ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີ​ໃຕ້ ແຈ້ງ​ເຕືອນ ​ລະ​ດັບ​ສູງ​ສຸດ ສຳ​ລັບ ໄວ​ຣັ​ສ​ໂຄ​ໂຣ​ນາ


ຈໍ​ໂທ​ລະ​ພາບ​ຂະ​ໜາດ​ໃຫຍ່ ກ່ຽວ​ກັບ ໄວ​ຣັ​ສ COVID-19 ຢູ່​ໃຈ​ກາງ​ຕົວ​ເມືອງ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 23 ກຸ​ມ​ພາ, 2020.
ຈໍ​ໂທ​ລະ​ພາບ​ຂະ​ໜາດ​ໃຫຍ່ ກ່ຽວ​ກັບ ໄວ​ຣັ​ສ COVID-19 ຢູ່​ໃຈ​ກາງ​ຕົວ​ເມືອງ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 23 ກຸ​ມ​ພາ, 2020.

ເກົາຫຼີ​ໃຕ້ ໄດ້​ຍົກ​ລະ​ດັບ​ເຕືອນ​ໄພ​ສຳ​ລັບ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຂຶ້ນ​ເປັນ​ລະ​ດັບ​ສູງ​ສຸດ.

ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ມູນ​ ແຈ ອິນ ໄດ້​ຮຽກ​ຮ້ອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ບໍ່​ໃຫ້​ລັງ​ເລ​ໃຈ ​ທີ່​ຈະ​ເອົາ​ມາດ​ຕະ​ການ​ຮຸນ​ແຮງ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ” ເພື່ອ​ຄວບ​ຄຸມ​ການ​ລະ​ບາດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ເກົາຫຼີ​ໃຕ້ ໄດ້​ກ່າວ​ວ່າ ໄວ​ຣັ​ສ​ໂຄ​ໂຣ​ນາ​ຢູ່​ໃນ​ປະ​ເທດ​ຂອງ​ທ່ານ ໄດ້​ກ້າວ​ເຂົ້າ​ສູ່​ຂັ້ນ “ທີ່​ຮ້າຍ​ແຮງກວ່າ​ເກົ່າ” ໃນ​ຂະ​ນະ​ທີ່​ກໍ​ລະ​ນີ​ໃໝ່​ຂອງ​ເຊື້ອ​ໂຣກ​ດັ່ງ​ກ່າວ​ໄດ້​ຖືກ​ລາຍ​ງານ​ໃນ​ວັນ​ອາ​ທິດມື້ນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຈຸງ ຊາຍ ຄີ​ຢຸນ ໄດ້​ກ່າວ​ຄຳ​ປາ​ໄສ​ອອກ​ໂທ​ລະ​ພາບ​ແຫ່ງ​ຊາດ​ໃນ​ແລງວັນ​ເສົາ​ວານນີ້​. ທ່ານ​ໄດ້​ກ່າວ​ວ່າ ລັດ​ຖະ​ບານ ໂຊ​ລ ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໂຣກ​ນີ້​ຕໍ່​ໄປ.

ສູນ​ກາງ​ເພື່ອ​ການ​ຄວບ​ຄຸມ​ ແລະ ປ້ອງ​ກັນ​ເຊື້ອ​ໂຣກ​ຂອງ ເກົາຫຼີ ​ໄດ້​ກ່າວ​ວ່າ ມີ​ລາຍ​ງານ​ການ​ຕິດ​ເຊື້ອ​ໃໝ່ 123 ກໍ​ລະ​ນີ​ໃນ​ວັນ​ອາ​ທິດມື້ນີ້, 113 ກໍ​ລະ​ນີ​ແມ່ນ​ໃນ​ເມືອງ ແດ​ກູ ທີ່​ເປັນ​ເມືອງ​ໃຫຍ່​ສຸດ​ອັນ​ດັບ​ສີ່ ແລະ ຂົງ​ເຂດ​ທີ່​ຢູ່​ອ້ອມ​ແອ້ມ. ເກົາຫຼີ​ໃຕ້ ​ຕອນນີ້​ມີ​ລາຍ​ງານ​ການ​ຕິດ​ໄວ​ຣັ​ສ​ໂຄ​ນາ 556 ກໍ​ລະ​ນີ.

ພ້ອມ​ກັນ​ນັ້ນ​ໃນ​ວັນ​ເສົາ​ວານນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ອອກ​ຄຳ​ແນະ​ນຳ​ການ​ເດີນ​ທາງ​ໄປ ຍີ່​ປຸ່ນ ແລະ ເກົາ​ຫຼີ​ໃຕ້ ໃນ​ລະ​ຫວ່າງ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ, ໂດຍ​ຮຽກ​ຮ້ອງ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ໃຫ້ “ມີ​ການ​ລະ​ມັດ​ລະ​ວັງ​ເພີ່ມ​ຂຶ້ນ” ຖ້າ​ເດີນ​ທາງ​ໄປ​ປະ​ເທດ​ທີ່​ວ່າ​ນັ້ນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ເວົ້າ​ວ່າ ດ້ວຍ​ການ​ເຕືອນ​ລະ​ດັບ​ທີ​ສອງ, ບັນ​ດາ​ນັກ​ເດີນ​ທາງ​ຕ້ອງຫຼີກ​ລ່ຽງ​ການ​ພົວ​ພັນ​ກັບ​ຄົນ​ບໍ່​ສະ​ບາຍ, ແລະ ໃຫ້​ທຳ​ການ​ອະ​ນາ​ໄມ​ພື້ນ​ຖານ, ເຊັ່ນ​ລ້າງ​ມື, ເພື່ອ​ປ້ອງ​ກັນ​ການ​ຕໍ່​ການ​ຕິດ​ຕໍ່​ເຊື້ອ​ໂຣກ​ນັ້ນ.

ຈີນ ໄດ້​ລາຍ​ງານ​ການ​ຕິດ​ເຊື້ອ​ໃໝ່ 648 ກໍ​ລະ​ນີ​ໃນ​ວັນ​ອາ​ທິດມື້ນີ້, ເປັນ​ຈຳ​ນວນ​ທັງ​ໝົດ 76,936 ກໍ​ລະ​ນີ. ເຂົາ​ເຈົ້າ​ເວົ້າ​ວ່າ ອີກ 97 ຄົນ​ໄດ້​ເສຍ​ຊີ​ວິດ, ເຮັດ​ໃຫ້​ຈຳ​ນວນ​ເສຍ​ຊີ​ວິດ​ສູງ​ສຸດ​ໃນ​ປະ​ເທດ​ດັ່ງ​ກ່າວ​ເປັນ 2,442 ຄົນ.

ຢູ່ນອກ​ປະ​ເທດ ຈີນ, ມີ​ອີກ 1,200 ຄົນ​ໄດ້​ຕິດ​ໄວ​ຣັ​ສ​ດັ່ງ​ກ່າວ ແລະ ຫຼາຍກວ່າ ສິບ​ຄົນ​ໄດ້​ເສຍ​ຊີ​ວິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG