ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພັກຝ່າຍຄ້ານ ເກົາຫຼີໃຕ້ ນັ່ງປະທ້ວງ ຢູ່ສະພາ ຍ້ອນເລືຶ້ອງ ເຮືອຂ້າມຟາກຫຼົ້ມ


ສະມາຊິກຄົບຄົວຂອງຜູ້ເຄາະຮ້າຍ ຍ້ອນເຮືອ Sewol ຫລົ້ມ
ຮ້ອງໄຫ້ ຫລັງຈາກໄດ້ຟັງ ຄຳໃຫ້ການ ຈາກລູກເຮືອຢູ່ທີ່ສານ.
ສະມາຊິກຄົບຄົວຂອງຜູ້ເຄາະຮ້າຍ ຍ້ອນເຮືອ Sewol ຫລົ້ມ ຮ້ອງໄຫ້ ຫລັງຈາກໄດ້ຟັງ ຄຳໃຫ້ການ ຈາກລູກເຮືອຢູ່ທີ່ສານ.

ບັນດາ​ຜູ້​ແທນ​ພັກຝ່າຍ​ຄ້ານ ຂອງ​ເກົາຫລີ​ໃຕ້ ພາກັນ​ເລີ້ມ​ນັ່ງ
ປະ​ທ້ວງຢູ່ໃນ​ສະພາຕໍ່ອັນ​ທີ່​ເຂົາ​ເຈົ້າເຫັນ​ວ່າ ເປັນການຮັບມື
ທີ່ບໍ່ພຽງພໍຂອງລັດຖະບານ ຕໍ່ໄພພິບັດເຮືອ​ຂ້າມ​ຟາກ​ຫລົ້ມ​ທີ່​
ຮ້າຍ​ແຮງ​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ.

​ບັນດາ​ຜູ້​ແທນພັກຝ່າຍ​ຄ້ານ​ທີ່​ໃຫຍ່ທີ່ສຸດ ຄືພັກພັນທະ​ມິດ​ການ​
ເມືອງໃໝ່​ ເພື່ອ​ປະຊາທິປະ​ໄຕ ຫລື NDAP ໃນ​ວັນ​ອັງຄານ​ມື້​ນີ້
ໄດ້​ພາກັນ​ນຳເອົາ​ຕຽງ​ນອນຂອງຕົນເຂົ້າ​ໄປໃນ​ຫ້ອງ​ປະ​ຊຸມສະ
ພາແຫ່ງ​ຊາດ ໃນອັນ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ​ເປັນ​ການ​ປະ​ທ້ວງ​ທີ່​ບໍ່
​ມີ​ກຳນົດ.

ພັກ NDAP ພວມຢູ່ໃນລະຫວ່າງການຂັດແຍ້ງ ກັບພັກ Saneuri ຊຶ່ງເປັນພັກລັດຖະ
ບານ ກ່ຽວກັບການສ້າງຕັ້ງຄະນະ​ກຳມະ​ການ​ອິດສະຫຼະທີ່ຈະທຳການສື​ບ ສວນ​ພວກ​
ທີ່​ຮັບຜິດຊອບ​ຕໍ່ເຮືອ​ຂ້າມ​ຟາກ Sewol ຫລົ້ມທີ່​ເຮັ​ດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຫລາຍກວ່າ 300 ຄົນນັ້ນ.

ກຸ່ມ​ຝ່າຍ​ຄ້ານ​ໄດ້​ຊຸກຍູ້​ໃຫ້​ບັນດາ​ສະມາໃນຊິກ​ຄອບຄົວຂອງພວກເຄາະ​ຮ້າຍສາມາດ
ມີ​ປາກ​ສຽງ​ຫລາຍ​ຂື້ນ​ໃນ​ການ​ດຳ​ເນີນຂັ້ນຕອນດັ່ງກ່າວ. ນອກນັ້ນກຸ່ມຝ່າຍ ຄ້ານ​ຍັງ
ໃຫ້ການສະໜັບສະໜຸນຕໍ່​ບັນດາ​ສະມາຊິກ​ໃນຄອບຄົວ ຮຽກຮ້ອງ​ໃຫ້ຄະ ນະ​ກໍາ​ ມະ
​ການດັ່ງກ່າວ ​ໄດ້ຮັບສິດອຳນາດໃນການສື​ບສວນ​ຫລາຍ​ຂື້ນ.

​ຜູ້​ເຄາະ​ຮ້າຍຫລາຍໆ​ຄອບຄົວ ກ່າວ​ຫາ​ພັກ​ລັດຖະບານວ່າ ​ພະຍາຍາມປົກ​ປ້ອງ​ ພວກ​
ເຈົ້າ​ໜ້າ​ທີ່ ​ທີ່​ເຂົ​າ​ເຈົ້າ​ຖິ້ມໂທດໃສ່ວ່າ​ບໍ່ມີ​ຄວາ​ມສາມາດ ​ແລະບໍ່ຮູ້ເລື່ອງ​ກົດ​ລະບຽບ ທີ່
ເຂົາຄິດວ່າ ​ພາໃຫ້ເກີດໄພພິບັດນັ້ນ.​

XS
SM
MD
LG