ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ Park​ ປະກາດ ເຂົ້າ​ແຂ່ງຂັນ ​​​ປະທານາທິບໍດີ​ ​ເກົາຫຼີໃຕ້


ທ່ານນາງ Park Geun-hye ຈະລົງ​ແຂ່ງຂັນ​​ເປັນ​ປະທານາທິບໍດີ​
ທ່ານນາງ Park Geun-hye ຈະລົງ​ແຂ່ງຂັນ​​ເປັນ​ປະທານາທິບໍດີ​

ທີ່​ເກົາຫຼີ​ໃຕ້ ທ່ານ​ນາງ Park Geun-hye ​ໄດ້ເລີ້ມໂຄສະ​ນາ​ຫາ​ສຽງຢ່າງ​ເປັນ ທາງ​ການ​ເພື່ອ​ເຂົ້າ​ແຂ່ງຂັນເປັນ​ປະທານາທິບໍດີ​ຂອງ​ປະ​ເທດ ຊຶ່ງມື້​ລາງ​ບິດາຂອງ​ທ່ານ​ນາງຄືທ່ານ Park Chung-hee ​ຄັ້ງ​ນຶ່ງ​ເຄີຍປົກຄອງ​ແຜ​ບຜະ​ເດັດ​ການ​ມາ​ແລ້ວ.

ທ່ານ​ນາງ Park ​ ຜູ້ຊຶ່ງ​ມີ​ອາຍຸ 60 ນັ້ນ ​ໄດ້​ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້ທີ່​ກຸງໂຊ​ລ ຕໍ່ໜ້າ​ຝູງຊົນ ທີ່​ໃຫ້ການ​ສະໜັບສະໜູນ​ທ່ານ​ນາງ.

ທ່ານ​ນາງ Park​ ຊຶ່ງຫວັງ​ທີ່​ຈະໄດ້ຖືກ​ເລືອກເປັນ​ຜູ້ຕາງໜ້າ​ຂອງພັກ New Frontier ຊຶ່ງ​ເປັນ​ພັກ​ລັດຖະບານ​ນິຍົມ​ແນວທາງ​ເດີມ ​ເປັນ​ຄັ້ງທີ່ 2 ທີ່ທ່ານນາງ​ໄດ້​ປລາ​ໄຊ​ໃຫ້ປະທານາທິບໍດີ ທີ່​ດໍາລົງຢູ່​ໃນ​ຕໍາແໜ່ງ​ຢູ່​ໃນ​ເວລາ​ນີ້ຄືທ່ານ Lee Myung–bak ໃນ​ປີ 2007. ທ່ານ Lee ໄດ້​ຖືກ​ກົດໝາຍ​ຫ້າມ​ບໍ່​ໃຫ້​ລົງແຂ່ງ​ຂັນເອົາ​ຕຳ​ແໜ່​ງ​ເປັນຄັ້ງທີ 2.

ທ່ານ​ນາງ Park​ ປະຕິຍານ​ຕົນ​ວ່າ ຈະ​ປັບປຸງ​ການ​ຄວາມ​ເປັນ​ທຳ​ທາງ​ດ້ານເສດ ຖະກິດ​ ສຳ​ຫຼັບປະຊາຊົນ​ຊາວ​ເກົາ​ຫຼີ​ທັງ​ໝົດ ​ໃນ​ຂະນະ​ທີ່​ໃຫ້​ຄໍາ​ໝັ້ນ​ສັນຍາທີ່​ຈະ​ຍົກ​ເລີກ​ກົດ​ລະບຽບ​ທີ່​ບໍ່​ຈໍາເປັນຕ່າງໆທາງ​ດ້ານ​ທຸລະ​ກິດ. ທ່ານ​ນາງຍັງ​ໄດ້​ໃຫ້ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ປັບປຸງ​ສາຍ​ພົວພັນ​ກັບເກົາ​ຫຼີເໜືອ ທີ່​ເປັນ​ຄູ່​ປໍ​ລະ​ປັກ.

ສາຍ​ພົວພັນ​ລະຫວ່າງເກົາ​ຫຼີເໜືອ​ແລະເກົາ​ຫຼີ​ໃຕ້ ​ແມ່ນ​ໄດ້ຊຸດ​ໂຊມ​ລົງ ນັບ​ຕັ້ງ​ແຕ່ ທ່ານ Lee
​ໄດ້​ເຂົ້າ​ກໍາ​ຕໍາ​ແໜ່​ງ​ແລະ​ກໍ​ໄດ້​ເອົາ​ທ່າ​ທີ​ທີ່ແຂງ​ກະດ້າງ​ຂຶ້ນຕໍ່ກຸງພຽງ​ຢາງ.

ບິດາ​ຂອງທ່ານ​ນາງ Park ຊຶ່ງ​ເປັນ​ນາຍທະຫານຂັ້ນ​ອາວຸ​ໂສ ໄດ້​ເຂົ້າ​ຢຶດອໍານາດ​ໃນເກົາ​ຫຼີ​ໃຕ້
ຫຼັງຈາກ​ໄດ້​ມີ​ການ​ກໍ່​ລັດຖະປະຫານ​ຂຶ້ນ​ໃນ​ປີ 1961 ພຸ້ນ​ ແລະ​ກໍສືບ​ຕໍ່ຄອງ​ອໍານາດ​ມາ​ຈົນ​ເຖິງປີ
1979 ​ເວລາ​ທ່ານ​ຖືກ​ລອບ​ສັງຫານໂດຍຫົວໜ້າ​ສື​ບ ລັບຂອງ​ທ່ານ​ເອງ. ມານດາ​ຂອງ​ທ່ານ​ນາງ
​ໄດ້​ຖືກ​ມື​ປືນ​ຍິງ​ຕາຍ 5 ປີ​ ກ່ອນ​ໜ້າ ນັ້ນ ໂດຍ​ມືສັງຫານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກເກົາ​ຫຼີເໜືອ.

XS
SM
MD
LG