ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກຍີ່ປຸ່ນ ກ່າວກ່ຽວກັບ ການຍິງລູກສອນໄຟ ຂອງເກົາຫຼີເໜືອ ວ່າ 'ສຸດແສນ ທີ່ຈະອະໄພ ໃຫ້ບໍ່ໄດ້'


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫລງ ໃນຂະນະທີ່ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊີນໂຊ ອາເບະ ຮັບຟັງ ຊຶ່ງຜູ້ນຳທັງສອງ ໄດ້ໃຫ້ຖະແຫລງການ ກ່ຽວກັບ ເກົາຫຼີເໜືອ ຢູ່ທີ່ ເຄຫາສະຖານ Mar-a-Lago ໃນເມືອງ Palm Beach, ລັດ Florida, ວັນທີ 11 ກຸມພາ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫລງ ໃນຂະນະທີ່ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊີນໂຊ ອາເບະ ຮັບຟັງ ຊຶ່ງຜູ້ນຳທັງສອງ ໄດ້ໃຫ້ຖະແຫລງການ ກ່ຽວກັບ ເກົາຫຼີເໜືອ ຢູ່ທີ່ ເຄຫາສະຖານ Mar-a-Lago ໃນເມືອງ Palm Beach, ລັດ Florida, ວັນທີ 11 ກຸມພາ 2017.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinsho Abe ກ່າວວ່າ ການຍິງລູກສອນໄຟຂີ
ປະນາວຸດ ລົງທະເລ ຍີ່ປຸ່ນ ທີ່ບໍ່ສາມາດລະບຸໄດ້ວ່າເປັນລຸ້ນໃດ ຂອງເກົາຫຼີເໜືອ ນັ້ນ
ແມ່ນ “ສຸດແສນທີ່ຈະອະໄພໃຫ້ບໍ່ໄດ້.”

ທ່ານ Abe ໄດ້ຖະແຫລງ ເມື່ອຕອນແລງວັນເສົາວານນີ້ ໂດຍມີ ປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ຢູ່ຄຽງຂ້າງ ໃນການຈັດກອງປະຊຸມຖະແຫລງຂ່າວຂຶ້ນ
ຢ່າງໄວວາ ຢູ່ໃນຫ້ອງຫລູຫລາຫ້ອງນຶ່ງ ຂອງເຄຫາສະຖານ Mar-a-Largo ຂອງທ່ານ
ທຣຳ ໃນລັດຟໍຣີດາ ບ່ອນທີ່ທ່ານ ອາເບະ ໄດ້ໄປຢ້ຽມຢາມ ທ່ານທຣຳ ໃນທ້າຍ
ສັບປະດານີ້.

ຊາຍຄົນນຶ່ງ ຢືນເບິ່ງ ລາຍການຂ່າວ ໂທລະພາບ ທີ່ລາຍງານ ກ່ຽວກັບ ການຍິງທົດລອງ ລູກສອນໄຟ ຂອງເກົາຫຼີເໜືອ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 12 ກຸມພາ 2017.
ຊາຍຄົນນຶ່ງ ຢືນເບິ່ງ ລາຍການຂ່າວ ໂທລະພາບ ທີ່ລາຍງານ ກ່ຽວກັບ ການຍິງທົດລອງ ລູກສອນໄຟ ຂອງເກົາຫຼີເໜືອ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 12 ກຸມພາ 2017.

ຜູ້ນຳຂອງຍີ່ປຸ່ນ ໄດ້ກ່າວວ່າ “ເກົາຫຼີເໜືອ ຕ້ອງປະຕິບັດຢ່າງເຕັມສ່ວນ ຕໍ່ມັດຕິຕ່າງໆ
ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ກ່ຽວຂ້ອງ. ໃນລະຫວ່າງ
ກອງປະຊຸມສຸດຍອດ ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມກັບປະທານາທິບໍດີ ທຣຳ ທ່ານທຣຳ
ໄດ້ຮັບປະກັນກັບ ຂ້າພະເຈົ້າ ວ່າ ສະຫະລັດ ຈະຢູ່ຄຽງຂ້າງ ຍີ່ປຸ່ນ 100 ເປີເຊັນ
ຕະຫຼອດໄປ ແລະ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ພ້ອມທັງ ຄວາມໝັ້ນ
ໝາຍ ຂອງທ່ານນັ້ນ ທ່ານທຣຳ ແມ່ນຢູ່ນະທີ່ນີ້ ກັບຂ້າພະເຈົ້າ ຢູ່ທີ່ກອງປະຊຸມ
ຖະແຫລງຮ່ວມຂອງທ່ານ.”

ສ່ວນທ່ານທຣຳ ໄດ້ກ່າວໃຫ້ຄຳເຫັນແບບສັ້ນໆ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ວ່າ
“ຂ້າພະເຈົ້າ ພຽງຢາກໃຫ້ທຸກໆຄົນເຂົ້າໃຈ ແລະ ຮັບຮູ້ຢ່າງຄົບຖ້ວນ ວ່າ ສະຫະລັດ
ຈະສະໜັບສະໜູນ ຍີ່ປຸ່ນ ທີ່ເປັນພັນທະມິດທີ່ດີເລີດຂອງຕົນ 100 ເປີເຊັນ.”

ການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ ແມ່ນຖືກຕີຄວາມຢ່າງກວ້າງຂວາງ ວ່າ
ເປັນການທ້າທາຍຕໍ່ລັດຖະບານ ທ່ານທຣຳ.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟ ເຂົ້າໄປໃນທະເລຍີ່ປຸ່ນ ເມື່ອຕອນເຊົ້າວັນອາທິດມື້ນີ້
ຕາມເວລາໃນເອເຊຍ.

ກະຊວງປ້ອງກັນປະເທດ ສະຫະລັດ ໄດ້ກ່າວເມື່ອຕອນແລງວັນເສົາວານນີ້ ວ່າ
“ການຍິງ ລູກສອນໄຟຂີປະນາວຸດ ລະດັບກາງ ຫຼື ລະດັບປານກາງ ໄດ້ເກີດຂຶ້ນ ຢູ່ໃກ້ໆກັບເມືອງ Kusong ທາງພາກຕາເວັນຕົກສຽງເໜືອຂອງປະເທດ” ໂດຍຊີ້
ໃຫ້ເຫັນວ່າ ຕົນໄດ້ຕິດຕາມເບິ່ງ ໃນທະເລຍີ່ປຸ່ນ ແລະ ວ່າ “ມັນບໍ່ເປັນໄພຂົ່ມຂູ່ ຕໍ່
ອາເມຣິກາເໜືອ ແຕ່ຢ່າງໃດເລີຍ.”

ພຽງຢາງ ໄດ້ອອກຖະແຫລງການສະບັບນຶ່ງ ກ່ຽວກັບການຍິງດັ່ງກ່າວ ແຕ່ບັນດານັກ
ຊ່ຽວຊານ ໄດ້ກ່າວວ່າ ລູກຈະຫຼວດ ສ່ວນໃຫຍ່ແລ້ວເບິ່ງຄືວ່າ ເປັນລຸ້ນທີ່ມີປະສິດທິພາບ
ທີ່ຈະໄປເຖິງເປົ້າໝາຍຕ່າງໆ ໃນຍີ່ປຸ່ນ ແຕ່ຈະບໍ່ຮອດສະຫະລັດ.

NOKOR Missile
please wait
Embed

No media source currently available

0:00 0:03:37 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG