ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ລົບລ້າງ ກົດໝາຍ ຫຼິ້ນຊູ້ ນອກໃຈຜົວເມຍ


ທ່ານ Park Han-chul (ຄົນກາງ) ປະທານສານສູງສຸດ ຂອງເກົາຫຼີໃຕ້ ນັ່ງຮ່ວມກັນກັບຜູ້ພິພາກສາ ຄົນອື່ນໆ ທີ່ສານລັດຖະທຳມະນູນ ເກົາຫຼີໃຕ້ ວັນທີ 26 ກຸມພາ 2015.
ທ່ານ Park Han-chul (ຄົນກາງ) ປະທານສານສູງສຸດ ຂອງເກົາຫຼີໃຕ້ ນັ່ງຮ່ວມກັນກັບຜູ້ພິພາກສາ ຄົນອື່ນໆ ທີ່ສານລັດຖະທຳມະນູນ ເກົາຫຼີໃຕ້ ວັນທີ 26 ກຸມພາ 2015.

ສານແຫ່ງ​ນຶ່ງ​ຂອງ​ເກົາຫຼີ​ໃຕ້​ໄດ້​ຕັດສິນລົບ​ລ້າງ​ກົດໝາຍເກົ່າ
​ແກ່ຫຼາຍ​ທົດ​ສະ​ວັດສະບັ​ບນຶ່ງ​ແລະ​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ທີ່
​ຫ້າມ​ຜົວ​ເມຍ​ມີ​ຄວາມ​ສຳພັນ​ທາງ​ເພດ​ກັບ​ຄົນ​ອື່ນ.

ສານ​ລັດຖະທຳ​ມະນູນ ໄດ້​ອອກ​ຄຳ​ຕັດສິນ​ ໃນ​ວັນ​ພະຫັດ​ມື້​ນີ້
​ ດ້ວ​ຍ ການ​ລົງມະຕິ ​ເຫັນ​ດີ 7 ສຽງ ຕໍ່ 2 ສຽງ​ຄັດຄ້ານ ໃຫ້ລົບ
​ລ້າງກົດ​ໝາຍຫ້າມ​ຫລິ້ນ​ຊູ້​ນອກ​ໃຈ​ຜົວ​ເມຍ ທີ່​ໄດ້​ມີ​ຜົນ​ບັງຄັບ
​ໃຊ້​ມາ​ຕັ້ງ​ແຕ່​ປີ 1953 ນັ້ນ.

ທ່ານ Park Han-Chul ປະທານ​ ສານ​ລັດຖະທຳ​ມະນູນ ກ່າວ
​ວ່າ“​ເຖິງ​ແມ່ນວ່າການ​ນອກ​ໃຈ​ຜົວ​ເມຍ ຄວນ​ຈະ​ຖືກ​ປະນາມ​ວ່າ​ເປັນຄວາມ​ຜິດ​ທາງ​ສີນ​ທຳ​ກໍ​ຕາມ ​ແຕ່​ອຳນາດ​ຂອງ​ລັດ​ ກໍບໍ່​ຄວນ​ຈະ​ເຂົ້າ​ແຊກ​ແຊງ​ໃນ​ຊີວິດ​ສ່ວນ​ຕົວຂອງ​ບຸ​ກຄົນ.”

ອີງ​ຕາມ​ໂຕ​ເລກ​ຂອງ​ທາງ​ການ​ກໍ​ແມ່ນ​ວ່າ ປະຊາຊົນ​ຈຳນວນ​ຫຼາຍ​ກວ່າ 5.400 ຄົນ​ ໄດ້​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ ທຳ​ຜິດ​ປະ​ເວ​ນີ ​ໃນ​ຊ່ວງ 6 ປີຜ່ານມາ​ນີ້ ​ແຕ່​ກໍ​ບໍ່​ສູ້​ມີ​ການ​ຕັດສິນ​ໂທດໃຫ້​ຈຳຄຸກ ພາຍ​ໃຕ້​ກົດໝາຍ​ດັ່ງກ່າວ.

ການ​ຫ້າມຫລິ້ນ​ຊູ້​ສາວ ຜິດ​ປະ​ເວ​ນີນີ້ ທຳ​ອິດ​ແມ່ນ​ຖືກ​ຖື​ວ່າເປັນ​ຄວາມ ພະຍາຍາມ​ເພື່ອ​
ສົ່ງ​ເສີມ​ຄວາມ​ເທົ່າ​ທຽມ​ກັນ​ທາງ​ເພດ ເນື່ອງ​ຈາກວ່າ​ພວກ​ແມ່ຍິງ​ທີ່​ແຕ່ງງານ​ແລ້ວ​ນັ້ນ ​ໄດ້​ຊົມ​ໃຊ້ສິດ​ອື່ນໆ​ໜ້ອຍ​ຫລາຍ. ​ແຕ່​ກົດໝາຍ​ດັ່ງກ່າວ​ໄດ້​ກາຍ​ມາ​ເປັນ​ເລື້ອງ​ທີ່​ຄົນ​ບໍ່​ນິຍົມ​ກັນ​ຫຼາຍ​ຂຶ້ນ ​ໃນ​ຂະນະ​ທີ່ ວັດທະນະທຳ​ເກົາຫຼີ​ໃຕ້ ໄດ້ປ່ຽນ​ແປງໄປ​ຕາມ​ກາລະ​ເວລາ​ແລະ​ທັນ​ສະ​ໄໝ​ຫຼາຍ​ຂຶ້ນ ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ທົດສະວັດ​ຜ່ານ​ມາ​ນີ້.

ນັບ​ວ່າ​ເປັນ​ເທື່ອທີ 5 ນັບ​ຕັ້ງ​ແຕ່​ປີ 1990 ​ເປັນ​ຕົ້ນ​ມາ ທີ່​ສານ​ລັດຖະ ທຳ​ມະນູນ ​ໄດ້​ພະຍາ
ຍາມ​ຕ່າວ​ປີ້ນ​ຂໍ້​ຫ້າມ​ດັ່ງກ່າວ. ການ​ພະຍາ​ຍາມ​ທຸກໆ​ເທື່ອ ກ່ອນໜ້າ​ນີ້ ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ຍ້ອນ​ວ່າ​ບໍ່​ໄດ້​ຮັບ​ສຽງ​ສະໜັບສະໜຸນ 6 ສຽງ​ທີ່​ຕ້ອງການ​ນັ້ນ.

​ໃນ​ການ​ອອກ​ຄວາມ​ຄິດເຫັນ​ຄັດຄ້ານ ທີ່​ເປີດ​ເຜີຍ​ອອກ​ໃນ​ວັນ​ພະຫັດ​ມື້​ນີ້ ຜູ້​ພິພາກສາ Ahn Chang-Ho ກ່າວ​ວ່າ ກົດໝາຍ​ດັ່ງກ່າວໄດ້​ ຊ່ອຍ​ປົກ​ປ້ອງ​ຄ່າ​ນິຍົມ​ຂອງ​ຄອບຄົວ ​ແລະ​ເຕືອນ​ວ່າ ການ​ລົບ​ລ້າງ​ ຈະ​ກະ​ຕຸ້ນ​ໃຫ້​ເກີດ “​ຄື້ນຟອງໃນ​ດ້ານການນອກ​ໃຈ​ສາມີ​
ພັນ​ລະ​ຍາ.”

ຫຼັງ​ຈາກ​ສານ​ຕັດສິນ​ແລ້ວ ລາຄາ​ຮຸ້ນ​ໄດ້​ຖີບ​ໂຕ​ສູງຂຶ້ນຮອດ 15 ​ເປີ​ເຊັນ ອັນ​ເປັນ​ກຳນົດສູງ​ສຸດປະຈຳ​ວັນ​ຂອງ​ບໍລິສັດ​ຜະລິດ​ຖົງຢາງ​ອະນາ​ໄມ​ຮ່ວມ​ເພດທີ່ໃຫຍ່​ທີ່​ສຸດ Unidus Corp ຂອງ​ເກົາຫຼີ​ໃຕ້.

sokoradultery26february15
please wait

No media source currently available

0:00 0:00:32 0:00

XS
SM
MD
LG