ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີໃຕ້ດໍາເນີນຄະດີ ພວກໂຈນທະເລ


ກຳລັງພິເສດຂອງເກົາຫຼີໃຕ້ ບຸກເຂົ້າໄປປ່ອຍໂຕປະກັນ ທີ່ຖືກພວກໂຈນທະເລໂຊມາເລຍຈັບໄວ້ (25 ມັງກອນ 2011)
ກຳລັງພິເສດຂອງເກົາຫຼີໃຕ້ ບຸກເຂົ້າໄປປ່ອຍໂຕປະກັນ ທີ່ຖືກພວກໂຈນທະເລໂຊມາເລຍຈັບໄວ້ (25 ມັງກອນ 2011)

ຄະນະໄອຍະການຂອງເກົາຫຼີໃຕ້ກ່າວວ່າ ຕົນໄດ້ຟ້ອງ
ພວກໂຈນທະເລໂຊມາເລຍ 5 ຄົນໃນວັນສຸກມື້ນີ້ໃນ
ຂໍ້ຫາພະຍາຍາມຂ້າຄົນ ໃນການຍິງກັບຕັນລະຫວ່າງ
ທີ່ມີການຈີ້ກຳປັ່ນ ຂອງເກົາຫຼີໃຕ້ ໃນເດືອນມັງກອນ
ຜ່ານມາ.

ພວກໂຈນທະເລທັງ 5 ໄດ້ຖືກຈັບໃນລະຫວ່າງການບຸກ
ໂຈມຕີຂອງໜ່ວຍກ້າຕາຍ ຫຼືກອມມັງໂດເກົາຫຼີໃຕ້ ໃນ
ເຂດທະເລອາເຣບຽນ ແລະໄດ້ຖືກສົ່ງໂຕໂດຍທາງເຮືອ
ບິນໄປຍັງເກົາຫຼີໃຕ້.

ພວກໂຈນທະເລອີກ 8 ຄົນໄດ້ຖືກຂ້າຕາຍໃນລະຫວ່າງ
ການບຸກເຂົ້າໄປຂອງໜ່ວຍກ້າຕາຍ ເທິງກຳປັ່ນ Samho
Jewelry ທີ່ເກົາຫຼີໃຕ້ເປັນເຈົ້າຂອງ ໃນວັນທີ 15 ມັງກອນ
ຜ່ານມາ ຂະນະທີ່ພວກລູກເຮືອທັງໝົດ 21 ຄົນໄດ້ຖືກ ຊ່ອຍອອກມາ.

ກັບຕັນຂອງກຳປັ່ນນາຍ Seok Hae-kyun ໄດ້ຖືກຍິງຫຼາຍໆລູກໃນລະຫວ່າງ ທີ່ໜ່ວຍ
ກ້າຕາຍບຸກເຂົ້າໄປ ແລະເວລານີ້ກຳລັງພັກຟື້ນ ທີ່ໂຮງໝໍແຫ່ງນຶ່ງໃນເກົາຫຼີໃຕ້.

ຖ້າຫາກຖືກພົບເຫັນວ່າມີຄວາມຜິດ ພວກໂຈນທະເລທັງ 5 ປະເຊີນກັບໂທດຈຳຄຸກຕະ ຫຼອດຊີວິດ.

XS
SM
MD
LG