ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ທ່ານນາງ Park ຂໍຂະມາໂທດ ແລະ ສັນຍາ ຈະຮ່ວມມື ໃນການສອບສວນ


ອະດີດຜູ້ນຳ​ເກົາຫລີ​ໃຕ້ ທີ່​ຖືກ​​ປົດ ອອກ​ຈາກ​ຕຳ​ແໜ່ງ ທ່ານ​ນາງ Park Geun-hye ກຳລັງມາເຖິງຫ້ອງການໄອຍະການ.
ອະດີດຜູ້ນຳ​ເກົາຫລີ​ໃຕ້ ທີ່​ຖືກ​​ປົດ ອອກ​ຈາກ​ຕຳ​ແໜ່ງ ທ່ານ​ນາງ Park Geun-hye ກຳລັງມາເຖິງຫ້ອງການໄອຍະການ.

ປະທານາທິບໍດີ​ເກົາຫລີ​ໃຕ້ ທີ່​ຖືກປົດ ອອກ​ຈາກ​ຕຳ​ແໜ່ງ ທ່ານ​ນາງ Park Geun-
hye ກຳລັງ​ຖືກ​ສອບ​ຖາມ​ໃນ​ວັນ​ອັງຄານມື້​ນີ້ ກ່ຽວ​ກັບຂ່າວ​ນອງ​ນັນສໍ້​ລາດ​ບັງ​ຫຼວງ
​ທີ່​ໄດ້​ບັງຄັບ​ໃຫ້​ທ່ານ​ອອກ​ຈາກ​ໜ້າ​ທີ່.

ທ່ານ​ນາງ​ໄດ້​ກ່າວ​ ໃນ​ຂະນະ​ທີ່ໄປ​ເຖິງ​ຫ້ອງການ​ໄອ​ຍະ​ການວ່າ “ຂ້າພະ​ເຈົ້າ​ມີ​ຄວາມ
​ເສຍ​ໃຈ​ຕໍ່ປະຊາຊົນ​ ຂ້າພະ​ເຈົ້າ​ຈະ​ໃຫ້ການດ້ວຍ​ຄວາມ​ຈິງ​ໃຈແກ່​ຄະນະ​ສືບສວນ​.”

ສານ​ລັດຖະທຳ​ມະນູນ​ເກົາຫລີ​ໃຕ້ ​ໄດ້​ປົດ​ທ່ານ​ນາງ Park ອອກ​ຈາກ​ຕຳ​ແໜ່​ງ​ໃນ​ຕົ້ນ​
ເດືອນ​ນີ້ ຫລັງ​ຈາກການ​ຟ້ອງ​ຮ້ອງ​ໂດຍ​ບັນດາ​ສະມາຊິກ​ສະພາ ກ່ຽວ​ກັບ ການ​ກ່າວ​
ຫາ​ວ່າ ທ່ານ​ນາງສົມຮູ້​ຮ່ວມ​ຄິດ ກັບ​ນາງ Choi Soon-sil ທີ່​ເປັນ ເພື່ອນ ​ມາ​ເປັນ​ເວ
ລາ​ດົນ​ນານ ​ໂດຍບັງຄັບ​ໃຫ້​ບັນດາ​ບໍລິສັດ​ຕ່າງໆ​ບໍລິຈາກ​ເງິນ 70 ລ້ານ​ໂດ​ລາແກ່ບັນ
ດາ​ມູນ​ນິທິ​ທີ່ໜ້າສົງ​ໄສ ໃນ​ການ​ແລ​ກປ່ຽນ​ກັບ​ການ​ປະຕິ
ບັດທີ່​ດີ​ຂຶ້ນ.

ບັນດາຜູ້ສະໜັບສະໜູນ ທ່ານນາງ Park Geun-hye ທີ່ຖືກປົດອອກຈາກຕຳແໜ່ງ ພາກັນໂບກທຸງຊາດ ຢູ່ນອກຕຶກໄອຍະການ ໃນນະຄອນໂຊລ ເກົາລີໃຕ້.
ບັນດາຜູ້ສະໜັບສະໜູນ ທ່ານນາງ Park Geun-hye ທີ່ຖືກປົດອອກຈາກຕຳແໜ່ງ ພາກັນໂບກທຸງຊາດ ຢູ່ນອກຕຶກໄອຍະການ ໃນນະຄອນໂຊລ ເກົາລີໃຕ້.

ທ່ານ​ນາງ Park ອາດ​ປະ​ເຊີນ​ໜ້າ ​ກັບ​ຂໍ້​ຫາ​ບັງຄັບ​ເອົາ​ເງິນ ຊື້​ຈ້າງ​ຈອບ​ອອຍ ​ແລະຂໍ້​
ຫາ​ທາງ​ອາຍາ​ອື່ນໆໆ. ທ່ານ​ນາງ​ໄດ້​ປະ​ຕິ​ເສດ​ວ່າ ທ່ານ​ນາ​ງບໍ່​ໄດ້​ກະ​ທຳ​ຄວາມ
ຜິດ​ໃດໆ.

ບັນດາຜູ້ມີ​ຊື່ສຽງ​ຄົນ​ອື່ນໆທີ່ໄດ້ຖືກກ່າວຫາ​ວ່າ​ພົວພັນ​ກັບໃນຄະດີດັ່ງກ່າວ ​ແມ່ນມີ
ຮວມທັງ ທ້າວ Lee Jae-yong ທີ່​ເປັນ​ລູກຊາຍຂອງ​ບໍລິສັດ​ອີ​ເລກ​ໂຕຣນິກຍັກ​ໃຫຍ່ Samsung.

​ໃນ​ຂະນະ​ທີ່​ທ່ານ​ນາງ Park ​ໄດ້​ຖືກ​ປົດ​ຈາກ​ຈຳ​ແໜ່​ງ​ແລ້ວ ​ເກົາຫລີ​ໃຕ້​ກໍຈະ​ລົງ​ຄະ​
ແນນ​ສຽງເລືອກເອົາ​ປະທານາທິບໍດີ​ຄົນ​ໃໝ່. ລັດຖະບານ​ໄດ້​ປະກາດ​ໃນ​ວັນ​ພຸດອາ
ທິດ​ທີ່​ຜ່ານ​ມາ​ວ່າ ການ​ເລືອກ​ຕັ້ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ພຶດສະພາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG