ເກົາຫຼີໃຕ້ກ່າວວ່າ ຕົນຈະບໍ່ກັບໄປເຈລະຈາກ່ຽວກັບຂໍ້ຕົກລົງຂອງປີ 2015 ຄືນໃໝ່ ກັບ
ຍີ່ປຸ່ນທີ່ມີຈຸດປະສົງເພື່ອແນໃສ່ຫາຜົນສະຫຼຸບສຸດທ້າຍ ໃນອັນທີ່ເອີ້ນວ່າ “ຄອມຟອຣ໌ດ
ວູເມນ” ພວກທີ່ຖືກບັງຄັບໃຫ້ເປັນຂ້າທາດທາງເພດ ຈາກກອງກຳລັງຍີ່ປຸ່ນໃນສະໄໝ
ລ່າອານານິຄົມນັ້ນ.
ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ກັ່ງ ກີອັງ-ວາ (Kang Kyun-wha)
ໄດ້ບອກກັບພວກນັກຂ່າວໃນໂຊລ໌ ໃນວັນອັງຄານມື້ນີ້ວ່າ “ມັນເປັນການປະຕິເສດ
ບໍ່ໄດ້” ຕໍ່ຂໍ້ຕົກລົງທີ່ໄດ້ຮັບຜ່ານໃນລັດຖະບານທີ່ໄດ້ປົດອອກຂອງທ່ານນາງ ພາກ ກວິນ
ເຮ່ (Park Geun-hye) ທີ່ນິຍົມແນວທາງເດີມ ຊຶ່ງເປັນຂໍ້ຕົກລົງຢ່າງເປັນທາງການ
ລະຫວ່າງ ໂຊລ໌ ແລະໂຕກ່ຽວ.
ພາຍໃຕ້ຂໍ້ຕົກລົງໂຕກ່ຽວ ໄດ້ຕົກລົງທີ່ຈະຈ່າຍເງິນຈຳນວນ 8 ລ້ານໂດລ່າ ເຂົ້າໃນກອງ
ທຶນຂອງພວກເຄາະຮ້າຍ ແລະໄດ້ຂໍຂະມາໂທດຈາກນາຍົກລັດຖະມົນຕີ ຊິນໂຊ ອາເບ
ສຳຫຼັບການເອົາບາດກ້າວທາງທະຫານຂອງຕົນ ໃນຊ່ວງທີ່ຍີ່ປຸ່ນໃຊ້ອຳນາດຢ່າງປ່າເຖື່ອນ
ໃສ່ແຫຼມເກົາຫຼີ ລະຫວ່າງປີ 1910 ແລະ 1954.
ແຕ່ວ່າ ປະທານາທິບໍດີ ມູນ ເຈ-ອິນ ໄດ້ກ່າວໃນສັບປະດາແລ້ວກ່ຽວກັບຂໍ້ຕົກລົງທີ່ມີ
ຕຳໜິຢ່າງຮ້າຍແຮງ ແລະບໍ່ໄດ້ມີການຄົ້ນຫາຄວາມເຫັນຂອງພວກແມ່ຍິງ ທີ່ໄດ້ເຮັດວຽກ
ໃນໂຮງໂສເພນີ ໂດຍທີ່ໃຫ້ການສະຫຼຸບຂອງກອງກຳລັງພິເສດ ທີ່ທ່ານໄດ້ເຮັດຂຶ້ນມາ
ເພື່ອການສຶກສາຂອງຂໍ້ຕົກລົງ.
ເຖິງແມ່ນວ່າ ບໍ່ໄດ້ມີການຫາທາງເຈລະຈາຄືນໃໝ່ ທ່ານກັ່ງ ໄດ້ກ່າວວ່າ ລັດຖະບານ
ເກົາຫຼີໃຕ້ຈະທົດແທນເງິນຈຳນວນ 8 ລ້ານໂດລາ ທີ່ີທາງຍີ່ປຸ່ນ ໄດ້ຈ່າຍເຂົ້າໃສ່ກອງທຶນ
ພວກເຄາະຮ້າຍນັ້ນ ດ້ວຍງົບປະມານຂອງຕົນ.