ຈີນໄດ້ປະຕິເສດວ່າຕົນບໍ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການສົ່ງນໍ້າມັນແກ່ເກົາຫລີ
ເໜືອ ທີ່ຝ່າຝືນຕໍ່ມາດຕະການການລົງໂທດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ
ນຶ່ງມື້ພາຍຫລັງທີ່ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ໄດ້ກ່າວຫາປັກກິ່ງວ່າ
ໄດ້ກະທຳການດັ່ງກ່າວ.
ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງຮົວ ຈຸນຍິງ ກ່າວຕໍ່ບັນດານັກຂ່າວໃນ
ວັນສຸກວານນີ້ ຢູ່ໃນກອງປະຊຸມລາຍງານຕໍ່ສື່ມວນຊົນວ່າ “ຈີນໄດ້ປະຕິບັດຕາມມະຕິ
ຂອງສະພາຄວາມໝັ້ນຄົງຢ່າງຄົບຖ້ວນ ແລະເຄັ່ງຄັດ ແລະໄດ້ເຮັດຫລ້ອນພາລະໜ້າ
ທີ່ຂອງຕົນທັງໝົດຕໍ່ສາກົນ. ພວກເຮົາຈະບໍ່ອະນຸຍາດໃຫ້ປະຊາຊົນຈີນ ແລະບໍລິສັດ
ຕ່າງໆ ມີການພົວພັນກັບກິດຈະການທີ່ຝ່າຝືນມະຕິຂອງສະພາຄວາມໝັ້ນຄົງ.”
ເຖິງແມ່ນວ່າຈີນຈະໄດ້ເນັ້ນໜັກວ່າໃຫ້ດໍາເນີນການລົງໂທດດັ່ງກ່າວຢູ່ ແຕ່ວ່າ ສໍາລັບ
ສະຫະລັດ, ເກົາຫລີໃຕ້ ແລະຍີ່ປຸ່ນແລ້ວ ກໍຍັງມີຄວາມສົງໄສຢູ່ວ່າ ຍັງມີສ່ອງຫວ່າງ
ກ່ຽວກັບເລື່ອງນີ້ຢູ່. ແລະການປະຕິເສດຂອງຈີນຊໍ້າແລ້ວຊໍ້າອີກນັ້ນ ບໍ່ກີດກັ້ນ ທ່ານ
ທຣໍາ ບໍ່ໃຫ້ສົ່ງຂໍ້ຄວາມຂຽນລົງທາງ Twitter ໃນວັນພະຫັດທີ່ຜ່ານມານັ້ນໄດ້ ຊຶ່ງທ່ານ
ເວົ້າວ່າ “ຜິດຫວັງທີ່ສຸດທີ່ຈີນອະນຸຍາດໃຫ້ນໍ້າມັນເຂົ້າໄປສູ່ເກົາຫລີເໜືອ.”
ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດອາທິດແລ້ວນີ້ ໄດ້ວາງມາດຕະ
ການລົງໂທດໃໝ່ເພື່ອວາງຂໍ້ຈຳກັດຕໍ່ການໄດ້ຮັບນໍ້າມັນຂອງເກົາຫລີເໜືອ ເພື່ອເປັນ
ການຕອບໂຕ້ຕໍ່ການທົດລອງລູກສອນໄຟຂີປະນາວຸດໄລຍະຍາວຂອງປະເທດດັ່ງກ່າວ
ຫວ່າງມໍ່ໆ ມານີ້. ໃນເດືອນພະຈິກຜ່ານມາ ເກົາຫລີເໜືອໄດ້ຍິງທົດລອງລູກສອນໄຟຂີ
ປະນາວຸດຂ້າມທະວີບລູກຫລ້າສຸດຂອງຕົນ ທີ່ນັກຊ່ຽວຊານສະຫະລັດຫລາຍຄົນໄດ້
ເຕືອນວ່າ ອາດມີຄວາມສາມາດໂຈມຕີແຫ່ງໃດແຫ່ງນຶ່ງໃນດິນແດນຂອງສະຫະລັດ
ໄດ້. ການລົງໂທດແມ່ນເພື່ອຫ້າມບໍ່ໃຫ້ 90 ເປີເຊັນຂອງນໍ້າມັນທີ່ກັ່ນແລ້ວເຂົ້າໄປໃນ
ເກົາຫລີເໜືອ ໂດຍໄດ້ວາງກຳນົດໃຫ້ປະເທດດັ່ງກ່າວນໍາເຂົ້ານໍ້າມັນໄປບໍ່ເກີນ
500,000 ຖັງຕໍ່ປີ ແລະຈຳກັດການສົ່ງນໍ້າມັນດິບອອກໃຫ້ຢູ່ໃນລະດັບບໍ່ເກີນ 4 ລ້ານ
ຖັງຕໍ່ປີ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ