ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ເກົາຫຼີໃຕ້ ທີ່ຖືກຟ້ອງຮ້ອງ ມິດງຽບ ໃນຂະນະທີ່ການປະທ້ວງສືບຕໍ່ໄປ


ພວກປະທ້ວງຊຸມນຸມກັນ ເພື່ອຮຽກຮ້ອງໃຫ້ມີການຈັບກຸມ
ປະທານາທິບໍດີ ທ່ານນາງ ພາກ ກຶນ ເຮ ໃນນະຄອນຫຼວງ
ໂຊລ, ເກົາຫຼີໃຕ້. March 11, 2017.
ພວກປະທ້ວງຊຸມນຸມກັນ ເພື່ອຮຽກຮ້ອງໃຫ້ມີການຈັບກຸມ ປະທານາທິບໍດີ ທ່ານນາງ ພາກ ກຶນ ເຮ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. March 11, 2017.

ເມື່ອບໍ່ດົນມານີ້ ເກົາຫຼີໃຕ້ ໄດ້ຟ້ອງຮ້ອງປະທານາທິບໍດີ ພາກ ກຶນ ເຮ ເຮັດໃຫ້ຜູ້ກ່ຽວມິດ
ງຽບຢູ່ ທັງຍັງຄົງຢູ່ໃນທຳນຽບປະທານາທິບໍດີຢູ່ຕໍ່ມາ ໃນຂະນະທີ່ພວກປະທ້ວງສືບຕໍ່ ອັ່ງອໍຢູ່ຕາມຖະໜົນຫົນທາງ.

ທ່ານນາງ ພາກ ບໍ່ໄດ້ມີການປາກເວົ້າໃດໆອອກມາ ນັບຕັ້ງແຕ່ສານລັດຖະທຳມະນູນ ໄດ້ລົງຄະແນນສຽງຢ່າງເປັນເອກກະສັນຍຶດໝັ້ນໃນການກ່າວຟ້ອງທ່ານນາງໃນວັນສຸກ
ຜ່ານມາ ໂດຍທີ່ທ່ານນາງຍັງບໍ່ໄດ້ຍ້າຍອອກໄປຈາກ ທຳນຽບ “ສີຟ້າ” ເທື່ອ ຕາມຄຳ
ກ່າວຂອງພວກຜູ້ຊ່ອຍທ່ານນາງທີ່ວ່າ ທ່ານນາງຂໍເວລາຕື່ມ ເພື່ອຕຽມໂຕຍ້າຍອອກໄປ ຢູ່ເຮືອນສ່ວນໂຕ.

ຊາວ ເກົາຫຼີໃຕ້ ນັບເປັນຫຼາຍສິບພັນຄົນ ທີ່ສະນັບສະໜູນໃຫ້ທ່ານນາງລົງຈາກອຳນາດ ໄດ້ພາກັນລົງສູ່ຖະໜົນໃນທ້າຍສັບປະດາຜ່ານມາ ພາກັນຮ້ອງໂຮ ແລະແກວ່ງທຸງໄປມາ ໃນຂະນະທີ່ອີກຈຸນຶ່ງທີ່ສະໜັບສະໜູນທ່ານນາງ ພາກ ໄດ້ປະຕິຍານວ່າ ຈະຕໍ່ຕ້ານອັນທີ່ ພວກເຂົາເຈົ້າເອີ້ນວ່າ “ການປະຫານຊິວິດທາງການເມືອງ” ນັ້ນ.

ຕຳຫຼວດນະຄອນຫຼວງ ໂຊລ ພາກັນຄາດວ່າ ຈະເກີດຄວາມຮຸນແຮງລະຫວ່າງສອງກຸ່ມ
ດັ່ງກ່າວ ໂດຍສະເພາະຫຼັງຈາກພວກປະທ້ວງສາມຄົນໄດ້ເສຍຊີວິດ ໃນການປະທະກັນ ລຸນຫຼັງການຕັດສີນໃຈໄດ້ຖືກປະກາດໃຫ້ຊາບ.

ການພັງທະລາຍຢ່າງໜ້າອັດສະຈັນ ແລະຮີບດ່ວນຂອງປະທານາທິບໍດີ ພາກ ເກີດຂຶ້ນ ຍ້ອນການກ່າວຫາຕ່າງໆທີ່ເປັນຂ່າວອື້ສາວກ່ຽວກັບອິດທິພົນຂອງເງິນຫຼາຍລ້ານທີ່ລັ່ງ
ໄຫຼອອກໄປຈາກທຳນຽບສີຟ້າ.

ໃນເດືອນທັນວາຜ່ານມາ ສະມາຊິກສະພາແຫ່ງຊາດ 234 ທ່ານ ໃນຈຳນວນ 300
ບ່ອນນັ່ງ ໄດ້ລົງຄະແນນສຽງໃຫ້ຮ້ອງຟ້ອງທ່ານນາງ ພາກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG