ເກົາຫຼີໃຕ້ກ່າວວ່າ ຕົນວາງແຜນທີ່ຈະປັບປຸງໂຄງສ້າງຂອງເສົາອາກາດທີ່ເຮັດໜ້າທີ່ນຳທາງໃນການລົງຈອດຢູ່ສະໜາມບິນໃນປີນີ້ ລຸນຫຼັງເຮືອບິນ Jeju Air ລຳນຶ່ງຕົກໃນເດືອນທັນວາທີ່ຜ່ານມາ, ໂດຍແລ່ນລົງຈາກທາງແລ່ນ ແລະໄດ້ເກີດໄຟໄໝ້ພາຍຫຼັງຕໍາກັບໂຄງສ້າງດັ່ງກ່າວ.
ກະຊວງຂົນສົ່ງຂອງປະເທດ, ເຊິ່ງໄດ້ກວດກາສະພາບຄວາມປອດໄພຂອງສາຍການບິນ ແລະສະໜາມບິນ ນັບຕັ້ງແຕ່ເຮືອບິນໂບອິ້ງຕົກຢູ່ສະໜາມບິນ ມູອັນ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ, ໄດ້ອອກມາປະກາດໃນວັນຈັນ ກ່ຽວກັບການປ່ຽນໂຄງສ້າງໃນອັນທີ່ຮ້ອງວ່າ ໂຄງສ້າງ “ທ້ອງຖິ່ນ.”
ກະຊວງດັ່ງກ່າວ ເປີດເຜີຍໃນຖະແຫຼງການສະບັບນຶ່ງວ່າ ສະໜາມບິນພາຍໃນປະເທດ 7 ແຫ່ງ, ໃນນັ້ນ ລວມມີສະໜາມບິນ ມູອັນ, ພົບວ່າ ມີການສ້າງຄັນດິນ ຫຼືຖານ ທີ່ເປັນກໍາແພງ ຫຼື ເຫຼັກ ທີ່ຈຳເປັນຕ້ອງໄດ້ຮັບການປ່ຽນແປງ.
ພວກເຂົາກ່າວຕື່ມວ່າ ພວກເຂົາຈະກະກຽມມາດຕະການປັບປຸງໂຄງສ້າງພາຍໃນເດືອນນີ້ ແລະກໍມີເປົ້າໝາຍໃນການປັບປຸງໃຫ້ສໍາເລັດພາຍໃນທ້າຍປີ 2025. ໃນນັ້ນ ພວກເຂົາເຈົ້າບໍ່ໄດ້ໃຫ້ລາຍລະອຽດໃດໆສໍາລັບການປັບປຸງແຜນການດັ່ງກ່າວນັ້ນ.
ບັນດາຜູ້ຊ່ຽວຊານດ້ານຄວາມປອດໄພຂອງສາຍການບິນ ໄດ້ວິຈານກ່ຽວກັບການຈັດວາງຄັນດິນ ຢູ່ທີ່ສະໜາມບິນ ມູອັນ ແລະກ່າວວ່າ ມີລັກສະນະເຮັດໃຫ້ຍອດລວມຂອງຜູ້ເສຍຊີວິດສູງຂຶ້ນຈາກອຸບັດຕິເຫດ, ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 179 ຄົນໃນຈຳນວນ 181 ຄົນ ທີ່ໂດຍສານມາກັບເຮືອບິນ.
ນອກຈາກນີ້, ລັດຖະບານຍັງໄດ້ສຳເລັດການກວດກາສາຍການບິນພາຍໃນປະເທດ 6 ແຫ່ງ ທີ່ບິນດ້ວຍເຮືອບິນ Boeing 737-800s, ແລະ ພົບວ່າ ມີຜູ້ໃຫ້ບໍລິການຈໍານວນນຶ່ງທີ່ລະເມີດກົດ ເຊັ່ນ ເກີນໄລຍະເວລາໃນການກວດສອບ ກ່ອນ ແລະຫຼັງທໍາການບິນ, ແລະ ບໍ່ປະຕິບັດຕາມລະບຽບການ ເພື່ອແກ້ໄຂຂໍ້ບົກຜ່ອງຂອງເຮືອບິນໂດຍສານ ຫຼື ການຂຶ້ນເຮືອບິນຂອງຜູ້ໂດຍສານ.
ກະຊວງຂົນສົ່ງ ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນວ່າ Jeju Air ແມ່ນນຶ່ງໃນບັນດາສາຍການບິນທີ່ຖືກພົບວ່າມີການລະເມີດ ຫຼືບໍ່. ໃນຂະນະນີ້ ຍັງບໍ່ສາມາດຕິດຕໍ່ເຖິງໂຄສົກຂອງສາຍການບິນ Jeju Air ໄດ້ໃນທັນທີ ເພື່ອຂໍຄວາມເຫັນຕ່າງໆກ່ຽວກັບເລື້ອງນີ້.
ຖະແຫຼງການຂອງກະຊວງກ່າວວ່າ ການກວດກາຄວາມປອດໄພພິເສດຂອງສະຖານທີ່ສໍາລັບສະໜາມບິນສຳຄັນຂອງປະເທດ ຍັງຈະດຳເນີນຕໍ່ໄປລະຫວ່າງວັນທີ 13 ຫາ 21 ມັງກອນນີ້.
ລັດຖະບານ ຍັງໄດ້ຂະຫຍາຍເວລາຂອງການປິດສະໜາມບິນ ມູອັນ ໄປຈົນຮອດວັນທີ 19 ມັງກອນ, ເຊິ່ງກະຊວງໄດ້ອອກມາກ່າວໃນຖະແຫຼງການແຍກຕ່າງຫາກ.
ຟໍຣັມສະແດງຄວາມຄິດເຫັນ