ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເກົາຫຼີໃຕ້ ສັນຍາວ່າ ຈະບໍ່ ເຮັດສົງຄາມ ຄັ້ງທີສອງ ກັບເກົາຫຼີເໜືອ


ປະທານາທິບໍດີເກົາຫຼີໃຕ້ ທ່ານ Moon Jae-in ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ເມື່ອວັນພຸດວານນີ້ ​ເນື່ອງ​ໃນຂີດໝາຍ ການດຳລົງຕຳແໜ່ງຄົບ 100 ວັນ Aug. 17, 2017.
ປະທານາທິບໍດີເກົາຫຼີໃຕ້ ທ່ານ Moon Jae-in ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ເມື່ອວັນພຸດວານນີ້ ​ເນື່ອງ​ໃນຂີດໝາຍ ການດຳລົງຕຳແໜ່ງຄົບ 100 ວັນ Aug. 17, 2017.

ປະທານາທິບໍດີເກົາຫຼີໃຕ້ ທ່ານ Moon Jae-in ກ່າວວ່າ ປະທານາທິບໍດີ ສະຫະລັດ
ທ່ານດໍໂນລ ທຣຳ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຂໍການອະນຸມັດຈາກໂຊລເສຍກ່ອນ
ກ່ອນທີ່ຈະເອົາມາດຕະການທາງທະຫານໃດໆ ຕໍ່ເກົາຫຼີເໜືອ ກ່ຽວກັບໂຄງການນິວ
ເຄລຍ ແລະ ລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ນັ້ນ.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ແລະ ປະທານາທິບໍດີ ສະຫະລັດ ທ່ານ Donald Trump, ຂວາ, ກ່າວຖະແຫລງການຮ່ວມ ຈາກສວນດອກກຸຫລາບ ຫຼື Rose Garden ຂອງທຳນຽບຂາວ ໃນນະຄອນຫຼວງ Washington, ວັນທີ 30 ມິຖຸນາ 2017.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ແລະ ປະທານາທິບໍດີ ສະຫະລັດ ທ່ານ Donald Trump, ຂວາ, ກ່າວຖະແຫລງການຮ່ວມ ຈາກສວນດອກກຸຫລາບ ຫຼື Rose Garden ຂອງທຳນຽບຂາວ ໃນນະຄອນຫຼວງ Washington, ວັນທີ 30 ມິຖຸນາ 2017.

ປະທານາທິບໍດີ Moon ໄດ້ປະຕິຍານ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວເມື່ອ
ວັນພຸດ ວານນີ້ ​ເນື່ອງ​ໃນຂີດໝາຍການດຳລົງຕຳແໜ່ງຄົບ 100 ວັນ ທີ່ໄດ້ມີ​ການອອກ
ອາກາດທາງໂທລະພາບທົ່ວ​ປະ​ເທດນັ້ນວ່າ ຈະປ້ອງ​ກັນ​ບໍ່​ໃຫ້​ເກີດ​ບັນຫາຂັດແຍ້ງ
ທາງທະຫານຂຶ້ນອີກ ຢູ່ໃນແຫຼມເກົາຫຼີ. ສົງຄາມກາງເມືອງ ໃນຊ່ວງປີ 1950 ຫາ
1953 ລະຫວ່າງ ເກົາຫຼີເໜືອ ແລະເກົາຫຼີໃຕ້ ເຊິ່ງໄດ້ສິ້ນສຸດລົງ ດ້ວຍການສະຫງົບ
ເສິກນັ້ນ ຊຶ່ງໃນທາງເທັກນິກແລ້ວ ທັງສອງຝ່າຍຖືວ່າຍັງຢູ່ໃນພາວະສົງຄາມ.

ປະຊາຊົນ ກຳລັງຊົມ ລາຍການຂ່າວ ທີ່ສະແດງໃຫ້ເຫັນ ພາບການຍິງລູກສອນໄຟ ຂີປະນາວຸດຂ້າມທະວີບ ຫຼື ICBM ຂອງເກົາຫຼີເໜືອ, ຢູ່ທີ່ສະຖານີລົດໄຟໃຕ້ດິນ ໂຊລ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, ວັນທີ 29 ກໍລະກົດ 2017.
ປະຊາຊົນ ກຳລັງຊົມ ລາຍການຂ່າວ ທີ່ສະແດງໃຫ້ເຫັນ ພາບການຍິງລູກສອນໄຟ ຂີປະນາວຸດຂ້າມທະວີບ ຫຼື ICBM ຂອງເກົາຫຼີເໜືອ, ຢູ່ທີ່ສະຖານີລົດໄຟໃຕ້ດິນ ໂຊລ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, ວັນທີ 29 ກໍລະກົດ 2017.

ທ່ານ Moon ຊຶ່ງມີທ່າອຽງໄປໃນທາງເສລີນິຍົມ ໄດ້ເຂົ້າຮັບຕຳແໜ່ງ ໃນເດືອນ
ພຶດສະພາ ຜ່ານມານີ້ ໂດຍໃຫ້ຄຳໝັ້ນສັນຍາ ທີ່ຈະຟື້ນຟູ ການພົວພັນ ກັບພຽງຢາງ
ຄືນ​ອີກ ລວມທັງ ການແຕ່ງຕັ້ງທູດພິເສດ ຮັບຜິດຊອບ​ກ່ຽວ​ກັບເກົາຫຼີເໜືອ ແຕ່ການ
ຍື່ນມື​ໄປຫາເກົາຫຼີເໜືອນັ້ນ ໄດ້ຖືກປະຕິເສດ ໂດຍລະບອບການປົກຄອງທີ່ໂດດດ່ຽວ
ດັ່ງກ່າວ. ທ່ານ Moon ໄດ່ກ່າວ ໃນວັນພະຫັດມື້ນີ້ ວ່າ ທ່ານເຕັມໃຈທີ່ຈະ​ໃຊ້​ຄວາມ
ອົດທົນ ກັບເກົາຫຼີເໜືອ ແຕ່ກໍໄດ້ເຕືອນວ່າ ມັນຈະກາຍ “ເສັ້ນແດງ” ຖ້າຫາກເກົາຫຼີ
ເໜືອ ຕິດຫົວລະເບີດນິວເຄລຍ ໃສ່ລູກສອນໄຟຂີປະນາວຸດ ຂ້າມທະວີບ ຫຼື ICBM.

ຄວາມເຄັ່ງຕຶງ ປາກົດວ່າ ໄດ້ຫລຸດຜ່ອນລົງໃນ​ໄລຍະສອງສາມມື້ຜ່ານມານີ້ ຫຼັງຈາກ
ທີ່ທ່ານທຣຳ ແລະພຽງຢາງ ໄດ້​ໃຫ້​ຄວາມ​ເຫັນ​ທີ່​ເປັນ​ການ​ໂຕ້​ຕອບ​ກັນ ຫຼັງຈາກ ມີ
ມາດຕະການລົງໂທດຊຸດໃໝ່ ຕໍ່ເກົາຫຼີເໜືອ ທີ່ໄດ້ຖືກຮັບຮອງເອົາ ໂດຍສະພາ
ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ແລະຫຼັງຈາກມີບົດລາຍງານທີ່ ວ່າ
ອົງການສືບລັບສະຫະລັດ ໄດ້ສະຫລຸບວ່າ ເກົາຫຼີເໜືອ ສາມາດສ້າງຫົວລະ ເບີດນິວເຄລຍລູກໜຶ່ງ ທີ່ຕັ້ງໃສ່ລູກສອນໄຟຂີ​ປະ​ນາ​ວຸດໄດ້.

Koreas Nuclear Crisis
please wait
Embed

No media source currently available

0:00 0:01:27 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG