈາກຕຳແໜ່ງຂອງນາຍົກ
ລັດຖະມົນຕີເກົາຫຼີໃຕ້ ແຕ່ຈະບໍ່ໃຫ້ລາອອກ ຈົນກວ່າເລື້ອງ
ເຮືອຂ້າມຟາກ Sewol ຫຼົ້ມຢູ່ພາຍໃຕ້ການຄວບຄຸມເສຍ
ກ່ອນ.
ນາຍົກລັດຖະມົນຕີ Chung Hong-won ໄດ້ຍື່ນໃບລາອອກ
ຈາກຕຳແໜ່ງໃນເຊົ້າວັນອາທິດມື້ນີ້ລຸນຫຼັງທີ່ປະຊາຊົນໄດ້ສະ
ແດງຄວາມບໍ່ພໍໃຈ ກ່ຽວກັບການຮັບມືຂອງລັດຖະບານ ກ່ຽວກັບ
ໄພພິບັດເຮືອຂ້າມຟາກຫຼົ້ມໃນວັນທີ 16 ເມສາຜ່ານມານີ້ ຊຶ່ງໄດ້
ເຮັດໃຫ້ປະຊາຊົນ ຈຳນວນຫຼາຍກວ່າ 300 ຄົນເສຍຊີວິດ ຫລື
ຍັງຫາຍສາບສູນໄປຢູ່ ໃນເວລານີ້.
ທ່ານ Chung ທີ່ຢູ່ໃນອາການໂສກເສົ້າ ໄດ້ປະກາດລາອອກຈາກຕຳແໜ່ງໃນການປາ
ໄສທາງໂທລະພາບເປັນເວລາສັ້ນໆໃນເຊົ້າວັນອາທິດມື້ນີ້ ໂດຍກ່າວວ່າ “ການຮັກສາ
ຕຳ ແໜ່ງຂອງຂ້າພະເຈົ້າໄວ້ຕໍ່ໄປຈະເປັນພາລະແບກຫາບໜັກໂພດສຳລັບລັດ
ຖະບານ.” ຕຳແໜ່ງນາຍົກ ລັດຖະມົນຕີໃນເກົາຫຼີໃຕ້ສ່ວນໃຫຍ່ເປັນພຽງພິທີການຊື່ໆ
ຊຶ່ງອຳນາດສ່ວນຫຼາຍແລ້ວແມ່ນປະທານາທິບໍດີເປັນຜູ້ດຳເນີນການ.
ເຮືອຂ້າມຟາກ Sewol ຂະໜາດ 6800 ໂຕນ ທີ່ບັນທຸກພວກນັກຮຽນແລະນາຍຄູ
ຫຼາຍຮ້ອຍຄົນໄປທັດສະນະສຶກສາທີ່ເກາະ Jesu ໃນພາກຕາເວັນຕົກສຽງໃຕ້ຂອງ
ເກົາຫຼີໃຕ້ເວລາມັນເກີດອຸບັດເຫດປີ້ນຂວ້ຳແລະຈົມລົງທະເລນັ້ນ.
ໄພພິບັດດັ່ງກ່າວໄດ້ສ້າງຄວາມສະເທືອນຈິດໃຈແລະຄວາມໂກດແຄ້ນຈາກປະຊາ
ຊົນໃນເກົາຫຼີໃຕ້ ພ້ອມດ້ວຍການຕຳໜິຕິຕຽນຢ່າງແຜ່ຫຼາຍທີ່ແນໃສ່ພວກລູກເຮືອ
ຂອງກຳປັ່ນລຳນີ້ໂດຍກົງ ທີ່ພາກັນຫລົບໜີຈາກເຮືອກ່ອນຈະທຳການຊ່ອຍກູ້ພວກ
ຄົນໂດຍສານຢ່າງເຕັມທີ່ເສຍກ່ອນນັ້ນ.
ໃນການປະກາດລາອອກຈາກຕຳແໜ່ງຂອງທ່ານ ນາຍົກລັດຖະມົນຕີ ເກົາຫຼີໃຕ້
ກ່າວວ່າ ທ່ານຢາກລາອອກຈາກຕຳແໜ່ງກ່ອນໜ້ານີ້ແຕ່ການກຳກັບດູແລການ
ຊ່ອຍກູ້ໄພແລະຄວາມພະຍາຍາມຕ່າງໆເພື່ອຟື້ນໂຕຄືນ ແມ່ນເປັນບູລິມະສິດ
ກ່ອນໝູ່ ແລະວ່າ ທ່ານຢາກຊ່ອຍເຫຼືອໃນເລື້ອງນີ້ ກ່ອນຈະອອກຈາກຕຳແໜ່ງ
ໄປນັ້ນ.