ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ເກົາຫຼີໃຕ້ປະຕິເສດວ່າ ບໍ່ສົນໃຈອາວຸດນິວເຄລຍ ຂອງສະຫະລັດ


ພາບຖ່າຍທາງດາວທຽມ ຂອງໂຮງງານນິວເຄລຍ Yongbyon ຂອງເກົາຫລີເໜືອ ທີ່ຕັ້ງຢູ່ທາງທິດເໜືອຂອງນະຄອນຫລວງ Pyongyang, ວັນທີ 13 ສິງຫາ 2002

ທາງດ້ານເກົາຫຼີໃຕ້ນັ້ນ ກໍ​ໄດ້ກ່າວໃນວັນອັງຄານມື້ນີ້ວ່າ
ຕົນບໍ່ໄດ້ມີຄວາມສົນໃຈທີ່ຈະ​ເອົາອາວຸດນີວເຄລຍຂອງ
ສະຫະລັດ ມາ​ຕິດ​ຕັ້ງໃນດິນແດນຂອງຕົນຄືນໃໝ່ ເຖິງ
ແມ່ນວ່າ ໄດ້ມີການສະ​ແດງ​ຄວາມ​ເຫັນ​ໃນ​ທໍານອງນັ້ນ
ຈາກ​ລັດຖະມົນຕີປ້ອງກັນປະເທດກ່ອນໜ້ານີ້ ກໍຕາມ.
ເມື່ອ​ຖືກຖາມ​ໂດຍສະມາຊິກສະພາທ່ານ​ນຶ່ງໃນມື້ວານນີ້ວ່າ
ລັດຖະບານ​ອາດ​ຈະພິຈາລະນາ​ເລື້ອງການນໍາ​ເອົາອາວຸດ
ນີວເຄລຍຂອງສະຫະລັດ ມາຕິດ​ຕັ້ງ​ຄືນໃໝ່ ຫລື​ບໍ່​ນັ້ນ
ທ່ານ Kim Tae-young ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​
ໄດ້​ຕອບກັບໄປວ່າ ທາງການຈະທົບທວນ ​ເລື່ອງທີ່ທ່ານ
ຖາມມານັ້ນ.

ແຕ່ບັນດາໂຄສົກຂອງທາງການໄດ້​ພາກັນແກ້ຄວາມ​ເຫັນ​ດັ່ງ
ກ່າວ ​ໃນວັນອັງຄານມື້ນີ້ ​ໂດຍ​ເວົ້າວ່າ ພວກເຂົາເຈົ້າຍັງຈະ
ສືບຕໍ່ໝາຍ​ໝັ້ນ ຕໍ່​ການ​ເຮັດ​ໃຫ້​ແຫລມເກົາຫຼີປອດອາວຸດ
ນີວເຄລຍຢູ່.

ບັນຫານີ້ແມ່ນໄດ້ມີຂຶ້ນ ຫຼັງຈາກທີ່ທາງເກົາຫຼີເໜືອໄດ້ພານັກວິທະຍາສາດຂອງສະຫະລັດ
ຄົນນຶ່ງ ​ໄປ​ເບິ່ງສະຖານອັນທັນສະໄຫມທີ່​ໃຊ້ກັ່ນທາດຢູເຣນຽມ ທີ່​ເກົາຫລີ​ເໜືອ​ເວົ້າວ່າ
ມີ​ເຄື່ອງ​ກັ່ນ​ຫລືແຍກທາດຢູເຣນຽມທີ່​ໃຊ້​ການ​ໄດ້ເຖິງ 2,000 ​ເຄື່ອງນັ້ນ ຊຶ່ງທາດຢູເຣນຽມ
ທີ່​ກັ່ນ​ໃໝ່ໄດ້​ຮັບ​ການ​ເສີມຄຸນນະພາບນັ້ນ ຈະນໍາໄປ​ໃຊ້ເຮັດອາວຸດນີວເຄລຍໄດ້.


ສະຫະລັດ ໄດ້ຖອນອາວຸດນີວເຄລຍຂອງ​ຕົນອອກ​ໄປຈາກເກົາຫຼີໃຕ້ນັບຕັ້ງແຕ່ປີ 1991 ພຸ້ນ.

XS
SM
MD
LG